Ad

Ad

1 July 2013

ຍີ່ປຸ່ນໃຫ້ການຊ່ວຍເຫລືອປັບປຸງສະພາບແວດລ້ອມດ້ານການສຶກສາແກ່ແຂວງຫົວພັນ



     ລັດຖະບານຍີ່ປຸ່ນ ໄດ້ມອບໂຮງຮຽນມັດທະຍົມຕອນຕົ້ນເຊິ່ງ ໄດ້ຮັບທຶນກໍ່ສ້າງຈາກການຊ່ວຍ ເຫລືອລ້າຂອງລັດຖະບານຍີ່ປຸ່ນ ສຳລັບໂຄງການ ເສີມສ້າງຄວາມ ຫມັ້ນຄົງຂອງມະນຸດໃນຂັ້ນຮາກຖານ ໃນເມືອງຊຳເຫນືອແຂວງຫົວພັນ. ໃນວັນທີ 24 ມິຖຸນາ ຢູ່ບ້ານສະເຫລີ້ຍ ເມືອງຊຳເຫນືອ ໂດຍການເຂົ້າ ຮ່ວມຂອງທ່ານ ນາງ ແພງ ກັນຍາພິມ ເຈົ້າເມືອງຊຳເຫນືອ, ທ່ານ ນາງ ຢູໂກະ ຟູ ຕາມຸໂຕະຫົວຫນ້າພະ ແນກວັດທະນະທຳ ແລະ ການສຶກສາ ສະຖານທູດຍີ່ປຸນປະຈຳລາວ ພ້ອມດ້ວຍພະນັກງານກ່ຽສຂ້ອງ. ໂຄງການຊ່ວຍເຫລືອລ້າດັ່ງກ່າວມີມູນຄ່າ 42,632 ໂດລາສະຫະລັດ ເຊິ່ງໄດ້ມີການເຊັນສັນຍາໃນ ເດືອນ ມີນາ 2012.  ລັດຖະບານຍີ່ປຸ່ນໄດ້ໃຫ້ບູລີມະສິດແກ່ຄວາມຕ້ອງການຂັ້ນພື້ນຖານຂອງມວນມະນຸດ ລວມມີ ການຊ່ວຍເຫລືອດ້ານການສຶກສາສຳລັບລາວໂຄງການດັ່ງກ່າວ ໄດ້ໃຫ້ການຊ່ວຍເຫລືອສ້າງໂຮງ ຮຽນປະຖົມສົມບູນ 168 ແຫ່ງ ແລະ ມັດທະຍົມຕອ ນຕົ້ນ 28 ແຫ່ງ ເຊິ່ງໃນ ຊຸມປີຜ່ານມາລັດຖະບານ ຍີ່ປຸ່ນໄດ້ສຸມປັບປຸງການສຶກສາລະດັບມັດທະຍົມເຊິ່ງຖືວ່າເປັນປັດໄຈຫນຶ່ງໃນການຈະສ້າງໃຫ້ປະ ເທດລາວຫລຸດພົ້ນອອກສະຖານະພາບການເປັນປະເທດດ້ອຍພັດທະນາ.
     ໃນພິທີດັ່ງກ່າວ ຫົວຫນ້າໂຮງ ຮຽນໄດ້ໃຫ້ຄຳປະຕິຍານວ່າ : ໂຮງຮຽນແຫ່ງນີ້ ຈະເປັນໂຮງຮຽນທີ່ ປອດຢາເສບຕິດການສຶກສາຂອງໂຮງຮຽນເລັ່ງ ໃສ່ໃຫ້ຄວາມສຳຄັນແກ່ຄວາມຮັບຮູ້ ດ້ານໄພອັນຕະລາຍ ຂອງຢາເສບຕິດແກ່ຊາວຫນຸ່ມ ແລະ ຖືເປັນສິ່ງສຳຄັນທີ່ທຸກອຳນາດການປົກຄອງທີ່ກ່ຽວ ຂ້ອງລວມທັງລັດຖະບານຂັ້ນສູນກາງ, ອຳນາດ ການປົກຄອງທ້ອງຖິ່ນ ແລະ ໂຮງຮຽນຈະໄດ້ເອົາໃຈໃສ່ແກ້ໄຂບັນຫາຢາ ເສບຕິດ ແລະ   ນີ້ຈະສ້າງໂອ ກາດໃຫ້ນັກຮຽນ ຫລາຍໆຄົນໄດ້ເຂົ້າຮຽນລວມທັງຜູ້ທີ່ຢູ່ຫ່າງໄກຊອກຫລີກ.
      ໂຄງການຊ່ວຍເຫລືອລ້າຂອງລັດຖະບານຍີ່ປຸ່ນສຳລັບໂຄງການເສີມສ້າງຄວາມຫມັ້ນຄົງຂອງມະນຸດໃນຂັ້ນຮາກຖານໄດ້ໃຫ້ການຊ່ວຍເຫລືອແກ່ ໂຄງການຊ່ວຍເຫລືອລ້າຂອງລັດຖະບານຍີ່ປຸ່ນສຳລັບໂຄງການເສີມສ້າງຄວາມຫມັ້ນຄົງຂອງມະນຸດໃນຂັ້ນຮາກຖານເພື່ອຕອບສະຫນອງຄວາມຕ້ອງການອັນ ຫລາກຫລາຍຂອງລາວ.

No comments:

Post a Comment