Ad

Ad

28 June 2013

ຄະນະປະຈຳສະພາແຫ່ງຊາດຫາລືຫລາຍບັນຫາສຳຄັນ



          ກອງປະຊຸມປະຈຳເດືອນມິຖຸນາ ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 27 ມິຖຸນານີ້ ຢູ່ຫ້ອງປະຊຸມສະພາແຫ່ງຊາດພາຍໃຕ້ການເປັນປະທານຂອງທ່ານ ດຣ ໄຊສົມ ພອນ ພົມ ວິຫານ ຮອງປະທານສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ດຣ ກຸແກ້ວ ອັກຄະ ມົນຕີ ຄະນະປະ ຈຳສະພາແຫ່ງຊາດ ປະທານຄະນະກຳມະທິການຕ່າງປະເທດ, ທ່ານ ດຣ ນາງ ສຸວັນ ເພັງ ບຸບ ຜານຸວົງ ກຳ ມະການຄະນະປະຈຳສະພາ ແຫ່ງຊາດ ປະທານຄະນະກຳມະທິການ ເສດຖະກິດ, ແຜນການ ແລະ ການ ເງິນ, ພ້ອມບັນດາທ່ານລັດຖະມົນຕີ ແລະ ແຂກທີ່ຮັບເຊີນ ເຂົ້າຮ່ວມ.
           ກອງປະຊຸມໄດ້ປຶກສາຫາລືຫຼາຍບັນຫາເປັນຕົ້ນແມ່ນຮ່າງນະໂຍບາຍທີ່ດິນແຫ່ງຊາດ ແລະ ລາຍ ງານກ່ຽວກັບການເຂົ້າເປັນສະມາຊິກຂອງອົງການການຄ້າໂລກ ແລະ ການກະກຽມຄວາມພ້ອມ ຂອງ ສປປ.ລາວ ໃນການເຂົ້າຮ່ວມປະຊາຄົມເສດຖະກິດອາຊຽນໃນປີ 2015.
       ປະທານຄະນະກຳມະທິການເສດຖະ ກິດ,ແຜນການ ແລະ ການເງິນສະພາແຫ່ງ ຊາດກ່າວວ່າ: ການ ຮ່າງນະໂຍບາຍທີ່ດິນແຫ່ງຊາດ ແມ່ນຄວາມຈຳເປັນຂອງການພັດທະນາປະເທດຊາດທັງແມ່ນຄວາມຮຽກ ຮ້ອງຕ້ອງການຂອງການພັດທະ ນາເສດຖະກິດ - ສັງຄົມໃນໄລຍະໃໝ່ ເນື່ອງຈາກການຄຸ້ມຄອງທີ່ດິນຢູ່ ສປປ.ລາວ ກ່ອນປີ 1975 ນັ້ນ ຍັງບໍ່ທັນເປັນລະບົບ, ການນຳໃຊ້ທີ່ດິນແມ່ນ ຂຶ້ນກັບການກຳນົດຂອງເຈົ້າ ກົກ, ເຈົ້າເຫຼົ້າ ຫຼື ສັກດີນາທ້ອງຖິ່ນ ເຊິ່ງປະຊາຊົນປະຕິບັດພັນທະດ້ວຍຮູບການເສຍສວຍເປັນວັດຖຸ ຫຼື ແຮງງານດ້ານ ໜຶ່ງອີກດິນແມ່ນຊັບພະຍາກອນທຳມະຊາດອັນລ້ຳຄ່າທີ່ມີລັກສະນະຕັດສິນການຄົງຕົວຂອງ ຊາດ, ເປັນບ່ອນທຳມາຫາກິນ ແລະ ເປັນແຫຼ່ງຜະລິດ ສິນຄ້າກະສິກຳ - ອຸດສາຫະກຳຖ້າວາງນະໂຍບາຍ ການຄຸ້ມຄອງ - ບໍລິຫານທີ່ດິນໄດ້ດີກໍຈະເຮັດໃຫ້ການນຳໃຊ້ທີ່ດິນໃຫ້ເກີດຜົນປະໂຫຍດ
ສູງສຸດຕໍ່ປະເທດ ຊາດ ແລະ ປະຊາຊົນກົງກັນຂ້າມ ຫາກຮ່າງນະໂຍບາຍທີ່ດິນບໍ່ແທດເໝາະກັບເງື່ອນໄຂ ແລະ ສະພາບ ການຕົວຈິງກໍຈະພາໃຫ້ເກີດ ມີບັນຫາໃນການຄຸ້ມຄອງ ແລະ ນຳໃຊ້ອັນຈະນຳຜົນກະທົບໄປສູ່ການພັດ ທະນາເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມ. ຮ່າງນະໂຍບາຍທີ່ດິນ ໄດ້ກຳນົດຫຼັກການ, ເປັນບ່ອນອີງ ແລະ ຮັບປະກັນການກຳນົດທິດທາງໃນການປັບປຸງກົດໝາຍຕ່າງໆ. ຮັບປະກັນການປົກປ້ອງສິດ, ການຄອບຄອງ ນຳໃຊ້ທີ່ດິນຂອງພົນລະເມືອງລາວ, ສົ່ງເສີມການພັດທະນາ ແລະ ນຳໃຊ້ທີ່ດິນໃຫ້ມີປະສິດທິ ຜົນເພື່ອຮັບປະກັນຄວາມປອດໃສ ແລະ ຍຸຕິທຳໃນສັງຄົມ.
            ມື້ດຽວກັນ ກອງປະຊຸມ ຍັງໄດ້ຮັບຟັງການລາຍງານເຂົ້າ ເປັນສະມາຊິກອົງການການຄ້າ ໂລກ ແລະ ການກະກຽມຄວາມ ພ້ອມໃນການເຂົ້າ ສູ່ປະຊາຄົມເສດຖະກິດອາຊຽນປີ 2015 ດັ່ງ ທີ່ທ່ານປະ ທານຄະນະກຳມະທິການຕ່າງປະເທດສະພາແຫ່ງຊາດກ່າວວ່າ: ນັບແຕ່ປີ 1997 ຫາ 2012 ລັດຖະ ບານໄດ້ຊີ້ນຳພາກສ່ວນທີ່ກ່ຽວຂ້ອງ, ມີຄວາມພະຍາຍາມຈັດກອງປະຊຸມໜ່ວຍປະຕິບັດງານເພື່ອພິຈາ ລະນາເງື່ອນໄຂເຂົ້າເປັນສະມາຊິກສະ ມາຊິກອົງການການຄ້າໂລກຂອງ ສປປ.ລາວ ຫຼາຍຄັ້ງ ໂດຍໄດ້ ທົບ ທວນ ແລະ ປັບປຸງບັນດານິຕິກຳທີ່ຕິດພັນກັບການຄ້າໃຫ້ແທດເໝາະກັບສັນຍາ ຂອງອົງການການຄ້າໂລກ ຈົນເຮັດໃຫ້ ສປປ.ລາວ ກາຍເປັນສະມາຊິກອັນດັບທີ 158 ຂອງອົງການດັ່ງກ່າວພາຍໃຕ້ສັດຕະຍາບັນ ການຮັບຮອງເອົາ ຂອງສະພາແຫ່ງຊາດໃນວັນທີ 6 ທັນວາ 2012 ຜ່ານມາແຕ່ ສປປ ລາວ ຍັງມີຫຼາຍ ບັນຫາທີ່ຕ້ອງໄດ້ເອົາໃຈໃສ່ເພື່ອເຮັດໃຫ້ເສດຖະກິດຂອງລາວ ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຫຼາຍຂຶ້ນທັງເຮັດໃຫ້ໝາກຜົນຂອງການພົບພັນການຄ້າລະຫວ່າງປະເທດໃຫ້ມີປະສິດທິພາບຫຼາຍ ຂຶ້ນເປັນຕົ້ນແມ່ນເອົາໃຈໃສ່ດ້ານການສົ່ງອອກ, ການເຈລະຈາການຄ້າສາກົນ, ພັດທະນາຊັບພະຍາກອນ ມະນຸດ, ລະບົບນິຕິກຳ, ດ້ານການໂຄສະ ນາເຜີຍແຜ່ ແລະ ວຽກງານອື່ນໆ ເພື່ອໃຫ້ແທດເໝາະ ແລະ ແທດເໝາະກັບສະພາບແວດລ້ອມຂອງສາກົນ ແລະ ພາກພື້ນທີ່ນັບມື້ນັບປ່ຽນແປງ.
         ດ້ານລັດຖະມົນຕີວ່າການກະຊວງອຸດສາຫະກຳ ແລະ ການຄ້າ ​ໄດ້ກ່າວວ່າ: ການເຂົ້າຮ່ວມປະຊາ ຄົມເສດຖະກິດອາຊຽນປີ 2015 ແມ່ນການເຂົ້າຮ່ວມຈັດຕັ້ງປະຕິບັດເປົ້າໝາຍການເຊື່ອມໂຍງດ້ານເສດ ຖະກິດກັບພາກພື້ນ ແລະ ສາກົນຕາມນະໂຍບາຍ ແລະ ວິໄສທັດຂອງອາຊຽນໃນປີ 2020 ບົນພື້ນຖານ ຕ່າງຝ່າຍຕ່າງມີຜົນແນໃສ່ສ້າງໃຫ້ອາຊຽນກາຍເປັນຕະຫຼາດ ແລະ ຖານການຜະລິດດຽວ ພາຍໃຕ້ 3 ເສົາຄ້ຳ ຄື: ປະຊາຄົມການເມືອງ - ຄວາມໝັ້ນຄົງ, ປະຊາຄົມເສດຖະກິດ ແລະ ປະຊາຄົມວັດທະນະທຳ - ສັງ ຄົມ ແລະ 5 ເສລີຄື: ການໄຫຼຫວຽນຢ່າງເສລີຂອງສິນຄ້າ, ການໄຫຼຫວຽນຢ່າງເສລີດ້ານການບໍລິການ, ການໄຫຼຫວຽນຢ່າງເສລີດ້ານການລົງທຶນ, ການໄຫຼຫວຽນຢ່າງເສລີຂອງທຶນທີ່ສະດວກ ແລະ ການໄຫຼ ຫວຽນຢ່າງເສລີຂອງສີມືແຮງງານພາຍໃນບັນດາປະເທດສະມາຊິກອາຊຽນ.
        ຕໍ່ເສັ້ນທາງກ້າວຂຶ້ນສູ່ຈຸດໝາຍດັ່ງກ່າວນັບແຕ່ປີ 1997 ເປັນຕົ້ນມາ ສປປ ລາວ ໄດ້ເຂົ້າ ຮ່ວມ ການ ເຈລະຈາເປີດເສລີ ການຄ້າດ້ານການບໍລິການກັບສະ ມາຊິກອາຊຽນ ພາຍໃຕ້ສັນຍາ AFAS ແລະ ມາ ຮອດປັດຈຸບັນສາມາດເວົ້າໄດ້ວ່າ ສປປ.ລາວ ໄດ້ມີຄວາມເຊື່ອມໂຍງກັບສາກົນ ຢ່າງເຕັມຮູບແບບແລ້ວ ເປັນຕົ້ນ ແມ່ນເສດຖະກິດມະຫາ ພາກ. ທ່ານຍັງກ່າວຕື່ມອີກວ່າ: ເພື່ອ ຍາດແຍ້ງຜົນປະໂຫຍດຈາກການ ເຂົ້າຮ່ວມປະຊາຄົມເສດຖະກິດດັ່ງກ່າວ ສປປ.ລາວ ຕ້ອງປະຕິບັດບາງທິດທາງດັ່ງນີ້: ລົບລ້າງສິ່ງຈຳກັດ ແລະ ກີດຂວາງທາງດ້ານການຄ້າ, ເຂົ້າຫາ ແລະ ຂະຫຍາຍການຕະຫຼາດ, ສ້າງໂຄງການລະອຽດ, ຕົວຈິງ ເພື່ອຜະລິດສິນຄ້າທີ່ເປັນທ່າແຮງ ແລະ ມີຄວາມຕ້ອງການສູງຂອງຕະຫຼາດ, ເພີ່ມທະວີຈັດຕັ້ງປະຕິບັດນະ ໂຍບາຍ ແລະ ຍຸດທະສາດການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ, ສຶກສາທ່າແຮງສິນຄ້າ ທີ່ໄດ້ປຽບ, ເຂົ້າຮ່ວມຂະບວນການແບ່ງງານຂອງອາຊຽນ ແລະ ພາກພື້ນ, ເພີ່ມທະວີການເຊື່ອມໂຍງກັບ ເສດຖະກິດສາກົນ, ປັບປຸງແຜນ ແລະ ສ້າງຍຸດທະສາດການເຈລະຈາການຄ້າໃຫ້ເປັນລັກສະນະທ່າບຸກ ຫຼາຍຂຶ້ນ ແລະ ຫັນເອົາວຽກງານອຸດສາຫະກຳ -ການຄ້າເຂົ້າຮ່ວມວຽກ 3 ສ້າງຢ່າງຕັງໜ້າ.

No comments:

Post a Comment