Ad

Ad

28 June 2013

ນະຄອນຫລວງວຽງຈັນ ເພີ່ມທະວີເຝົ້າລະວັງການແຜ່ລະບາດໄຂ້ເລືອດອອກ



        ໃນ​ວັນ​ທີ 27 ມິຖຸນາ ນີ້ ພະ​ແນ​ກສາທາລະນະ​ສຸກ ນະຄອນຫຼໍ່ວງວຽງຈັນ ແລະ ​ສະມາຊິກ​ສະພາ​ພາ​ແຫ່ງ​ຊາດ​ເຂດ I ໂດຍ​ມີ​ທ່ານ ລາດ​ຊະນີ​ວົງ ອຳ​ມາລາ​ທິທາດາ ປະທານຫ້ອງການ ສສຊ ​ເຂດ I ໄດ້​ລົງ​ໄປ​ຊຸກຍູ້​ຢ້ຽມຢາມ​ໂຮງໝໍທະຫານ​ ນະຄອນຫຼວງວຽງຈັນ ຢູ່ບ້ານໜອງໜ້ຽວ ເມືອງ ສີ​ໂຄດ​ຕະບອງນະຄອນ ຫຼວງວຽງຈັນ  ແລະ ໂຮງໝໍ​ເມືອງ​ນາ​ຊາຍ​ທອງ ​ເພື່ອ​​ໃຫ້​ກຳລັງ​ໃຈ​ຕໍ່​ຜູ້​ປ່ວຍ​ຍ້ອນໄຂ້​ເລືອດ​ອອກທີ່​ພວມ​ຮັກ ສາ​ປິ່ນປົວ​ຢູ່​ໂຮງ​ມໍ​ດັ່ງກ່າວ, ດັ່ງ​ພວກ​ເຮົາ​ຮູ້​ນຳ​ກັນ​ແລ້ວ​ວ່າ​ປັດຈຸບັນຢູ່​ໃນນະຄອນຫຼວງວຽງຈັນ ພວມ​ມີ​ການລະບາດ​ຂອງ​ພະຍາດ​ດັ່ງກ່າວຢູ່ຫຼາຍພື້ນທີ່ ​ແລະ ຮ້າຍ​ແຮງ​ກວ່າ​ທຸກ​ປີຜ່ານມາ ເຊິ່ງນັບ​​ແຕ່​ຕົ້ນ​ເດືອນ ມິ ຖຸນານີ້ ສະ​ເພາະ​ຄົນ​ເຈັບ​ເຂົ້າ​ມາກ​ວດພະຍາດຢູ່​ໂຮງໝໍທະຫານນະຄອນຫຼວງວຽງຈັນ ໃນ​ນັ້ນພົບ​ເຫັນ​ຜູ້ ເປັນ​ໄຂ້​ເລືອດ​ອອກ 600 ກວ່າ​ຄົນ ຊຶ່ງ​ສ່ວນ​ໃຫຍ່ແມ່ນປະຊາຊົນທີ່ຢູ່​ເຂດ​​ໃກ້​ຄຽງ ​ແລະ ພະສົງ​.
          ຜູ້ອຳນວຍການ​ທັງ​ສອງ​ໂຮງໝໍ ດັ່ງກ່າວໃຫ້​ຮູ້​ວ່າ: ປັດຈຸ​ບັນ​ເຫັນ​ວ່າການ​ລະບາດ​ຂອງ​ໄຂ້​ເລືອດ​ອອກໄດ້ເພີ່ມ​ທະວີ​ຮ້າຍ​ແຮງ​ຂື້ນ ​ແລະ ​ເຮັດ​ໃຫ້ການ​ຮັກ ສາ​ມີ​ຄວາມ​ຫຍຸ້ງຍາກ​ເປັນຕົ້ນ​ຈຳນວນ​ຄົນ​ເຈັບ​ເພີ່ມ​ຂື້ນແຕ່ສະຖານ​ທີ່​ຮອງ​ຮັບ ​ໂດຍ​ສະ​ເພາະ​ແມ່ນ​ຕຽງນອນ​ບໍ່ພຽງພໍ​ກັບ​ຄົນ​ເຈັບຊຶ່ງ​ໂຮງໝໍຈຳ​ເປັນ​ຕ້ອງ​ໄດ້​ຈັດຕຽງ​ເພີ່ມ ​ແລະ ​ບັນຫາ​ຢາສະ​ໂລມ ຫຼື ນ້ຳ​ເກືອບໍ່ພຽງພໍກັບ​ຄວາມ​ຕ້ອງການ ແລະ​ໄດ້ຕິດ​ຕໍ່ໄປ​ຍັງໂຮງງານ​ຜະລິດ​ຢາ​ຕ່າງໆ ເພື່ອ ​ສັ່ງ​ຊື້ຢາ​ດັ່ງກ່າວ​ໃຫ້​ສາມາດ​ຕອບ​ສະໜອງ​ພຽງພໍ​ກັບ​ຄົນ​ເຈັບ​ທີ່​ນັບ​ມື້​ເພີ່ມ​ຂຶ້ນ.

        ການລະບາດ​ຂອງ​ໄຂ້​ເລືອດ​ ອອກ ​ໃນ​ປີນີ້ ຮຸນ​ແຮງ​ກ່ວາ ທຸກ​ປີຜ່ານມາ ຊຶ່ງ​ນັບ​ແຕ່​ຕົ້ນ​ປີ 2013 ມາ ນີ້ ສະ​ເພາະ​ຢູ່​ນະຄອນຫລວງ​ວຽງ​ຈັນມີ​ຜູ້​ຕິດ​ເຊື້ອ​ໄຂ້​ເລືອດ​ອອກ​ແລ້ວ 1.800 ກ່ວາ​ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິ​ດ 12 ຄົນ, ທຽບ​ໃສ່​ປີ 2010 ​ເພີ່ມ​ຂື້ນ 5 ເທົ່າ ​ແລະ ທຽບ​ໃສ່​ 5 ປີຜ່ານມາ ​ເພີ່ມ​ຂື້ນ 7%, ​ໂດຍ​ພື້ນທີ່​ພົບ​ການລະບາດ ​ແມ່ນ​​ຢູ່​ໃນ 4 ຕົວ​ເມືອງ​​ໃຈກາງ​ນະຄອນຫລວງ. ເພື່ອ​ສະກັດ​ກັ້ນການແຜ່​ລະບາດ​ຂອງ​ໄຂ້​ເລືອດ​ອອກພະ​ແນ​ກສາທາລະນະ​ນສຸກ ນະຄອນຫຼວງວຽງຈັນ ໄດ້​ເລັ່ງ​ໂຄສະນາ​ໃຫ້​ປະຊາຊົນ​ໃນ​ການກຳ ຈັດ​ທຳລາຍ​ພາຊະນະ​ທີ່​ເປັນ​ແຫ​ລ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ ຕາມ ບ້ານ​ເຮືອນ ແລະ ​ໃຫ້ຄວາມ​ຮູ້​ໃນ​ການ​ດູ​ແລ​ປ້ອງ​ກັນ​ ​ແລະ ພົ່ນ​ຢາຂ້າ​ຍຸງ​ໃນ​ເຂດ​ທີ່​ມີ​ການ​ລະ ບາດ​ຮ້າຍ​ແຮງເພື່ອ​ຢັບ​ຢັ້ງ ​ແລະ ສະກັດ​ກັ້ນ​ໃຫ້​ມີ​ປະສິດ ທິ​ຜົນ.

No comments:

Post a Comment