Ad

Ad

5 August 2015

ຮ້ານຜ້າ​ໄໝສອງມືນາງຈະຈັດງານປະກວດຮ້ອງເພງ ແລະ ເດີນແບບຊຸດຜ້າ​ໄໝລາວຂຶ້ນໃນມໍ່ໆນີ້



ວັນທີ 4 ສິງຫານີ້, ທີ່ຮ້ານຜ້າ​ໄໝສອງມືນາງ ບ້ານທາດຫລວງ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໄດ້ມີການຖະແຫລງ ຂ່າວຮ້ານຜ້າ​ໄໝຂອງຕົນຈະ ເປັນເຈົ້າພາບຈັດງານ ປະກວດ ຮ້ອງເພງຊາວໜຸ່ມສຽງດີ ເຊິ່ງຈະຈັດຂຶ້ນໃນວັນທີ 8 ສິງຫາ ແລະ ງານເດີນແບບຊຸດຜ້າ​ໄໝລາວປະຍຸກຈະຈັດຂຶ້ນໃນວັນທີ 15 ສິງຫາ 2015 ທີ່ສູນການຄ້າລາວ-ໄອເຕັກ. ເຈົ້າຂອງຮ້ານຜ້າໃໝ ກ່າວວ່າ: ສຳລັບການ ປະກວດຮ້ອງເພງຈະຈັດຂຶ້ນເພື່ອສົ່ງເສີມຊາວໜຸ່ມຜູ້ທີ່ມີພອນ ສະຫວັນທາງດ້ານ ສີລະປະດົນຕີ, ໂດຍສະເພາະການຮ້ອງເພງ ເພື່ອພັດທະນາຝຶກແອບໃຫ້ໄດ້ກ້າວໄປສູ່ການເປັນນັກ ຮ້ອງອາຊີບຕາມຄວາມ ໄຝ່ຝັນຂອງເຂົາເຈົ້າ ແລະ ຜູ້ທີ່ຊະນະເລີດຈະໄດ້ຮ່ວມຮ້ອງເພງສະແດງໃນງານ ເດີນແບບຜ້າໃໝລາວປະຍຸກໃນວັນທີ 15 ສິງຫາທີ່ຈະເຖິງນີ້ ແລະ ອາດຈະກ້າວໄປສູ່ການອອກອາລາບຳ ໃນຊຸດເພງສອງມືນາງນຳດ້ວຍ.
ສ່ວນງານເດີນແບບຜ້າໄໝລາວປະຍຸກຊຶ່ງຈັດຂຶ້ນເພື່ອເປັນການສົ່ງເສີມເອກະລັກວັດທະນທຳການນຸ່ງຖືຂອງແມ່ຍິງລາວ, ເຜີຍແຜ່ພູມປັນຍາ ແລະ ເອກອ້າງສີໄມ້ລາຍມືການປະດິດແຕ່ງທີ່ຫລາກຫລາຍຂອງແມ່ຍິງລາວບັນ ດາເຜົ່າເພື່ອໃຫ້ ການນຸ່ງຖືມີຄວາມເໝາະສົມຕາມກາລະໂອກາດ ແລະ ຍຸກສະໄໝ, ມີຄວາມສວຍງາມ, ມີສະເໜ່ ແລະ ສິ່ງສຳຄັນ ເປັນການຊຸກຍູ້ດ້ານການຕະຫລາດຂອງຜ້າ​ໄໝລາວໃຫ້ດີຂຶ້ນທັງດ້ານປະລິ ມານ ແລະ ຄຸນນະພາບ, ໂດຍທັງສອງງ ານຈະມີການຖ່າຍທອດສົດຜ່ານທາງສະຖານີໂທລະພາບທີວີ ລາວ ແລະ ລາວສະຕາລໃນເວລາ 18:30 ເປັນຕົ້ນໄປ.
    ເຂົ້າຮ່ວມພິທີຖະແຫລງຂ່າວຄັ້ງນີ້ມີທ່ານ ວິໄລວົງ ບຸດດາຄຳ ເລຂາຄະນະບໍລິຫານງານຊາວໜຸ່ມປະ ຊາຊົນປະຕິວັດລາວ, ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ, ພ້ອມດ້ວຍແຂກ ແລະ ສື່ມວນຊົນເຂົ້າຮ່ວມເປັນຈ ຳນວນຫລາຍ.

No comments:

Post a Comment