Ad

Ad

5 August 2015

ກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງຫລວງພະບາງໄຂຂຶ້ນຢ່າງເປັນທາງການ



ກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກແຂວງຫລວງພະບາງ, ໄດ້ໄຂຂຶ້ນຢ່າງ ເປັນທາງການໃນວັນທີ 4 ສິງຫານີ້ຢູ່ສະໂມສອນ ແຂວງດັ່ງກ່າວ, ໂດຍການເປັນ ປະທານຂອງສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາພັກ ແຂວງ, ເຈົ້າ ແຂວງຫລວງພະບາງ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ສົມສະຫວາດ ເລັ່ງສະຫວັດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ພ້ອມດ້ວຍຜູ້ແທນສົມບູນ 253 ສະຫາຍທີ່ຕາງໜ້າສະມາຊິກທົ່ວ ແຂວງກວ່າ 18.460 ສະຫາຍ, ຍິງ3.400 ສະຫາຍ ແລະ ຕາງໜ້າຄະນະບໍລິຫານງານພັກແຂວງວຽງຈັນ, ອຸດົມໄຊ, ບໍ່ແກ້ວ, ຫລວງນ້ຳທາ, ຜົ້ງສາລີ, ຊຽງຂວາງ, ໄຊຍະບູລີ ແລະ ແຂວງຫົວພັນເຂົົ້າຮ່ວມ ຢ່າງພ້ອມພຽງ.
ສະຫາຍກຳມະການສູນກາງພັກ, ເລຂາພັກແຂວງຫລວງພະບາງ, ໄດ້ລາຍງານຕໍ່ກອງປະຊຸມວ່າ: 5 ປີຜ່ານມາ, ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນບັນດາເຜົ່າໄດ້ເປັນເຈົ້າການ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຄັ້ງທີ VI ອົງຄະນະພັກແຂວງ ແລະ ກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກທີ່ວາງອອກທັງປະ
ຕິບັດບາດກ້າວບຸກທະລຸ 4 ດ້ານເຂົ້າສູ່ຊີວິດຕົວຈິງ, ເຮັດໃຫ້ສາມາດຜ່ານຜ່າອຸປະສັກຄວາມຫຍຸ້ງຍາກ ຕ່າງໆ ແລະ ບັນລຸຜົນສຳເລັດຫລາຍດ້ານເປັນຕົ້ນ: ສາມາດປົກປັກຮັກສາຄວາມສະຫງົບຄວາມໝັັ້ນ ຄົງທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໄດ້ຢ່າງໜັກແໜ້ນເຮັດໃຫ້ຈັງຫວະ ການເຕີບໃຫຍ່ທາງເສດຖະກິດໝັ້ນທ່ຽງຕໍ່ເນື່ອງສະເລ່ຍ8,8% ຕໍ່ປີ ແລະ ບັນລຸລວມຍອດຜະລິດຕະ ພັນພາຍໃນກວ່າ 23.740 ຕື້ກີບ, ຂະນະທີ່ປະຊາຊົນມີລາຍຮັບສະເລ່ຍກວ່າ 15 ລ້ານກີບຕໍ່ຄົນຕໍ່ປີຫລື 1.530 ໂດລາສະຫະລັດ. ຂະນະດຽວກັນໂຄງປະກອບເສດຖະກິດໄດ້ຫັນປ່ຽນໄປຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ໂດຍເຫັນໄດ້ຂະແໜງການບໍລິການ-ທ່ອງທ່ຽວເພີ່ມຈາກ 37% ເປັນເກືອບ 44%, ຂະແໜງກະສິ ກຳ-ປ່າໄມ້ຈາກ 43% ຫລຸດລົງເປັນກວ່າ 33% ແລະ ຂະແໜງອຸດສາຫະກຳເພີ່ມຈາກ 20%  ເປັນ 23%. ຜົນສຳເລັດດັ່ງກ່າວມາຈາກການດຳເນີນນະໂຍບາຍສົ່ງເສີມກຳລັງແຮງຂອງພາກສ່ວນເສດຖະກິດຢ່າງແຂງແຮງລວມທັງສົ່ງເສີມການປູກການລ້ຽງເປັນສິນຄ້າຢ່າງກວ້າງຂວາງອັນເຮັດໃຫ້ປະຊາຊົນມີລາຍຮັບແກ້ໄຂຄວາມທຸກຍາກເປັນຈຳນວນຫລາຍ, ປັດຈຸບັນຄອບຄົວທຸກຍາກຍັງເຫລືອປະມານ 5% ເທົ່າກັບ 4.130 ຄອບຄົວ,169 ບ້ານກວມກວ່າ 22% ແລະ4 ເມືອງທຸກຍາກ, ຂະນະທີ່ບ້ານພັດທະນາເພີ່ມຂຶ້ນເປັນ 217 ບ້ານກວມ 29% ແລະ ຄອບຄົວພັດທະນາກໍມີກວ່າ 49.200 ຄອບຄົວກວມເຖິງ 63%. ນອກຈາກນີ້, ຍັງໄດ້ສົ່ງເສີມທຸລະກິດ
ຂະໜາດນ້ອຍ ແລະ ກາງໂດຍໄດ້ມອບໂຄງການ ແລະ ນະໂຍບາຍສະໜອງສິນເຊື່ອຈາກທະນາຄານ ແລະ ໂຄງການຕ່າງປະເທດທີ່ເຂົ້າມາຊ່ວຍເຫລືອທີ່ສຳຄັນໄດ້ນຳພາການພັດທະນາກໍ່ສ້າງພື້ນຖານໂຄງລ່າງລວມທັງຂົງເຂດວັດທະນະທຳສັງຄົມຕາມແນວທາງນະໂຍບາຍຂອງພັກເປັນຕົ້ນຂະຫຍາຍຕາໜ່າງການສຶກສາໄປສູ່ຊົນນະບົດຫ່າງໄກສອກຫລີກຢ່າງທົ່ວເຖິງ, ປະຊາຊົນບັນດາເຜົ່າໄດ້ເຂົົ້າເຖິງການບໍລິການສາທາລະນະສຸກ,ຫລາຍບ້ານຫລາຍຄອບຄົວເປັນຄອບຄົວວັດທະນະທຳ ແລະ ຂະແໜງການອື່ນໆກໍພົ້ນເດັ່ນກ້າວໜ້າ.
ແນວໃດກໍດີ 5 ປີຕໍ່ໜ້າຄືຮອດປີ 2020 ສູ້ຊົນລຶບລ້າງຄອບຄົວທຸກຍາກໃຫ້ເຫລືອບໍ່ເກີນ 2%, ບ້ານທຸກຍາກໃຫ້ເຫລືອບໍ່ເຖິງ 9% ແລະ ເມືອງທຸກຍາກໃຫ້ເຫລືອ 2 ເມືອງຄື: ເມືອງໂພນທອງ ແລະ ເມືອງໂພນໄຊ ຂະນະດຽວກັນຈະສ້າງຄອບຄົວພັດທະນາໃຫ້ໄດ້ 87% ບ້ານພັດທະນາກວ່າ 73% ແລະ ສ້າງບ້ານໃຫຍ່ກາຍເປັນຕົວເມືອງນ້ອຍ 20 ບ້ານຢູ່ແຕ່ລະເມືອງ, ເພື່ອບັນລຸເປົ້າໝາຍດັ່ງກ່າວຕ້ອງໄດ້ ສຸມໃສ່ກໍ່ສ້າງພື້ນຖານໂຄງລ່າງຕ່າງໆ, ການພັດທະນາ ແລະ ຍົກລະດັບການຜະລິດກະສິກຳ, ອຸດສາຫະກຳປຸງແຕ່ງໃຫ້ຂະຫຍາຍຕົວໄວຕໍ່ເນື່ອງທັງເຮັດໃຫ້ລວມຍອດຜະລິດຕະພັນພາຍໃນໃຫ້ເພີ່ມຂຶ້ນບໍ່ຫລຸດ 8,8% ຕໍ່ປີທັງເຮັດໃຫ້ປະຊາຊົນມີລາຍຮັບສະເລ່ຍກວ່າ17 ລ້ານກີບ ຫລື 2.210 ໂດລາສະຫະລັດຕໍ່ຄົນຕໍ່ປີ, ຂະນະດຽວກັນກໍຕ້ອງເພີ່ມທະວີການພັດທະນາສັງຄົມ ແລະ ວັດທະນະທຳໂດຍການຮັກສາເສີມຂະ ຫຍາຍວັດທະນະທຳທີ່ເປັນເອກະລັກຂອງຊາດຂອງບັນດາເຜົ່າ, ຍົກລະດັບຊັບພະຍາກອນມະນຸດຕິດ ພັນກັບການສຶກສາໃຫ້ພົນລະເມືອງທັງຮັບປະກັນສະຫວັດດີການແລະ ສຸຂະພາບຂອງປະຊາຊົນເພື່ອ ໃຫ້ມີອາຍຸຍືນ, ທີ່ສຳຄັນເຮັດໃຫ້ແຂວງຂອງຕົນກາຍເປັນໃຈກາງການທ່ອງທ່ຽວທີ່ມີສະເໜ່, ສີຂຽວເຊື່ອມໂຍງກັບອະນຸພາກພື້ນ ແລະ ປົກປັກຮັກສາເມືອງມໍລະດົກໂລກໃຫ້ຄົງຄຸນຄ່າ ແລະ ຍືນຍົງ, ຜະລິດສະບຽງອາຫານໃຫ້ໝັ້ນຄົງ, ທັງເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນແໜ້ນ ໜາຂອງປະຊາຊົນບັນດາເຜົ່າພາຍໃຕ້ການນຳພາຂອງພັກ ແລະ ທຸກຄົນທຸກຄອບຄົວເປັນເຈົ້າການ ພັດທະນາໃຫ້ຮັ່ງມີເຂັ້ມແຂງສັງຄົມມີຄວາມສະຫງົບ, ຍຸຕິທຳ ແລະ ສີວິໄລ.
ສະຫາຍເລຂາພັກແຂວງຫລວງພະບາງຢືນຢັນຜົນສຳເລັດ 5 ປີຜ່ານມາເຫັນວ່າ: ແນວທາງ, ແຜນນະໂຍບາຍຂອງພັກຖືກຕ້ອງສອດຄ່ອງທີ່ສຸດໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ VI ຂອງອົງຄະນະພັກແຂວງວາງອອກ, ທັງເປັນການຢັ້ງຢືນເຖິງຄວາມສາມາດ, ຄວາມຮັບຜິດຊອບຈັດຕັ້ງປະຕິບັດຕົວຈິງຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນລວມທັງພະນັກງານສະມາຊິກພັກ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າທີ່ໄດ້ເພີ່ມທະວີຄວາມສາມັກຄີປອງດອງຕັດສິນໃຈຜ່ານຜ່າຄວາມຫຍຸ້ງຍາກຕ່າງໆກໍຄືບັນດາປະເທດເພື່ອນມິດຍຸດທະສາດ, ອົງການຈັດຕັ້ງຕ່າງປະເທດທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫລືອຕະຫລອດມາ.

No comments:

Post a Comment