Ad

Ad

5 August 2015

ກຽມສະ​ຫລອງ​ວັນ​ສ້າງ​ຕັ້ງ​ແນວ​ລາວ​ສ້າງ​ຊາດຄົບຮອບ 65 ປີ



ໃນວັນທີ 4 ສິງຫານີ້, ທ່ານ ຕົງເຢີທໍ ຮອງປະທານ​-ຜູ້ປະຈຳການສູນກາງແນວລາວສ້າງຊາດ, ໄດ້ຖະແຫລຕໍ່ສື່ມວນຊົນກ່ຽວກັບການກະກຽມສະເຫລີມສະ ຫລອງວັນສ້າງຕັ້ງສູນກາງແນວລາວສ້າງຊາດຄົບຮອບ 65 ປີ (13 ສິງຫາ1950-13 ສິງຫາ2015) ​ເພື່ອໃຫ້​​ມີຂະບວນຟົດຟື້ນແລະ ມີຜົນສຳເລັດສູງ.
ຜູ້ປະຈໍາການສູນກາງແນວລາວສ້າງຊາດກ່າວວ່າ: ​ໃນໄລຍະຜ່ານມາໄດ້ມີການເຄື່ອນໄຫວຈັດຕັ້ງການໂຄສະນາປາຖະກະຖາເຖິງປະຫວັດແລະ ມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດຕະຫລອດໄລຍະ 65 ປີ, ​ແນວລາວສ້າງຊາດແຕ່ລະຂັ້ນໄດ້ກະກຽມຈັດຕັ້ງການໂຮມຊຸມນຸມສະເຫລີມສະຫລອງວັນສຳຄັນດັ່ງກ່າວ, ພ້ອມນີ້ກໍໄດ້ມີການກະກຽມຈັດບັ້ນສຳມະນາພາຍໃຕ້ຫົວຂໍ້ “65 ປີແນວລາວສ້າງຊາດ”, ສະເພາະວັນທີ 10 ສິງຫາ 2015 ​ຈະມີພິທີໂຮມຊຸມນຸມໃຫຍ່ສະເຫລີມສະຫລອງວັນສ້າງຕັ້ງສູນກາງແນວລາວສ້າງຊາດຂຶ້ນ
ທີ່ນະຄອນຫລວງວຽງຈັນ, ພ້ອມວາງສະແດງຮູບພາບການເຄື່ອນໄຫວຂອງສູນກາງແນວລາວສ້າງຊາດຕະຫລອດໄລຍະ 65 ປີ​ ​ແລະ ຈັດຕັ້ງການຢ້ຽມຢາມພົບປະກັບພະນັກງານປະຕິວັດອາວຸໂສບຳນານທີ່ເປັນອະດີດການນຳສູນກາງແນວລາວສ້າງຊາດອີກດ້ວຍ.​ ສ່ວນ​​ທ້າຍປີ​ 2015 ນີ້, ສູນກາງແນວລາວສ້າງຊາດຈະໄດ້ຈັດກອງປະຊຸມຜູ້ຊົງຄຸນວຸດທິບັນດາເຜົ່າທົ່ວປະເທດທີ່ນະຄອນຫລວງວຽງຈັນ, ຈັດຕັ້ງການຄົ້ນຄວ້າຮຽບຮຽງແລະ ຈັດພິມປຶ້ມປະຫວັດສາດແນວໂຮມແຫ່ງຊາດລາວແລະ ປຶ້ມແນວລາວສ້າງຊາດ​, ຮຽບຮຽງປະຫວັດແລະ ມູນເຊື້ອອັນສະຫງ່າລາສີຂອງແນວລາວສ້າງຊາດ, ​ສ້າງແລະ ປັບປຸງສາລະຄະດີການເຄື່ອນໄຫວຂອງສູນກາງແນວລາວສ້າງຊາດຕະຫລອດໄລຍະ 65 ປີ.
            ແນວລາວສ້າງຊາດແມ່ນອົງການຈັດຕັ້ງສຳພັນທາງການເມືອງຂອງທົ່ວສັງຄົມ,​ ເປັນສະຫະພັນສະໝັກໃຈທີ່ສ້າງຂຶ້ນບົນຈິດໃຈຕື່ນຕົວຂອງອົງການຈັດຕັ້ງການເມືອງ, ອົງການຈັດຕັ້ງການເມືອງ-ສັງຄົມ, ອົງການຈັດຕັ້ງສັງຄົມແລະ ບຸກຄົນທີ່ເປັນຕົວແທນໃຫ້ແກ່ຊົນຊັ້ນ, ຊັ້ນຄົນ, ຊົນເຜົ່າ, ສາສະໜາ,​ ເພດໄວ, ລວມທັງເປັນຕົວແທນຊາວລາວທີ່ດຳລົງຊີວິດຢູ່ຕ່າງປະເທດ, ແນວລາວສ້າງຊາດສືບທອດແລະເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງແນວລາວອິດສະຫລະແລະແນວລາວຮັກຊາດ, ເຊິ່ງໄດ້ເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າເຂົ້າໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນແລະ ການປະຕິບັດສອງໜ້າທີ່ຍຸດທະສາດໃນປັດຈຸບັນ.

No comments:

Post a Comment