Ad

Ad

26 January 2016

ຫລາຍ​ແຂວງ​ພາກ​ເໜືອມີ​ອາກາດ​ໜາວ​​ແຮງ​ກ່ວາ​ປົກກະຕິ

     ກົມອຸຕຸນິຍົມແລະ ອຸທົກກະສາ​ ​ໃຫ້ຮູ້ວ່າ: 2 ມື້ຜ່ານມານີ້, ຢູຫລາຍ​​ແຂວງພາກເໜືອ ມີສະພາບອາກາດໜາວແຮງຢ່າງຜິດປົກກະຕິ, ບາງບ່ອນມີອຸນຫະພູມຫລຸດລົງຕ່ຳກວ່າ 0 ອົງສາ, ​ພາໃຫ້ເກີດມີນ້ຳກ້າມຕາມສະຖານທີ່ຕ່າງໆ​​ເຕັມ​. ດັ່ງນັ້ນ ກົມອຸຕຸນິຍົມແລະ ອຸທົກກະສາ ຈຶ່ງ​​ໄດ້ອອກມາ​​ເຕືອນວ່າ: ມວນອາກາດໜາວທີ່ປົກຄຸມຢູ່ທົ່ວທຸກພາກຂອງລາວ ຍັງປົກຄຸມດ້ວຍກຳລັງແຮງປານກາງແລະ ກະແສລົມເວັນອອກ-ຕາເວັນອອກສ່ຽງເໜືອພັດປົກຄຸມ​, ​ເຊິ່ງລັກສະນະເຊັ່ນນີ້ຈະເຮັດໃຫ້ອາກາດ​​ໂດຍທົ່ວໄປຍັງຈະເຢັນ​ ​ແລະ ໜາວແຮງໃນແຕ່ລະພາກແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງເຂດ ສ່ວນພາກເໜືອດ້ານຕາເວັນອອກ,​ ​ເຂດພູສູງ, ພູດອຍ ອາກາດຍັງຈະໜາວເຢັນຫລາຍຕື່ມອີກແລະມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ແຂວງຜົ້ງສາລີ, ອຸນຫະພູມຕ່ຳສຸດ 2-4 ອົງສາແລະ ສູງສຸດ 20-22 ອົງສາ, ພາເໜືອດ້ານຕາເວັນຕົກ: ມີເມກປົກຄຸມເປັນບາງສ່ວນ, ອາກາດໜາວເຢັນ, ພ້ອມມີໝອກໜາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າແລະ ຈະມີຝົນຕົກ​​ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງຫລວງພະບາງແລະແຂວງໄຊຍະບູລີ ອຸນຫະພູມຕ່ຳສຸດ 8-10 ອົງສາແລະ ສູງສຸດ 28-30 ອົງສາ,
ນະຄອນຫລວງວຽງຈັນ: ມີ​​ເມກປົກຄຸມເປັນບາງສ່ວນ, ອາກາດໜາວເຢັນແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 13-15 ອົງສາແລະ ສູງສຸດ 27-29 ອົງສາ, ພາກກາງ: ມີເມກປົກຄຸມເປັນບາງສ່ວນ, ອາກາດສືບຕໍ່ໜາວເຢັນຕື່ມອີກແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາປານກາງ ຢູ່ບາງທ້ອງຖິ່ນເປັນຕົ້ນແຂວງວຽງຈັນ, ບໍລິຄຳໄຊ ພ້ອມມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕໍ່າສຸດ 13-15 ອົງສາແລະ ສູງສຸດ 28-30 ອົງສາ, ​ແຂວງໄຊສົມບູນແລະຫລັກຊາວ: ອາກາດຍັງໜາວເຢັນຫລາຍແລະ ຈະມີຝົນຕົກໃນລະດັບຄ່ອຍ. ອຸນຫະພູມຕ່ຳສຸດ 6-8 ອົງສາແລະ ສູງສຸດ 18-20 ອົງສາແລະ ພາກໃຕ້: ມີເມກປົກຄຸມເປັນບາງສ່ວນ, ອາກາເຢັນຫລາຍ ພ້ອມມີຝົນຕົກກະຈາຍເລັກນ້ອຍຢູ່ບາງທ້ອງຖິ່ນເປັນຕົ້ນແຂວງສາລະວັນແລະເຊກອງ. ອຸນຫະພູມຕ່ຳສຸດ 17-18 ອົງສາແລະ ສູງສຸດ 30-32 ອົງສາ, ສ່ວນເຂດພູພຽງບໍລະເວນປາກຊ່ອງ: ອາກາດໜາວແລະ ມີລົມພັດແຮງເປັນບາງໂອກາດ. ອຸນຫະພູມຕ່ຳສຸດ 6-8 ອົງສາແລະ ສູງສຸດ 23-25 ອົງສາ. ດັ່ງນັ້ນ ຈຶ່ງເຕືອນ​​ເຖິງປະຊາຊົນຜູ້ທີ່ອາໃສຢູ່ໃນເຂດດັ່ງກ່າວ, ຈົ່ງມີສະຕິຮັກສາສຸຂະພາບແລະ ກະກຽມເຄື່ອງນຸ່ງຮົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີໂດຍສະເພາະເດັກນ້ອຍແລະ ຜູ້ສູງອາຍຸ, ລວມໄປເຖິງສັດລ້ຽງຕ່າງໆ ເພື່ອປ້ອງກັນພະຍາດທີ່ມາກັບອາກາດໜາວແລະ ອື່ນແລະຮຽກຮ້ອງໃຫ້ທຸກຄົນຈົ່ງຕິດ ຕາມພະຍາກອນອາກາດຈາກກົມອຸຕຸນິຍົມແລະ ອຸທົກກະສາເປັນປະຈຳໃນແຕ່ລະວັນເພື່ອມີສະຕິກຽມພ້ອມຮັບມືກັນການປ່ຽນແປງຂອງສະພາບອາກາດດັ່ງກ່າວ.

No comments:

Post a Comment