Ad

Ad

26 January 2016

ເຄື່ອງນຸ່ງກັນໜາວຂາຍດີໃນຊ່ວງນີ້

ບັນຍາກາດການຊື້ເຄື່ອງນຸ່ງຫົ່ມກັນໜາວຢູ່ຕາມຕະຫລາດໃຫຍ່ໃນນະຄອນຫລວງວຽງຈັນນັບວ່າມີຄວາມຄືກຄື້ນເປັນພິເສດ, ພາຍຫລັງເກີດສະພາບອາກາດໜາວແຮງແຜ່ປົກຄຸມມາເປັນເວລາສອງສາມວັນໃນທົ່ວປະເທດ.
ພາຍຫລັງເກີດສະພາບອາກາດໜາວແຮງຢູ່ຫລາຍທ້ອງຖິ່ນ, ນັກຂ່າວພວກເຮົາຈຶ່ງໄດ້ລົງຕິດຕາມເບິ່ງບັນຍາກາດການຊື້ເຄື່ອງນຸ່ງຫົ່ມກັນໜາວຕາມທ້ອງຕະຫລາດໃຫຍ່ໃນຕົວເມືອງຫລາຍແຫ່ງເປັນຕົ້ນ: ຕະຫລາດຂົວດິນ, ທາດຫລວງ, ຊັ່ງຈຽງ ແລະ ແຫ່ງອື່ນໆ, ຊຶ່ງປາກົດວ່າມີປະຊາຊົນໄດ້ພາກັນມາຊື້ເຄື່ອງນຸ່ງກັນໜາວຢ່າງບໍ່​ຂາດ​ສາຍ.

ນາງ ພອນ ຢູ່ບ້ານໂພນຕ້ອງ ເມືອງຈັນທະບູລີ ບອກກັບນັກຂ່າວພວກເຮົາວ່າ: ຂ້ອຍໄດ້ຊື້ເຄື່ອງນຸ່ງກັນໜາວເປັນຈໍານວນຫລາຍຜືນເພື່ອໃຫ້ຄົນໃນຄອບຄົວນຸ່ງເພື່ອສ້າງຄວາມອົລອຸ່ນໃນໄລຍະນີ້, ຍ້ອນສະພາບອາກາດໄລຍະນີ້ແມ່ນໜາວຫລາຍ.
ນາງ ແສງ ຢູ່ບ້ານຂຸນຕາ, ເມືອງສີໂຄດຕະບອງກ່າວວ່າ: ຂ້ອຍບໍ່ເຄີຍພົບກັບສະພາບອາກາດທີ່ໜາວເຢັນຫລາຍແບບນີ້ຈັກເທື່ອ, ຊຶ່ງຕ້ອງໄດ້ື້ຊອກຫາຊື້ເຄື່ອງນຸ່ງທີ່ສາມາດໃຫ້ຄວາມອົບອຸ່ນດີ​ຂຶ້ນ.

ນາງນ້ອຍເຈົ້າຂອງຮ້ານຂາຍ​ເຄື່ອງນຸ່ງຢູ່ຕະຫລາດຊັງຈຽງບອກວ່າ: ນັບແຕ່ມີສະພາບອາກາດໜາວເມື່ອສອງວັນມານີ້ກໍເຫັນວ່າມີຜູ້ມາຊື້ເຄື່ອງນຸ່ງກັນໜາວຫລາຍ ແລະ ຮ້ານຂອງຂ້ອຍກໍມີລູກຄ້າມາຊື້ເຄື່ອງນຸ່ງປະເພດດັ່ງກ່າວຫລາຍເຊັ່ນກັນແລະ ເມື່ອສັງເກດແລ້ວເຫັນວ່າບໍ່ສະເພາະແຕ່ເຄື່ອງນຸ່ງຫົ່ມເທົ່ານັ້ນທີ່ຂາຍດີໃນໄລຍະມີສະພາບອາກາດໜາວ, ຊຶ່ງຍັງມີໜັງເຄມ, ມັນດ້າງ, ໝາກກ້ວຍກໍແມ່ນສີນຄ້າທີ່ໄດ້ຮັບຄວາມສົນໃຈແລະ ຂາຍດີຫລາຍໃນໄລຍະນີ້​ເຊັ່ນ​ກັນ.

No comments:

Post a Comment