Ad

Ad

26 January 2016

ລັດຖະມົນຕີ​ສຶກສາ​ທິການ ​ແລະ ກິລາ ອອກ​ແຈ້ງ​ການ​ພັກ​ຮຽນໃນ​ຊ່ວງ​ໄລຍະ​ອາກາດ​ໜາວ

    ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ​ ​ແລະ ກິລາ ດຣ. ພັນຄຳ ວິພາວັນໄດ້ອອກແຈ້ງການເຖິງນະຄອນຫລວງວຽງຈັນແລະ ທ້ອງຖິ່ນຕ່າງໆກ່ຽວກັບການພັກຮຽນໃນຊ່ວງໄລຍະອາກາດໜາວ, ຊຶ່ງລະບຸວ່າ: ​ໃນຊ່ວງໄລຍະວັນທີ 25-31 ມັງກອນ 2016 ​ແມ່ນໄລຍະພັກພາກຮຽນທີ I ສົກຮຽນ 2015-2016 ​ແລະ ຈະເລີ່ເຂົ້າຮຽນພາກຮຽນທີ II ນັບແຕ່ວັນທີ 1 ກຸມພາ 2016 ​ເປັນຕົ້ນໄປ. ​ເນື່ອງຈາກວ່າໃນຊ່ວງໄລຍະເວລານີ້ເຫັນວ່າ ສະພາບອາກາດໜາວຫລາຍອາດຈະມີຜົນກະທົບໂດຍກົງຕໍ່ສຸຂະພາບຂອງນັກຮຽນ-ນັກສຶກສາ. ສະນັ້ນ ຈິ່ງສະເໜີມອບໃຫ້ທ່ານເຈົ້າຄອງນະຄອນຫລວງວຽງຈັນແລະ ທ່ານເຈົ້າແຂວງ ທຸກໆແຂວງໃນທົ່ວປະເທດ ຊ່ວຍຊີ້ນຳອຳນາດການ
ປົກຄອງທ້ອງຖິ່ນ, ຜູ້ບໍລິຫານການສຶກສາແລະ ກິລາ ຂັ້ນຂອງຕົນ ພ້ອມກັນເອົາໃຈໃສ່ຕິດຕາມຊຸກຍູ້ການຮັກສາສຸຂະພາບຂອງນັກຮຽນ-ນັກສຶກສາໃນຊ່ວງອາກາດໜາວນີ້ໃຫ້ດີແລະ ປະສະຈາກສິ່ງເຈັບເປັນຕ່າງທີ່ອາດຈະເກີດຂຶ້ນຍ້ອນອາກາດໜາວ. ຖ້າຫາກວ່າໃນຊ່ວງໄລຍະເຂົ້າຮຽນພາກຮຽນທີ II ນີ້ອາກາດຍັງສືບຕໍ່ໜາວຈັດຢູ່ແມ່ນມອບໃຫ້ອຳນາດການປົກຄອງແຕ່ລະທ້ອງຖິ່ນເປັນຜູ້ຄົ້ນຄວ້າພິຈາລະນາ ຕາມສະພາບຄວາມເປັນຈິງ, ອາດຈະໂຈະການເຂົ້າຮຽນຊົ່ວຄາວຈົນກວ່າອາກາດຈະຢູ່ໃນສະພາບປົກກະຕິແຕ່ໃຫ້ມີແຜນການດຳເນີນການຮຽນ-ການສອນຊົດເຊີຍຄືນໃນຊ່ວງ​​ໄລຍະພັກຮຽນຊົ່ວຄາວນັ້ນ. ທັງນີ້ກໍເພື່ອຮັບປະກັນເຮັດໃຫ້ການຮຽນ-ການສອນໝົດຕາມໂຄງການຫລັກສູດ ທີ່ກຳນົດໄວ້ໃນ​​ແຕ່ລະຊັ້ນຮຽນ.


No comments:

Post a Comment