Ad

Ad

19 February 2016

ເຊີນຮ່ວມສົມທົບທຶນປະຕິສັງຂອນພິພິທະພັນຫໍພະແກ້ວໄລຍະ 2 ແລະ 3

          ຄະນະຮັບຜິດຊອບໂຄງການປະຕິສັງຂອນຫໍພະແກ້ວ, ໄດ້ເປີດເລກບັນຊີ 0300100010002680 ​ເງິນກີບ, ບັນຊີເງິນບາດ(ສະກຸນເງິນໄທ) 0300102010000437 ແລະ ບັນຊີເງິນໂດລາສະຫະລັດ 030010101000059 ເພື່ອໃຫ້ຜູ້ມີຈິດໃຈສັດທາຮ່ວມບໍລິຈາກວັດຖຸປັດໄຈສົມທົບທຶນປະຕິສັງຂອນຫໍພະແກ້ວໄລຍະທີ 2 ​ແລະ 3 ຄາດວ່າຈະມີຂຶ້ນໃນມໍ່ໆນີ້, ພາຍຫລັງການປະຕິສັງຂອນໄລຍະທີໜຶ່ງໄດ້ສໍາເລັດລົງດ້ວຍຜົນສໍາເລັດອັນຈົບງາມແລະຈະມີການຄົບງັນໃນວັນທີ 21-22 ກຸມພານີ້.
          ຄະນະຮັບພິຊອບໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ຍ້ອນຫໍພະແກ້ວມີຄວາມເກົ່າແກ່, ຊຸຸດໂຊມ ແລະ ເປ່ເພໄປຕາມການເວລາ, ແຕ່ສິ່ງທີ່ຍັງຍືນຍົງຄົງຕົວຢ່າງບໍ່ມີອັນປ່ຽນແປງໄດ້ກໍຄືນໍ້າໃຈແຫ່ງຄວາມສັດທາ, ຄວາມເຄົາລົບບູຊາຂອງປວງຊົນລາວທັງຊາດທີ່ໄດ້ກໍ່ສ້າງພື້ນ ຖານວັດທະນາທໍາທາງດ້ານວັດຖຸ ແລະ
ຈິດໃຈທີ່ມີຄຸນຄ່າສູງ, ກາຍເປັນມໍລະດົກທີ່ສໍາຄັນຂອງຊາດແລະ ເປັນການສະແດງເຖິງຄວາມກະຕັນຍູຮູ້ບຸນຄຸນຕໍ່ບັນພະບູລຸດທີ່ໄດ້ສ້າງມູນມໍລະດົກນີ້ໄວ້ໃຫ້ລູກຫລານສືບທອດ ແລະ ເປັນບ່ອນສຶກສາຮໍ່າຮຽນເອົາມູນເຊື້ອອັນດີງາມດັ່ງກ່າວ, ຊຶ່ງຈະຕ້ອງໄດ້ປົກປັກຮັກສາໄວ້ໃຫ້ຍືນຍົງຄົງຕົວຢູ່ຄູ່ກັບຊາດລາວ ແລະ ຄົນລາວຕະຫລອດໄປ. ສະນັ້ນ ຈຶ່ງຂໍເຊີນຊວນມາຍັງອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງສັງຄົມ, ບໍລິສັດ, ຫ້າງຮ້ານ, ຫົວໜ່ວຍທຸລະກິດຕ່າງໆຕະຫລອດຮອດມວນຊົນລາວໃນທົ່ວປະເທດຮ່ວມບໍລິຈາກທຶນສົມທົບໃນການປະຕິສັງຂອນພິພິທະພັນດັ່ງກ່າວຕາມເງື່ອນໄຂຄວາມອາດສາມາດຕົວຈິງຂອງຕົນຕາມເລກບັນຊີດັ່ງກ່າວຫລືໂທໄປໝາຍເລກ 021-212619. 021- 212621. 020-56115816 ແລະ 020-55666526 ຕາມໂມງລັດຖະການ.
          ສໍາລັບພິທີສະຫລຸບຜົນສໍາເລັດການສ້ອມແປງໂຄງການປະຕິສັງຂອນພິພິທະພັນຫໍພະແກ້ວຄັ້ງທີ III ໄລຍະທີ 1 ຈະເລີ່ມຂຶ້ນໃນວັນທີ 21-22 ກຸມພານີ້, ພາຍໃນພິທີຈະມີການລາຍງານຜົນສໍາເລັດການສ້ອມແປງໄລຍະທີ1 ​ແລະໄດ້ສະເໜີແຜນສືບຕໍ່ບູລະນະໃນໄລຍະທີ 2 ແລະ 3,ພ້ອມຈະມີການຄົບງັນໄຫວ້ພຣະຮັບສີນ, ສູດປະລິຕະມຸງຄຸນ ແລະ ຕັກບາດຖວາຍສັງຂະທານແດ່ພຣະສົງຈໍານວນ 14 ອົງເປັນອັນວ່າຈົບພິທີ, ຈຶ່ງຂໍເຊີນມວນຊົນຜູ້ທີ່ໄດ້ບໍລິຈາກວັດຖຸປັດໄຈໃນການປະຕິສັງຂອນພິພິທະພັນດັ່ງກ່າວໃນໄລຍະທີ 1 ໄດ້ເຂົ້າຮ່ວມນໍາດ້ວຍ.

No comments:

Post a Comment