Ad

Ad

19 February 2016

ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຝຶກອົບຮົມ​ໃຫ້​ແກ່ການເລືອກຕັ້ງ ສສຊ ຊຸດ​ທີ VIII

    ​ໃນ​ວັນ​ທີ 18 ກຸ​ມພາ​ນີ້, ທີ່​ກະຊວງ​ແຜນການ ​ແລະ ການ​ລົງທຶນ, ພະນັກງານ-ລັດຖະກອນທົ່ວກະຊວງດັ່ງກ່າວໄດ້ຮັບການຝຶກອົບຮົມເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ VIII ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ​ໂດ​ຍການເປັນປະທານຂອງທ່ານ ສົມດີ ດວງດີ ລັດຖະມົນຕີວ່າການກະຊວງແຜນການແລະ ການລົງທຶນແລະ  ທ່ານ ສຈ.ດຣ ຈະເລີນ ເຢຍປາວເຮີ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ, ຮອງກຳມະການຊີວິດການເມືອງ, ມີບັນດາລັດຖະມົນຕີຊ່ວຍວ່າການ, ຫົວໜ້າກົມແລະ ພະນັກງານ-ລັດຖະກອນ​​ເຂົ້າຮ່ວມ​ເປັນ​ຈໍານວນ​ຫລາຍ.

       ​ໃນໂອກາດນີ້, ທ່ານ ສຈ.ດຣ ຈະເລີເຢຍປາວເຮີໄດ້ໃຫ້ກຽດເຜີຍແຜ່ກ່ຽວກັບເອກະສານສຳ ຄັນຕ່າງໆເປັນຕົ້ນມະຕິຂອງກົມການເມືອງສູນກາງພັກວ່າດ້ວຍການເພີ່ມທະວີຊີ້ນໍາຂອງພັກ ຕໍ່ການເລືອກຕັ້ງ
ສະມາຊິກສະພາແຫ່ງຊາດຊຸດທີ VIII ​ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ, ນະຄອນ ຫລວງໄລຍະປີ 2016-2020 , ​ເອກະສານກ່ຽວກັບຜົນງານ 40 ປີແຫ່ງການປົກປັກຮັກສາແລະ ສ້າງສາພັດທະນາ ສປປ ລາວ, ​ເອກະສານເສີມຂະຫຍາຍສິດເປັນເຈົ້າປະເທດຊາດຂອງປະຊາຊົນບັນດາເຜົ່າ, ກົດໝາຍວ່າດ້ວຍສະມາຊິກສະພາແຫ່ງຊາດ, ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ, ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດແລະ ກົດໝາຍວ່າດ້ວຍການເລືອກຕັ້ງສະພາປະຊາຊົນຂັ້ນແຂວງເພື່ອເຮັດໃຫ້ສະມາຊິກພັກ​, ພະນັກງານ-ລັດຖະກອນ ​ໃນ​ກະຊວງ​ດັ່ງກ່າວ, ມີ​ຄວາມຮັບຮູ້​ ​ແລະເຂົ້າໃຈລະອຽດກ່ຽວກັບລະບຽບ, ຫລັກການໃນການເລືອກຕັ້ງ, ຄວາມເປັນເຈົ້າການໃນການໃຊ້ສິດເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດຊຸດໃໝ່ເຊິ່ງເປັນຕົວແທນແຫ່ງມະນະຈິດ, ສິດແລະ ຜົນປະໂຫຍດຂອງປະຊາຊົນຮັບປະກັນເຮັດໃຫ້ການເລືອກຕັ້ງບັນລຸຕາມລະດັບຄາດໝາຍ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ​, ​ຄວາມສະຫງົບປອດໄພ, ທັງເປັນການປຸກລະດົມແລະ ຈັດຕັ້ງນໍາພາຜູ້ທີ່ມີສິດເລືອກຕັ້ງໄປໃຊ້ສິດຂອງຕົນໄດ້ຢ່າງຄົບຖ້ວນ, ຮັບ ປະກັນການລົງຄະແນນສຽງຢ່າງຖືກຕ້ອງ, ​ໃຊ້ສິດປ່ອນບັດຂອງຕົນດ້ວຍຄວາມສະໝັກໃຈ, ຮັບປະ ກັນໃຫ້ໄດ້ຕາມມາດຖານເງື່ອນໄຂເພື່ອແນໃສ່ຍົກລະດັບ​​ຄວາມສາມາດໃນການເຄື່ອນໄຫວ​​ວຽກງານຂອງສະພາແຫ່ງຊາດຊຸດທີ VIII ​ໃຫ້ມີປະສິດທິຜົນປະກອບສ່ວນເຂົ້າໃນການປັບປຸງອໍານາດລັດ ທີ່ເປັນຂອງປະຊາຊົນໂດຍປະຊາຊົນແລະເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

No comments:

Post a Comment