Ad

Ad

26 May 2016

ກະຊວງກະສິກຳຢືນຢັນວ່າການປູກໄມ້ໃນຜ່ານມາສາມາດບັນລຸຄາດໝາຍແຜນການວາງໄວ້ເປັນຢ່າງດີ

          ຫົວໜ້າພະແນກສົ່ງເສີມປູກໄມ້ ແລະ ການລົງທືນປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ໃຫ້ສຳພາດຕໍ່ນັກຂ່າວລາວພັດທະນາຂອງພວກ ເຮົາເນື່ອງໃນໂອກາດກະກຽມໃຫ້ແກ່ວັນປູກໄມ້ແຫ່ງຊາດວ່າ: ​ກ່ອນປີ 1940 ປະ​​ເຮົາມີເນື້ອທີ່ປົກຫຸ້ມຂອງປ່າໄມ້ 70 % ຫຼືປະມານ 16 ລ້ານ​​ເຮັກຕາ ແລະ ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍພັກ-ລັດຖະບານເຮົາຢາມໃດກໍໄດ້ຖືເອົາວຽກງານປ່າໄມ້ເປັນວຽກສຳຄັນໃນໂຄງປະກອບເສດຖະກິດແຫ່ງຊາດ, ຕິດພັນກັບການຜະລິດອຸດສາຫະກຳເພື່ອການສ້າງສາພັດທະນາປະເທດ, ຂະຫຍາຍພື້ນຖານໂຄງລ່າງ - ຖະໜົນຫົນທາງ, ​ຂະຫຍາເນື້ອທີ່ການຜະລິດ, ຂະຫຍາຍທີ່ຢູ່ອາໄສຂອງປະຊາຊົນ ແລະ ອື່ນໆທີ່ນັບມື້ຫຼາຍຂຶ້ນ, ອັນໄດ້ສົ່ງຜົນກະທົບ​​ເຮັດໃຫ້ເນື້ອທີ່ປ່າໄມ້ຫຼຸດໜ້ອຍຖອຍລົງເຖິງ 11 ລ້ານ​​ເຮັກຕາ ຫຼື ປະມານ 47% ຂອງ​​​ເນື້ອທີ່ປ່າ​​ໄມ້ທົ່ວປະເທດນັບແຕ່ປີ 2000 ຄືນຫຼັງ ​​ແລະ ຍ້ອນເຫັນໄດ້ຄວາມສຳຄັນຂອງປ່າໄມ້ຕໍ່ກັບການດຳລົງຊີວິດ
ຂອງປະຊາຊົນໃນປີ 2005 ລັດຖະບານໄດ້ວາງຍຸດທະສາດປ່າໄມ້ຮອດປີ 2020 ​ໂດຍໄດ້ກຳນົດໄວ້ວ່າ: ຕ້ອງປູກ​​ໄມ້ໃຫ້ໄດ້ 5 ​ແສນເຮັກຕາແລະ ພື້ນ​​ຟູປ່າທຳມະຊາດໃນ 3 ປະເພດປ່າຄື: ປ່າຜະລິດ, ປ່າສະຫງວນແລະ ປ່າປ້ອງກັນ ໃຫ້ໄດ້ 6 ລ້ານເຮັກຕາ ແລະແຕ່ລະປີຜ່ານມາລັດຖະບານກໍໄດ້ມີແຜນການປູກໄມ້ໂດຍແມ່ນກະຊວງກະສິກເລະ ປ່າໄມ້ຳເປັນຜູ້ນຳພາບັນດາແຂວງ, ​ເມືອງ, ບ້ານຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ເພື່ອຍົກລະດັບການປົກຫຸ້ມຂອງປ່າໄມ້ໃນທົ່ວປະເທດໃຫ້ໄດ້ 65%​ ​ໃນປີ 2015 ​ແລະ  70%​ ​ໃນປີ 2020 ​​ແລະ ຈາກການປູກໄມ້ໃນໄລຍະຜ່ານມາເຫັນວ່າສາມາດບັນລຸໄດ້ຕາມຄາດ ໝາຍແຜນການຄືຮອດປີ 2015 ການປູກໄມ້ສາມາດບັນລຸໄດ້ແລ້ວຫຼາຍກວ່າ 4 ​ແສນເຮັກຕາ ​​ແລະເຮັດໃຫ້ທົ່ວປະເທດມີເນື້ອທີ່ປົກຫຸ້ມປ່າໄມ້ແລ້ວ 68%, ແຕ່ເຖິງຢ່າງໃດກໍດີຜ່ານມານັ້ນກໍຍອມຮັບວ່າການປູກໄມ້ໃນປະເທດເຮົາແມ່ນມີຄວາມຫຍຸ້ງຍາກຫຼາຍຢ່າງເປັນຕົ້ນແມ່ນການຕອບສະໜອງງົບປະມານບໍ່ພຽງພໍຈຶ່ງເຮັດໃຫ້ຕົ້ນ​​ໄມ້ທີ່ປູກໄປແລ້ວນັ້ນບໍ່ໄດ້ຮັບການບົວລະບັດແລະ ປົກປັກຮັກສາ​​ໄດ້ຢ່າງທົ່ວເຖິງ, ອັນໄດ້ເຮັດໃຫ້ຕົ້ນໄມ້ປູກໃໝ່ຈຳນວນໜຶ່ງຖືກເສຍຫາຍລົ້ມຕາຍ, ​​​ໂດຍສະເລ່ຍແລ້ວ 80% ຂອງຕົນໄມ້ທີ່ປູກ​​ໄປແລ້ວນັ້ນແມ່ນມີການເຕີບໃຫຍ່ຂະຫຍາໂຕຕາມຄາດໝາຍ, ພົ້ນ​​ເດັ່ນແມ່ນຢູ່ບັນດາແຂວງພາກເໜືອເຊັ່ນ: ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຮອງລົງມາແມ່ນພາກກາງ ແລະ ພາກໃຕ້​, ​ແຕ່ກໍ​​ຍອມຮັບວ່າໃນ 2 ປີຜ່ານມາວຽກງານປູກໄມ້​​ມີປະສິດທີພາບດີຂຶ້ນ, ​ເມື່ອລັດຖະບານໄດ້ມີງົບປະມານຈຳນວນໜຶ່ງມອບໃຫ້ແຕ່ລະແຂວງເພື່ອນຳໃຊ້ເຂົ້າໃນການປູກໄມ້​​ໃຫ້ເປັນພິທີທາງການແລະເຮັດໃຫ້ຕົ້ນໄມ້ທີ່ປູກໄປແລ້ວນັ້ນໄດ້ຮັບການບົວລະບັດຮັກສາຫຼາຍຂຶ້ນ ແລະ ມີອັດຕາການເຕີບໃຫຍ່ຫຼາຍຂຶ້ນ.

          ທ່ານ ທົວໜ້າພະແນກດັ່ງກ່າວໃຫ້ຮູ້ວ່າ: ການປູກໄມ້ໃນປີ 2016 ນີ້​, ກະຊວງກະສິກຳແລະ ປ່າໄມ້ໄດ້ວາງຄາດໝາຍໄວ້ທີ 24 ພັນເຮັກຕາ ແລະ ເພື່ອໃຫ້ບັນລຸຄາດໝາຍດັ່ງກ່າວຂະ ແໜງການກ່ຽວຂ້ອງຈະຕ້ອງໄດ້ອອກແຮງໂຄສະນາປຸກລະດົມໃຫ້ສັງຄົມ​​ໄດ້ຮັບຮູ້​ ​ແລະເຂົ້າໃຈເຖິງຄວາມໝາຍຄວາມສຳຄັນຂອງປ່າໄມ້ຫຼາຍຂຶ້ນ, ພ້ອມນັ້ນກໍຈະເນັ້ນ​​ໃສ່ການປົກສາຮັກສາສິ່ງແວດລ້ອມ, ​ແຫຼ່ງນ້ຳ ແລະ ປູກປະດັບຕາມສຳນັກງານຫ້ອງການ,​ ລຽບຕາມຖະໜົນຫົນທາງເພື່ອເປັນຮົມ ​​ແລະ ພັນໄມ້ທີ່ຈະນຳມາປູກສ່ວນໃຫຍ່ຈະເປັນພັນໄມ້ພື້ນເມືອງເປັນຫຼັກເຊັ່ນ: ​ໄມ້ດູ່, ​ໄມ້ແຄນ, ​ໄມ້ຍາງ, ​​ໄມ້ແຕ້ຂ່າ. ຕົ້ນຄູນ, ຜ່າແດງ ​, ຕົ້ນໄມ້​​ໃຫ້ໝາກ ​​ແລະໄມ້ປະດັບອື່ນໆທີ່ເກີດຢູ່ຕາມທ້ອງຖິ່ນ, ນອກຈາກການປູກໄມ້ດັ່ງກ່າວແລ້ວຍັງຈະໄດ້ປູກ​​ເສີມໃສ່ເຂດກ້ອງປ່າ​, ປ່າທີ່ຊຸດໂຊມ, ​ໂດຍສະເພາະແມ່ນບ່ອນທີ່ເປົ່າຫວ່າງປອກໂລ້ນຕາມທຳມະຊາດ, ສຳລັບການປູກຂອງປະຊາຊົນ ແລະ ຫົວໜ່ວຍທຸລະກິດແມ່ນຈະປູກຕາມທີ່ລັດກຳນົດແລະ ຈັດສັນໃຫ້ເທົ່ານັ້ນແລະ ສ່ວນການກະກຽມ​​ເບ້ຍໄມ້ ​​ແລະເນື້ອທີ່ປູກມາຮອດປັດຈຸບັນຖືວ່າມີຄວາມພ້ອມແລ້ວໂດຍພື້ນຖານ ແລະເພື່ອເຮັດໃຫ້ການປູກໄມ້ປີ້ນີ້ມີປະສິດທິພາບດີຂຶ້ນທາງພາກສ່ວນກ່ຽວຂ້ອງກໍຄືກະຊວງກະສິກຳກໍໄດ້ອອກແຈ້ງການ​​ແນະນຳເປັນປະຈຳແຕ່ລະໄລຍະ ​​ແລະໄດ້ປະສານສົມທົບກັບພະແນກກະສິກຳແລະ ປ່າໄມ້ແຂວງ, ໜ່ວຍງານ​​ທີ່ດິນເພື່ອກຳນົດເຂດທີ່ຈະປູກ​​ໃຫ້ຈະແຈ້ງແລະ ຮັບປະກັນໃຫ້​​ເນື່ອທີ່ປູກໄມ້ບໍ່ຖືກລຸກລ້ຳ​, ພ້ອມໄດ້ແນະນຳໃຫ້ຄວາມຮູ້ດ້ານວິຊາການ, ​ເຕັກນິກການປູກຕ່າງໆໃຫ້ຖືກຕ້ອງຕາມຂັ້ນຕອນ, ນັບແຕ່ຂັ້ນຕ້ອນກະກຽມ​​ເບ້ໄມ້, ກະກຽມດິນ, ການປູກ,ຈົນເຖິງການບົວລະບັນຮັກສາຈົນກ່ວາໄມ້ຈະເຕີບໃຫຍ່ຕາມທຳມະຊາດໄດ້ເລະເນື່ອງໃນໂອກາດວັນປູກມັນແຫ່ງຊາດ ວັນທີ 1 ມິຖຸນາ 2016 ນີ້, ຮຽກຮ້ອງໃຫ້ທົ່ວສັງຄົມຈົ່ງຮ່ວມແຮງຮ່ວມໃຈກັນປູກຕົ້ນໄມ້ຢ່າງໜ້ອຍ ຄົນລະ 1 ຕົ້ນເພື່ອປົກປັກຮັກສາສິ່ງແວດລ້ອມ, ແຫຼ່ງນ້ຳ,ຕ້ານກັບການປ່ຽນແປງຂອງດິນຟ້າອາກາດທີ່ພວມເປັນຢູ່ໃນປັດຈຸບັນ.

No comments:

Post a Comment