Ad

Ad

26 May 2016

ທົ່ວ​ປະ​ເທດ​ເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາ​ແຊງ​ສຳ​ເລັດ​ແລ້ວ​ຫຼາຍ​ກວ່າ 95%

          ກົມປູກຝັ່ງກະຊວງກະສິກຳ ​​ແລະປ່າໄມ້ໃຫ້ຮູ້ວ່າ: ມາດຮອດປັດຈຸບັນ, ກະສິກອນທົ່ວປະເທດສາມາດເກັບກ່ຽວມ້ຽນມັດເຂົ້ານາແຊງຂອງຕົນສຳເລັດແລ້ວຫຼາຍວກວ່າ 93 ພັນເຮັກຕາ, ​ເທົ່າກັບ 95%​, ​ເນື້ອທີ່ປັກດຳທັງໝົດ 98,678 ເຮັກຕາ, ໃນນັ້ນ ພາກກາງປະຕິບັດໄດ້ແລ້ວ 97 % , ພາກເໜືອ 91% ແລະ ພາກໃຕ້ 90%, ຄາດວ່າການເກັບກ່ຽວຈະສຳເລັດ 100% ​ໃນທ້າຍ​​​ເດືອນນີ້,​ ສຳລັບການປູກພືດສະດູແລ້ງປີນີ້​, ຊຶ່ງມາຮອດປັດຈຸບັນປູກ​​ໄດ້​​ແລ້ວຫຼາຍກວ່າ 151 ພັນ​​ເຮັກຕາ, ​ເທົ່າກັບ 93 % ຂອງເນື້ອທີ່ຄາດ​​ໄວ້,​ ພົົ້ນເດັ່ນແມ່ນບັນດາແຂວງພາກກາງປະຕິບັດໄດ້​​ຫຼາຍກວ່າ 67 ພັນເຮັດຕາ, ພາກເໜືອ 56 ພັນກວ່າເຮັກຕາ, ພາກໃຕ້ 28 ພັນກວ່າເຮັກຕາ, ສ່ວນພືດທີນິຍົມປູກຫຼາຍໃນປັດຈຸບັດແມ່ນພຶດຕະກຸນຖົ່ວ, ໝາກແຕງ , ສາລີ ແລະ ພືດອາຍຸສັ້ນອື່ນໆ.


          ກົມດັ່ງກ່າວໃຫ້ຮູ້ອີກວ່າ: ສຳລັບການກະກຽມຜະລິດເຂົ້ານາປີມາຮອດປັດຈຸບັນຫຼາຍທ້ອງຖິ່ນກໍໄດ້ມີການໄຖຮູດ​ ​ແລະ ຕົກກ້າແລ້ວເປັນສ່ວນໃຫຍ່, ຂະນະທີ່ຂະແໜງກະສິກຳແລະ ປ່າໄມ້ກໍໄດ້ເອົາໃຈໃສ່ຮ່ວມກັບທ້ອງຖິ່ນສ້ອມແປງລະບົບຊົນລະປະທານ ແລະ ເໝືອງຝາຍເພື່ອຮັບປະກັນໃຫ້ແກ່ການສະໜອງນ້ຳ​​ໄດ້ຢ່າງທົ່ເຖິງແລະ ພຽງພໍ, ພ້ອມກັບມີການສະໜອງແນວພັນເຂົ້າປູກໃຫ້ແກ່ປະຊົນບ້າງທ້ອງຖິ່ນທີ່ຍັງຂາດເງື່ອນໄຂ.

No comments:

Post a Comment