Ad

Ad

7 June 2016

ປະຊາຊົນນຳໃຊ້ເສັ້ນທາງຕານມີໄຊ-ໜອງບຶກເດືອດຮ້ອນຍ້ອນທາງເປ່ເພໜັກ

          ປັດຈຸບັນໄດ້ເລີ່ມກ້າວເຂົ້າສູ່ລະດູຝົນເສັ້ນທາງຕ່າງໆໃນເທດສະ ບານ ແລະ ເສັ້ນທາງອອກສູ່ຊານເມືອງຫຼາຍສາຍໃນ ນະຄອນຫຼວງວຽງຈັນທີ່ຕົກຢູ່ໃນສະພາບເປ່ເພຢູ່ແລ້ວນັ້ນໄດ້ເລີ່ມເປ່ພັກໝັກເປັນບວກເປັນຂຸມ, ອັນສ້າງຄວາມຫຍຸ້ງຍາກລຳບາກໃຫ້ແກ່ການສັນຈອນໄປມາເຖິງວ່າຜ່ານມາສ່ວນກ່ຽວຂ້ອງໄດ້ປົວແປງເສັ້ນທາງທີ່ເປ່ເພນັ້ນໄປແລ້ວຈຳນວນໜຶ່ງເພື່ອຮັບປະກັນໃຫ້ການສັນຈອນໄປມາມີຄວາມສະດວກດີຂຶ້ນ, ຂະນະດຽວກັນກໍຍັງມີບາງເສັ້ນທາງສາຍຫຼັກທີ່ມີລົດຖຽວໄປມາຫຼາຍແຕ່ຍັງບໍ່ໄດ້ຮັບການສ້ອມແປງດັ່ງເສັ້ນທາງແຕ່ສີແຍກໄຟແດງຕານມີໄຊ - ສາມແຍກໜອງບຶກ ຊຶ່ງປັດຈຸບັນໄດ້ມີສະພາບເປເພໜັກ, ຫຼາຍຈຸດເປັນບວກເປັນຂຸມເລິກ,
ສ້າງຄວາມຫຍຸ້ງຍາກໃຫ້ແກ່ການໄປມາຂອງປະຊາຊົນເຂດດັ່ງກ່າວ ແລະ ຜູ້ທີ່ທ່ຽວຜ່ານໄປມາໃນເສັ້ນ ທາງນັ້ນ, ໂດຍເຂົາເຈົ້າຕ່າງກໍສະເໜີຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງດຳເນີນການປົວແປງເສັ້ນທາງຈຸດທີ່ເປ່ເພໂດຍໄວເພາະການໄປມາພົບຄວາມຫຍຸ້ງຍາກຫຼາຍ ແລະ ສັງເກດເຫັນວ່າເສັ້ນທາງສາຍນີ້ນັບມື້ມີການເປ່ເພຫຼາຍຂຶ້ນເລື່ອຍໆຍ້ອນບໍ່ໄດ້ຮັບການປົວແປງ ແລະ ບັນຫາດັ່ງກ່າວທາງນັກຂ່າວຫຼາຍພາກ ສ່ວນກໍເຄີຍທວງຖາມພາກສ່ວນກ່ຽວຂ້ອງມາແລ້ວຫຼາຍຄັ້ງແຕ່ໄດ້ຄຳຕອບພຽງວ່າກຳລັງຢູ່ໃນຂັ້ນຕອນປຶກສາຫາລືເພື່ອຈະກໍ່ສ້າງ, ແຕ່ມາຮອດປັດຈຸບັນກໍບໍ່ເຫັນວ່າຈະມີການສ້ອມແປງແຕ່ຢ່າງໃດ ແລະ ຊ່ວງໄລຍະນີ້ກໍເລີ່ມກ້າວເຂົ້າສູ່ລະດູຝົນແລ້ວຖ້າຫາກເສັ້ນທາງດັ່ງກ່າວບໍ່ໄດ້ຮັບການສ້ອມແປງໂດຍໄວເຊື່ອວ່າຍິ່ງຈະເປ່ເພໜັກກວ່າເກົ່າ ເເລະ ສ້າງຄວາມເດືອດຮ້ອນໃຫ້ປະຊາຊົນຜູ້ທ່ຽວຜ່ານໄປມາຫຼາຍສົມຄວນ.

No comments:

Post a Comment