Ad

Ad

18 July 2016

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ຈະຈັດຂຶ້ນໃນວັນທີ 23-26 ກໍລະກົດນີ້

ວັນທີ 16 ກໍລະກົດນີ້, ກະຊວງການຕ່າງປະເທດ ແຈ້ງໃຫ້ຮູ້ວ່າ: ມາຮອດປັດຈຸບັນ ລາວມີຄວາມກຽມພ້ອມໃຫ້ແກ່ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23-26 ກໍລະກົດນີ້ ທີ່ນະຄອນຫລວງວຽງຈັນ.
ທ່ານ ບຸນແນມ ຈວງຫອມ ຮັກສາການໂຄສົກກະຊວງການຕ່າງປະເທດ ໄດ້ແຈ້ງຕໍ່ສື່ມວນຊົນວ່າ: ປັດຈຸບັນນີ້ ພວກເຮົາມີຄວາມພ້ອມສົມບູນແລ້ວ, ໂດຍສະເພາະ ເນື້ອໃນ ແລະ ພິທີການຕ່າງໆ ແລະ ຄາດວ່າ ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ຈະໄດ້ຮັບກຽດເປັນປະທານໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 49, ກອງປະຊຸມຄະນະກໍາມາທິການເຂດປອດອາວຸດນິວເຄລຍອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນກັບຄູ່
ເຈລະຈາ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມຄັ້ງທີ 17, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຕິດພັນກັບກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 6 ແລະ ກອງປະຊຸມເວທີພາກພື້ນອາຊຽນຄັ້ງທີ 23, ໂດຍຈະຈັດຂຶ້ນລະຫວ່າງວັນທີ 23-26 ກໍລະກົດນີ້, ທີ່ນະຄອນຫລວງວຽງຈັນ.

ກອງປະຊຸມຄັ້ງນີ້ ທຸກພາກສ່ວນຈະໄດ້ຮ່ວມກັນປຶກສາຫາລື ແລະ ຕິດຕາມກ່ຽວກັບບັນຫາຕ່າງໆ ທີ່ໄດ້ຫາລືໃນກອງປະຊຸມວົງແຄບຂອງລັດຖະມົນຕີຕ່າງປະເທດອາຊຽນທີ່ໄດ້ຈັດຂຶ້ນໃນເດືອນກຸມພາຜ່ານມາ, ທີ່ນະຄອນຫລວງວຽງຈັນ. ນອກນີ້ ບັນດາລັດຖະມົນຕີຕ່າງປະເທດອາຊຽນ ຍັງຈະໄດ້ປຶກສາຫາລືຮ່ວມກັນ ເພື່ອສືບຕໍ່ຮັດແໜ້ນປະຊາຄົມອາຊຽນ ລວມທັງການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025, ວຽກງານຂອງຄະນະກໍາມາທິການລະ ຫວ່າງລັດຖະບານອາຊຽນວ່າດ້ວຍສິດທິມະນຸດສໍາລັບປີ 2016 ແລະ ການກະກຽມໃຫ້ແກ່ບັນດາກອງປະຊຸມລະດັບລັດຖະມົນຕີຕ່າງປະເທດອື່ນໆທີ່ກ່ຽວຂ້ອງ. ນອກນັ້ນ ບັນດາລັດຖະມົນຕີຍັງຈະໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບບັນຫາພາກພື້ນ, ສາກົນທີ່ມີຄວາມເປັນຫ່ວງ ແລະ ສົນໃຈຮ່ວມກັນ ອື່ນໆອີກ.

No comments:

Post a Comment