Ad

Ad

18 July 2016

ທະນາຄານໂລກສະໜອງທຶນຫລາຍກວ່າ 32 ຕື້ກີບເພື່ອສະໜັບ ສະໜູນທຸລະກິດຂະໜາດນ້ອຍ ແລະ ກາງຂອງລາວ

          ວັນທີ 15 ກໍລະກົດນີ້, ທະນາຄານໄຊງ່ອນເທືອງຕິ່ນ (SacomBank Lao) ແລະ ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ໄດ້ລົງນາມສັນຍາການສະໜອງສິນເຊື່ອ ຈຳນວນ 32,5 ຕື້ກີບ (4ລ້ານໂດລາສະຫະ ລັດ), ລະຫວ່າງ ທ່ານ ຟາມ ກວາງ ຟູ ອຳນວຍການໃຫຍ່ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ ແລະ ທ່ານ ສົມດີ ອິນມີໄຊ ຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ເພື່ອປ່ອຍເງິນກູ້ຈຳນວນດັ່ງກ່າວໃຫ້ພາກສ່ວນທຸລະກິດຂະໜາດນ້ອຍ ແລະ ກາງ, ໂດຍເນັ້ນໃສ່ການສະໜອງທຶນໃນໄລຍະຍາວ ຫລື ທຶນຄົງທີ່ ໃຫ້ທຸລະກິດເຫລົ່ານັ້ນໄດ້ມີທຶນໝູນພາຍໃນທຸລະກິດ.

          ການສະໜອງທຶນຄັ້ງນີ້ ເປັນການສ້າງເງື່ອນໄຂໃຫ້ແກ່ທະນາຄານດັ່ງກ່າວ ໃນການສະໜອງສິນເຊື່ອໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ກາງ ໃນຂອບເຂດເງື່ອນໄຂ ແລະ ມີອັດຕາດອກເບ້ຍທີ່ສົມເຫດສົມຜົນ, ເຮັດໃຫ້ທຸລະກິດດັ່ງກ່າວ ສາມາດເຂົ້າເຖິງແຫລ່ງທຶນໄດ້ຫລາຍຂຶ້ນ, ສຳລັບເງື່ອນໄຂການປ່ອຍກູ້ແມ່ນ: ຕ້ອງເປັນຫົວໜ່ວຍວິສາຫະກິດທີ່ມີຈຳນວນແຮງງານຕຳກວ່າ 99 ຄົນ, ພ້ອມທັງມີຄວາມຮັບຜິດຊອບດ້ານສິ່ງແວດລ້ອມ ແລະ ສັງຄົມ, ວົງເງິນແມ່ນບໍ່ເກີນ 2 ແສນໂດລາສະຫະລັດ, ສຳລັບທຶນໄລຍະສັ້ນ (ທຶນໝູນວຽນ) ດອກເບ້ຍແມ່ນ 30% ແລະ ທຶນໄລຍະຍາວ (ທຶນຄົງທີ່) 70%.

ທະນາຄານ ໄຊງ່ອນ ເປັນທະນາຄານແຫ່ງທີ 3 ທີ່ໄດ້ຮັບການຄັດເລືອກເຂົ້າຮ່ວມໂຄງການ ການເຂົ້າເຖິງແຫລ່ງທຶນຂອງວິສາຫະກິດຂະໜາດນ້ອຍ ແລະ ກາງ (SME Axxess to Finance Project), ໄລຍະຜ່ານມາທາງໂຄງການດັ່ງກ່າວ ໄດ້ຄັດເລືອກ ແລະ ເຊັນສັນຍາສະໜອງທຶນໃຫ້ກັບ 2 ທະນາຄານແລ້ວຄື: ທະນາຄານລາວຈີນ ຈຳກັດ ແລະ ທະນາຄານ ເອັສທີ ຈຳກັດ.

No comments:

Post a Comment