Ad

Ad

5 August 2016

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ-ສ.ເກົາຫລີ ຄັ້ງທີ 13

          ໃນວັນທີ 4 ສິງຫານີ້, ຢູ່ໂຮງແຮມດອນຈັນ ພາເລດ ນະຄອນຫລວງວຽງຈັນ, ໄດ້ມີສືບຕໍ່ການດຳເນີນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ, ຊຶ່ງໃນກອງປະຊຸມປຶກສາຫາລືລະຫວ່າງລັດຖະມົນຕີເສດຖະກິດອາຊຽນ-ສ.ເກົາຫລີ ຄັ້ງທີ 13 (13th AEM-ROK Consultations), ພາຍໃຕ້ການເປັນປະທານຮ່ວມຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ທ່ານ ຈູ ຫຸນ ວານ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງ ງານຂອງ ສ.ເກົາຫລີ, ຊຶ່ງໃນນັ້ນ ສ.ເກົາຫລີ ໄດ້ກ່າວວ່າການສ້າງປະຊາຄົມເສດຖະກິດອາຊຽນ ຫລື
AEC ໃນປີ 2015 ເປັນບາດກ້າວສຳຄັນໃນການເຊື່ອມໂຍງເສດຖະກິດອາຊຽນໃນພາກພື້ນ, ພ້ອມທັງໄດ້ສະແດງຄວາມຍິນດີຕໍ່ອາຊຽນທີ່ມີແຜນແມ່ບົດສະບັບໃໝ່ສຳລັບປີ 2025, ຊຶ່ງແຜນດັ່ງກ່າວໄດ້ເລັງໃສ່ການສ້າງປະຊາຄົມເສດຖະກິດອາຊຽນ ໃຫ້ເຊື່ອມໂຍງເປັນໜຶ່ງດຽວ, ມີການແຂ່ງຂັນ, ມີຫົວຄິດປະດິດສ້າງ ແລະ ມີຄວາມຫລາກຫລາຍ, ພ້ອມທັງມີການເຊື່ອມໂຍງກັບເສດຖະກິດໂລກ, ສ່ວນການຮ່ວມມືສອງຝ່າຍລະຫວ່າງອາຊຽນ ແລະ ສ.ເກົາຫລີ ໃນຂົງເຂດການຄ້າ ແລະ ການລົງທຶນໂດຍສະເພາະມູນຄ່າການຄ້າທັງໝົດຂອງທັງສອງຝ່າຍໄດ້ເພີ່ມຂຶ້ນເປັນ 122,9 ຕື້ໂດລາ, ຄິດໄລ່ເປັນ 5,4% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ ແລະ ເຮັດໃຫ້ ສ.ເກົາຫລີ ຈັດເປັນຄູ່ຄ້າທີ່ໃຫຍ່ທີ່ສຸດອັນດັບທີ 5 ຂອງອາຊຽນ, ການລົງທຶນໂດຍກົງຂອງຕ່າງປະເທດທີ່ມີເງິນລົງທຶນຈາກ ສ.ເກົາຫລີ ໃນຕະຫລາດອາຊຽນມີມູນຄ່າ 5,7 ຕື້ໂດລາ ໃນປີ 2015 ແລະ ເຮັດໃຫ້ ສ.ເກົາຫລີ ເປັນແຫລ່ງລົງທຶນໂດຍກົງຈາກຕ່າງປະເທດທີ່ໃຫຍ່ທີ່ສຸດອັນດັບທີ 5 ຂອງອາຊຽນ, ກອງປະຊຸມໄດ້ສະ ແດງຄວາມຍິນດີຕໍ່ຜົນບັງຄັບໃຊ້ ຫລື ການໃຫ້ສັດຕະຍາບັນຂອງອານຸສັນຍາສະບັບທີສາມ ເພື່ອປັບປຸງສັນຍາການຄ້າດ້ານສິນຄ້າໃນຂອບເຂດອາຊຽນ-ເກົາຫລີ ໃນເດືອນມັງກອນ 2016 ສຳລັບໄທ ແລະ ເກົາຫລີ, ວັນທີ 11 ກຸມພາ 2016 ສຳລັບມຽນມາ, ວັນທີ 29 ມີນາ 2016 ສຳລັບສິງ ກະໂປ ແລະ 10 ມີຖຸນາ 2016 ສຳລັບ ສປປ ລາວ, ຕິດພັນກັບການສະເໜີຂໍ້ຜູກພັນໃໝ່ກ່ຽວກັບລະ ບຽບການດ້ານພາສີ ແລະ ການອຳນວຍຄວາມສະດວກດ້ານການຄ້າ ພ້ອມທັງຕາຕະລາງຫລຸດຜ່ອນອັດຕາພາສີສຳລັບແຕ່ລະລາຍການ, ອານຸສັນຍາດັ່ງກ່າວຈະຊ່ວຍເພີ່ມທະວີຄວາມສະດວກທາງດ້ານການຄ້າລະຫວ່າງອາຊຽນ ແລະ ສ.ເກົາຫລີ ເພື່ອເຮັດໃຫ້ຕົວເລກເປົ້າໝາຍທາງການຄ້າຂອງທັງສອງຝ່າຍບັນລຸ 200 ຕື້ ໃນປີ 2020 ຕາມທີ່ຜູ້ນຳຂອງສອງຝ່າຍກຳນົດໄວ້, ກອງປະຊຸມໄດ້ສະແດງຄວາມດີໃຈ ທີ່ເຫັນການເຈລະນາມີຄວາມຄືບໜ້າ, ໂດຍສະເພາະການເປີດເສລີການຄ້າໃນອານາຄົດຂອງສິນຄ້າທີ່ມີຄວາມກະທົບໄວ ພາຍໃຕ້ສັນຍາການຄ້າດ້ານສິນຄ້າໃນຂອບອາຊຽນ-ສ.ເກົາຫລີ, ພ້ອມທັງການແລກປ່ຽນບັນຊີລາຍການສິນຄ້າສະບັບທຳອິດ ຊຶ່ງກັນ ແລະ ກັນ, ຍ້ອນການເຈລະຈາມີຄວາມຄືບໜ້າໃນລະດັບດີ, ບັນດາລັດຖະມົນຕີ ຈຶ່ງໄດ້ມີຄຳສັ່ງໃຫ້ສືບຕໍ່ດຳເນີນການເຈລະຈາຢ່າງເປັນທາງການເພື່ອເປີດເສລີທາງການຄ້າສຳລັບສິນຄ້າທີ່ມີຄວາມກະທົບໄວ ພາຍໃຕ້ສັນຍາການຄ້າອາຊຽນ-ສ.ເກົາຫລີ ບັນດາລັດຖະມົນຕີ ຫວັງເປັນຢ່າງຍິ່ງວ່າການເຈລະຈາລະຫວ່າງອາຊຽນ-ສ.ເກົາຫລີ ຄັ້ງຕໍ່ໄປ ຈະໄດ້ຮັບໝາກຜົນອັນຈົບງາມ. ນອກຈາກນີ້ ໄດ້ເນັ້ນໜັກຄວາມສຳຄັນຂອງການມີສ່ວນຮ່ວມຂອງພາກທຸລະກິດ ແລະ ຢ້ຳຄືນອີກວ່າຕ້ອງໄດ້ໝູນໃຊ້ສະມາຄົມທຸລະກິດຂອງອາຊຽນ ແລະ ສ.ເກົາຫລີ ເພື່ອສົ່ງເສີມການຮ່ວມມືລະຫວ່າງທຸລະກິດ ແລະ ວິສາຫະກິດຂະໜາດຈຸລະພາກ, ນ້ອຍ ແລະ ກາງ ລວມທັງການພັດທະນາຊັບພະຍາກອນມະນຸດ ແລະ ແລກປ່ຽນບົດຮຽນທີ່ດີຊຶ່ງກັນ ແລະ ກັນ ພ້ອມທັງເຂົ້າຮ່ວມໃນຂະບວນການຜະລິດແບບຕ່ອງໂສໃນລະດັບພາກພື້ນ ແລະ ມີຄວາມຍິນດີ ແລະ ຮັບຊາບຕໍ່ຄວາມຄືບໜ້າຂອງການຮ່ວມມືດ້ານເສດຖະກິດລະຫວ່າງອາຊຽນ ແລະ ສ.ເກົາຫລີ ລວມທັງບັນດາໂຄງການທີ່ສະໜັບສະໜູນດ້ານງົບປະມານພາຍໃຕ້ຂອບການຮ່ວມມືເສດຖະກິດອາຊຽນ-ສ.ເກົາຫລີ ນັບແຕ່ກອງປະຊຸມປຶກສາຫາລືລະຫວ່າງອາຊຽນ-ສ.ເກົາຫລີ ຄັ້ງທີ 12 ເປັນຕົ້ນມາ, ໄດ້ມີການຮັບຮອງເອົາ 8 ໂຄງການພາຍໃຕ້ຂອບການຮ່ວມມືດັ່ງກ່າວ ເພື່ອຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ສ.ເກົາຫລີ ແລະ ປັບປຸງຄວາມສາມາດຂອງສະມາຊິກອາຊຽນໃນຫລາຍຂົງເຂດວຽກງານເປັນຕົ້ນແມ່ນ ການອຳນວຍຄວາມສະດວກດ້ານການຄ້າ, ຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງ, ບັນດາລັດຖະມົນຕີ ໄດ້ສະໜັບສະໜູນໃຫ້ສະມາຊິກອາຊຽນ ສະເໜີບັນດາໂຄງການເພີ່ມຕື່ມ ແລະ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ສ.ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອເພື່ອພັດທະນາແບບຍືນຍົງ ບັນດາລັດຖະມົນຕີ ໄດ້ສະໜັບສະໜູນໃຫ້ສະມາຊິກອາຊຽນ ສະເໜີບັນດາໂຄງການເພີ່ມຕື່ມ ແລະ ໄດ້ສະແດງຄວາມຂອບໃຈມາຍັງລັດຖະບານ ສ.ເກົາຫລີ ທີ່ໄດ້ໃຫ້ການຊ່ວຍເຫລືອເພື່ອພັດທະນາລະບົບການຊອກຫາຂໍ້ມູນດ້ານອັດຕາພາສີຂອງອາຊຽນ.

No comments:

Post a Comment