Ad

Ad

5 August 2016

ຜົນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນຄັ້ງທີ 48

          ກອງເປຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 48 (48th ASEAN Economic Ministers Meeting), ໄດ້ໄຂຂຶ້ນໃນຕອນບ່າຍຂອງວັນທີ 3 ສິງຫານີ້, ທີ່ໂຮງແຮມ ດອນຈັນ ພາເລດ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານນາງ ເຂັມມະນີ ພົນເສນາ ລັດຖະ ມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນຂອງ ສປປ ລາວ , ມີລັດຖະມົນຕີຈາກ 10 ປະເທດ, ສະມາຊິກອາຊຽນ, ທ່ານເລຂາທິການໃຫຍ່ກອງເລຂາອາຊຽນ ແລະ ເຈົ້າໜ້າທີ່ລັດັບສູງຂອງພາກລັດກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ ເພື່ອຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຕ່າງໆໃນຂົງເຂດເສດຖະກິດ ເພື່ອຮັບປະກັນຜົນປະໂຫຍດຈາກປີທຳອິດຂອງການຮວມໂຕກັນເປັນປະຊາຄົມເສດຖະກດອາຊຽນ (ASEAN Economic Community, AEC) ໃນປີ 2016 ນີ້,
ພ້ອມທັງເປັນທິດຊີ້ນຳເພື່ອຊຸກຍູ້ສົ່ງເສີມໃຫ້ມີການເຊື່ອມໂຍງທາງດ້ານເສດຖະກິດໃຫ້ເລີກເຊິ່ງກວ່າເກົ່າຕາມແຜນງານປະຊາຄົມເສດຖະກິດອາຊຽນເຖິງປີ 2025 (AEC Blue Print 2025) ກອງປະຊຸມໄດ້ຍົກໃຫ້ເຫັນສະພາບພົ້ນເດັ່ນທາງດ້ານເສດຖະກິດຂອງອາຊຽນໃນປີ 2016, ເຖິງວ່າເສດຖະກິດໂລກປັດຈຸບັນຈະຢູ່ໃນສະພາບການຜັນຜວນກໍ່ຕາມ ແຕ່ອາຊຽນ ກໍຍັງສືບຕໍ່ສ້າງເສດຖະກິດຂອງຕົນໃຫ້ເຂັ້ມແຂງ ໂດຍໄດ້ປະກອບສ່ວນຢ່າງສຳຄັນເຂົ້າໃນການຂະ ຫຍາຍຕົວຂອງເສດຖະກິດໂລກ, ຊຶ່ງມີມູນຄ່າລວມຍອດການຜະລິດພາຍໃນອາຊຽນ (GDP) ເຖິງ 2,43 ພັນຕື້ໂດລາສະຫະລັດ ໃນປີ 2015 ກາຍເປັນພາກພື້ນທີ່ມີເສດຖະກິດໃຫຍ່ເປັນອັນດັບ 6 ຂອງໂລກ. ຄາດຄະເນການຂະຫຍາຍຕົວ ຂອງ GDP ຢູ່ໃນລະດັບ 4,5% ໃນປີ 2016 ແລະ ຄາດວ່າຈະເພີ່ມຂຶ້ນເປັນ 4,8% ໃນປີ 2017 ອັນເປັນຜົນເນື່ອງມາຈາກການເພີ່ມຂຶ້ນຂອງກຳລັງການຈັດຊື້ຂອງພາກລັດ ແລະ ເອກກະຊົນ ລວມທັງການເພີ່ມປະສິດທິພາຍຂອງພື້ນຖານໂຄງລ່າງທາງດ້ານເສດຖະ ກິດຕ່າງໆພາຍໃນອາຊຽນ. ມູນຄ່າການຄ້າຂອງອາຊຽນບັນລຸໄດ້ 2,28 ພັນຕື້ໂດລາສະຫະລັດ ໃນປີ 2015, ໃນນັ້ນ 24% ແມ່ນການຄ້າລະຫວ່າງປະເທດສະມາຊິກອາຊຽນດ້ວຍກັນເອງ, ບັນດາລັດ ຖະມົນຕີໄດ້ເນັ້ນໜັກເຖິງຄວາມສຳຄັນໃນການສືບຕໍ່ສ້າງເຄືອຄ່າຍການຜະລິດພາຍໃນພາກພື້ນໃຫ້ຫລາຍຂຶ້ນກວ່າເກົ່າ, ການຄ້າຂອງອາຊຽນກັບບັນດາປະເທດຄູ່ຄ່າ ນອກກຸ່ມອາຊຽນ ມີຕະຫລາດໃຫຍ່ທີ່ສຸດແມ່ນ ສປ ຈີນ ເຊິ່ງມີມູນຄ່າການຄ້າເຖິງ 15,2 ຂອງການຄ້າທັງໝົດອາຊຽນ, ຮອງລົງມາແມ່ນປະເທດຍີ່ປຸ່ນ, ຊຶ່ງມີມູນຄ່າການຄ້າເຖິງ 10,5% ສະຫະພາບເອີຣົບ ມີມູນຄ່າການຄ້າ 10%  ແລະ ສະຫະລັດອາເມລິກາ 9,3% ໃນຂະນະທີ່ຕົວເລກການລົງທຶນຕ່າງປະເທດ (FDI), ທີ່ເຂົ້າມາລົງທຶນໃນອາຊຽນມີຕົວເລກເຖິງ 120 ຕື້ໂດລາສະຫະລັດໃນປີ 2015 ສ່ວນການລົງທຶນພາຍໃນອາຊຽນດ້ວຍກັນ ຢູ່ໃນລະດັບ 22,1 ຕື້ໂດລາສະຫະລັດ ໃນປີດຽວກັນ, ລວມຍອດການລົທຶນພາຍໃນອາຊຽນເພີ່ມຂຶ້ນຈາກ 17% ໃນປີ 2014 ມາເປັນ 18,5% ໃນປີ 2015 ຊຶ່ງເປັນຜົນດີມາຈາກການເຊື່ອມໂຍງເສດຖະກິດອາຊຽນໃນການໂຄສະນາໃຫ້ພາກພື້ນນີ້ກາຍເປັນເປົ້າໝາຍການລົງທຶນທີ່ສຳຄັນຂອງຕ່າງປະເທດ.
          ເຖິງແນວໃດກໍຕາມຄຽງຄູ່ກັບການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນທີ່ເຂັ້ມ ແຂງດັ່ງກ່າວ, ອາຊຽນຍັງມີຄວາມທ້າທາຍຫລາຍອັນທັງພາຍໃນ ແລະ ພາຍນອກເຊັ່ນ: ເສດຖະກິດທີ່ສະລໍໂຕຂອງ ສປ.ຈີນ. ດ້ວຍເຫດນີ້, ລັດຖະມົນຕີເສດຖະກິດອາຊຽນ ຈຶ່ງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຈັດຕັ້ງປະຕິບັດພັນທະຕ່າງໆໃນການເຊື່ອມໂຍງເສດຖະກິດໃຫ້ເລິກເຊິ່ງກວ່າເກົ່າ ແລະ ສ້າງພາກພື້ນນີ້ໃຫ້ກາຍເປັນປະຊາຄົມເສດຖະກິດທີ່ມີຄວາມເຂັ້ມແຂງຮ່ວມກັນ ເພື່ອໃຫ້ມີການພັດທະນາໃນລະດັບສູງ, ມີຄວາມຍືນຍົງ ແລະ ມີຄວາມໝັ້ນຄົງຮອບດ້ານ.
          ພິເສດກອງປະຊຸມຄັ້ງນີ້, ບັນດາລັດຖະມົນຕີເສດຖະກິດອາຊຽນຍັງໄດ້ສະແດງຄວາມຍ້ອງຍໍຕໍ່ ສປປລາວ ໃນການນຳພາອາຊຽນ ໃຫ້ສາມາດຍາດມາໄດ້ຜົນສຳເລັດໃນໂຄງການທີ່ເປັນບູລິມະສິດໃນປີ 2016, ອັນສ່ວນສຳຄັນທີ່ຊຸກຍູ້ໃຫ້ການເຊື່ອມໂຍງອາຊຽນ ພາຍໃຕ້ແຜນງານປະຊາຄົມເສດຖະກິດອາຊຽນ ເຖິງປີ 2025 ປະກົດຜົນເປັນຈິງ, ຊຶ່ງປະກອບມີ 1: ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນໄດ້ຮັບຮອງເອົາຂອບວຽກ ໃນການສ້າງສັນຍາວ່າດ້ວຍການອຳນວຍຄວາມສະດວກທາງດ້ານການຄ້າຂອງອາຊຽນ, 2: ຂອບວຽກວ່າດ້ວຍການສ້າງລະບຽບການດ້ານຄວາມປອດໄພຂອງອາຫານພາຍໃນອາຊຽນທີ່ຈະຖືກຮັບຮອງໂດຍບັນດາລັດຖະມົນຕີສາທາລະນະສຸກ ແລະ ກະສິກຳ ແລະ ປ່າໄມ້ຂອງອາຊຽນ, 3: ສ້າງຂອບວຽກໃນການສ້າງຕັ້ງອົງການຈັດຕັ້ງຂອງອາຊຽນເພື່ອຮັບຜິດຊອບວຽກງານອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດຂະໜາດຈຸລະພາກ, ຂະໜາດນ້ອຍ ແລະ ກາງ, ບົດລາຍງານ ແລະ ແຜນວຽກກ່ຽວກັບວຽກງານຂັ້ນຕອນການສ້າງຕັ້ງວິສາຫະກິດຢູ່ປະເທດອາຊຽນ ເຊິ່ງຈະເປັນການພັດທະນາຂະບວນການອຳນວຍຄວາມສະດວກໃຫ້ແກ່ການສ້າງຕັ້ງວິສາຫະກິດພາຍໃນບັນດາປະເທດອາຊຽນ, 4: ສ້າງບົດແນະນຳໃນການພັດທະນາ ແລະ ຮ່ວມມືພາຍໃນອາຊຽນໃນການສ້າງເຂດເສດຖະກິດພິເສດ, ຊຶ່ງຈະບໍ່ເປັນເອກະສານທີ່ເປັນພັນທະຜູກພັນໃຫ້ແກ່ປະເທດສະມາຊິກແຕ່ເປັນເອກກະສານເພື່ອແລກປ່ຽນບົດຮຽນນຳກັນພາຍໃນອາຊຽນໃນການພັດທະນາ ແລະ ສ້າງຕັ້ງເຂດເສດຖະກິດພິເສດ ເພື່ອໃຫ້ມີການຮ່ວມມື ແລະ ສົ່ງເສີມເຊິ່ງກັນ ແລະ ກັນໃນອະນາຄົດ, 5: ລັດຖະມົນຕີໄດ້ປະກາດເລີ່ມຈັດຕັ້ງປະຕິບັດໂຄງການສ້າງຖານຂໍ້ມູນກ່ຽວກັບອັດຕາພາສີຂອງອາຊຽນເພື່ອອຳນວຍຄວາມສະດວກໃຫ້ແກ່ພາກທຸລະກິດໃນການເຂົ້າເຖິງແຫລ່ງຂໍ້ມູນທີ່ຈຳເປັນໃນການສົ່ງອອກ ແລະ ນຳເຂົ້າສິນຄ້າພາຍໃນອາຊຽນລວມທັງອັດຕາພາສີຂອງບັນດາປະເທດຄູ່ຮ່ວມການຄ້າຂອງອາຊຽນ, 6: ລັດຖະມົນຕີໄດ້ສະແດງຄວາມຍິນດີທີ່ຖະແຫລງການປາກເຊ ວ່າດ້ວຍແຜນຍຸດທະສາດການພັດທະນາກຸ່ມສະໜອງການບໍລິການທ່ອງທ່ຽວທຳມະຊາດ ແລະ ເສັ້ນທາງເຊື່ອມໂຍງທາງດ້ານເສດຖະກິດ ໂດຍລັດຖະມົນຕີທ່ອງທ່ຽວຂອງອາຊຽນ ຊຶ່ງຈະເປັນການສະແດງເຈດຈຳນົງທີ່ຈະສ້າງໂອກາດທາງດ້ານເສດຖະກິດ, ສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນຫ່າງໄກສອກຫລີກ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາສິ່ງແວດລ້ອມ ແລະ ທຳມະຊາດ, 7: ລັດຖະມົນຕີໄດ້ສະແດງຄວາມຍິນດີຕໍ່ຄວາມຄືບໜ້າຂອງວຽກງານການກະກຽມງານມອບລາງວັນໃຫ້ແກ່ບໍລິສັດທ່ອງທ່ຽວແບບຍືນຍົງພາຍໃນອາຊຽນ ແລະ 8: ແຜນການພັດທະນາຂອງບັນດາປະເທດອາຊຽນໃໝ່ (ກຳປູເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດນາມ).

          ສຳລັບການຫລຸດຜ່ອນອັດຕາພາສີພາຍໃນອາຊຽນມາຮອດປັດຈຸບັນ 6 ປະເທດອາຊຽນເກົ່າ: ບຣູໄນ, ອິນໂດເນເຊຍ, ມາເລເຊຍ, ຟີລີປິນ, ສິງກະໂປ ແລະ ໄທ ແມ່ນສາມາດບັນລຸໄດ້ 99,2% ຂອງລາຍການສິນຄ້າທັງໝົດ, ເຊິ່ງມີອັດຕາພາສີ 0% ສ່ວນສີ່ປະເທດອາຊຽນໃໝ່ ປະກອບມີ: ກຳປູ ເຈຍ, ສປປ ລາວ, ມຽນມາ ແລະ ສສ ຫວຽດນາມ ບັນລຸໄດ້ 90,0% ຂອງລາຍການສິນຄ້າທັງໝົດ, ພ້ອມນັ້ນ ລັດຖະມົນຕີຍັງໄດ້ປຶກສາຫາລືກັນໃນປະເດັນຕ່າງໆເຊັ່ນ: ການຢັ້ງຢືນແຫລ່ງກຳເນີດສິນຄ້າດ້ວຍໂຕເອງຂອງອາຊຽນ ແລະ ການຫັນໃບຢັ້ງຢືນແຫລ່ງກຳເນີດສິນຄ້າ (Form D) ຈາກລະບົບເຈ້ຍໃຫ້ເປັນເອເລັກໂຕຼນິກ, ຖານຂໍ້ມູນການຄ້າຂອງອາຊຽນ, ການແກ້ໄຂບັນຫາໃຫ້ແກ່ພາກທຸລະກິດກ່ຽວກັບການລົງທຶນ, ການບໍລິການ ແລະ ການຄ້າ ພາຍໃນອາຊຽນ, ການບໍລິການປະຕູດຽວໃນການແຈ້ງພາສີ, ລະບົບສິນຄ້າຜ່ານແດນຂອງອາຊຽນ, ມາດຕະຖານສິນຄ້າ, ການລົງທຶນ, ການຄ້າດ້ານບໍລິການ, ຊັບສິນທາງປັນຍາ, ນະໂຍບາຍແຂ່ງຂັນການຄ້າ, ການປົກປ້ອງຜູ້ບໍລິໂພກ, ການຫລຸດ ຜ່ອນຄວາມແຕກໂຕນທາງດ້ານເສດຖະກິດຂອງອາຊຽນ, ການມີສ່ວນຮ່ວມຂອງພາກທຸລະກິດ ແລະ ການຊ່ວຍເຫລືອທາງດ້ານວິຊາການ.

No comments:

Post a Comment