Ad

Ad

22 August 2016

ໄດ້ແລ້ວຜູ້ຊະນະເລີດໃນການປະກວດລາວຊຸບເປີໂມເດວ 2016

          ຄືນວັນທີ 20 ສິງຫານີ້, ຢູ່ຫໍວັດທະນະທຳແຫ່ງຊາດ, ໄດ້ຈັດການປະກວດຊຸບເປີໂມເດວ 2016, ໂດຍການເຂົ້າຮ່ວມຂອງທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານນາງ ສຸມາລີ ທຳມະວົງ ຮອງເລຂາຄະນະບໍລິຫານງານຊາວໜຸ່ມ ນະຄອນ ຫລວງວຽງຈັນ, ພ້ອມພາກ ສ່ວນກ່ຽວຂ້ອງ, ຜູ້ໃຫ້ການສະໜັບສະໜູນ ແລະ ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ.
          ງານປະກວດດັ່ງກ່າວ, ມີຜູ້ເຂົ້າຮ່ວມທັງໝົດ 32 ຄົນ, ໂດຍແບ່ງອອກເປັນ 4 ປະເພດຄື: ນາງແບບຍິງ 10 ຄົນ, ນາຍແບບຊາຍ 10 ຄົນ, ນາງແບບຍິງເຍົາວະຊົນ 6 ຄົນ ແລະ ນາຍແບບຊາຍເຍົາ ວະ
ຊົນ 6 ຄົນ, ຊຶ່ງຄະນະກຳມະການໄດ້ເລືອກເອົາໝາຍເລກ L5 ນາງ ວິຈິດຕາ ພອນວິໄລ (ເມ), M9 ທ້າວ ສຸລິຄານ ທັກຂິນ (ເບັນ), SL1 ນາງ ວິການດາ ສິລິມະໂນໄທ (ຈີ່ຈີ້) ແລະ SM4 ທ້າວ ອະພິວັດ ປຣະໄພ (ເຊັນເຊຢ້າ) ຊະນະເລີດໃນການປະກວດປີນີ້, ຊຶ່ງໄດ້ຮັບເງິນສົດຜູ້ລະ 10 ລ້ານກີບ, ພ້ອມໂລ່ລາງວັນ ແລະ ຂອງລາງວັນຈາກຜູ້ໃຫ້ການສະໜັບສະໜູນ, ສ່ວນປະເພດນາງແບບເຍົາວະຊົນ ແລະ ນາຍແບບເຍົາວະຊົນ ໄດ້ຮັບເງິນສົດຜູ້ລະ 5 ລ້ານກີບ, ພ້ອມໂລ່ລາງວັນ ແລະ ຂອງລາງ ວັນຈາກຜູ້ໃຫ້ການສະໜັບສະໜູນຈຳນວນໜຶ່ງ, ພ້ອມທັງເປັນຕົວແທນນາງແບບ-ນາຍແບບຂອງລາວ ເຄື່ອນໄຫວກິດຈະກຳຕ່າງໆຕະຫລອດໄລຍະ 1 ປີນຳອີກ.

          ທ່ານຫົວໜ້າພະແນກຖະແຫລງຂ່າວ ກ່າວວ່າ: ຊາດລາວເປັນຊາດໜຶ່ງທີ່ມີພື້ນຖານວັດທະນະ ທຳ, ອະລິຍະທຳທີ່ບໍ່ໜ້ອຍໜ້າຊາດໃດໃນໂລກ ແລະ ໄດ້ຮັບການອະນຸລັກ, ສົ່ງເສີມ ແລະ ສືບສານໃຫ້ຍືນຍົງຄຽງຄູ່ກັບຊາດລາວ, ຄົນລາວມາຕະຫລອດ. ນອກນີ້ ຄົນລຸ້ນສືບທອດຍັງໄດ້ເສີມຂະຫຍາຍຫົວ ຄິດປະດິດສ້າງ ເພື່ອນຳເອົາເອກກະລັກ, ວັດທະນະ ທຳທີ່ເປັນຂອງບັນພະບູລຸດມາປະຍຸກສ້າງສັນ ປະ ສານກົມກືນໃຫ້ກັບຍຸກສະໄໝ, ເປັນການເສີມສ້າງເພື່ອໃຫ້ວັດທະນະທຳໄດ້ຮັບການພັດທະນາບໍ່ຢຸດຢັ້ງ, ຕາມອຸດົມການທີ່ພັກໄດ້ວາງໄວ້ຄື: ສ້າງວັດທະນະທຳ ໃຫ້ມີລັກສະນະຊາດ, ລັກສະນະມະຫາຊົນ ແລະ ລັກສະນະກ້າວໜ້າສີວິໄລ. ດັ່ງນັ້ນ ໂຄງການປະກວດລາວຊຸບເປີໂມເດວ ກໍແມ່ນຫົວຄິດປະດິດສ້າງຄົນຮຸ້ນໜຸ່ມທີ່ມີຢາກປະກອບສ່ວນທາງດ້ານສະຕິປັນຍາ, ເຫື່ອແຮງ ແລະ ກຳລັງຊັບຂອງຕົນເຂົ້າໃນພາລະກິດຊຸກຍູ້ ແລະ ສົ່ງເສີມມູນເຊື້ອວັດທະນະທຳອັນດີງາມຂອງຊາດຂອງປະຊາຊົນລາວບັນ ດາເຜົ່າ, ໂຄງການລາວຊຸບເປີໂມເດວ ໄດ້ດຳເນີນມາເປັນປີທີ 3, ຊຶ່ງ 2 ປີຜ່ານມານັ້ນ ເຫັນວ່າກິດຈະ ກຳດັ່ງກ່າວໄດ້ຮັບໝາກຜົນທີ່ເປັນໜ້າເພີ່ງພໍໃຈ ແລະ ສັງຄົມກໍໄດ້ໃຫ້ການສະໜັບສະໜູນເປັນຢ່າງດີ ແລະ ຫວັງວ່າພາກສ່ວນກ່ຽວຂ້ອງຈະສືບຕໍ່ສ້າງກິດຈະກຳດີໆແບບນີ້ໄປເລື້ອຍໆ.

No comments:

Post a Comment