Ad

Ad

22 August 2016

ລ້ຽງລູກດ້ວຍນ້ຳນົມແມ່ຢ່າງຖືກວິທີ ສາມາດຊ່ວຍປ້ອງກັນມະເຮັງເຕົ້ານົມໄດ້

          ກະຊວງສາທາລະນະສຸກ ຮ່ວມກັບ ອົງການອານາໄມໂລກ ຈັດງານສະຫລອງອາທິດສາກົນສົ່ງເສີມການລ້ຽງລູກດ້ວຍນົມແມ່ ເຊິ່ງຈັດຂຶ້ນໃນວັນທີ 19 ສິງຫາ ນີ້ ທີ່ນະຄອນຫລວງວຽງຈັນ, ເພື່ອສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ພຽງຢ່າງດຽວ ແຕ່ເກີດເຖິງ 6 ເດືອນ ແລະ ສືບຕໍ່ລ້ຽງລູກດ້ວຍນົມແມ່ຄຽງຄູ່ກັບການໃຫ້ອາຫານເສີມທີ່ຖືກຕ້ອງເໝາະສົມກັບໄວອາຍຸຂອງເດັກ.
          ທ່ານ ດຣ. ພັດ  ເກິ່ງຊາເນດ ຫົວໜ້າກົມອານາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາ ລະນະສຸກ ກ່າວວ່າ: ນ້ຳນົມແມ່ ແມ່ນອາຫານທີ່ດີທີ່ສຸດສຳລັບເດັກ, ມີຄຸນປະໂຫຍດມະຫາສານ ເຮັດໃຫ້ເດັກມີສຸຂະພາບແຂງແຮງ ແລະ ມີໂພຊະນາການດີ, ມີນ້ຳໜັກ ແລະ ລວງສູງໄດ້ມາດຕະຖານຕາມອາຍຸຂອງ
ເດັກນ້ອຍ(ບໍ່ເຕ້ຍ, ບໍ່ຈ່ອຍ)ສາມາດຫລຸດຜ່ອນການຂາດສານອາຫານ ໃນເດັກອາຍຸຕໍ່າກວ່າ 5 ປີ ລົງເທື່ອລະກ້າວ, ເຮັດໃຫ້ຮ່າງກາຍຈະເລີນເຕີບໂຕ ແລະ ສະຫມອງມີການພັດທະນາ, ເຮັດໃຫ້ເດັກສະຫລາດແຂງແຮງສະມາດຮຽນຮູ້ໄດ້ໄວ. ນອກນັ້ນ, ນ້ຳນົມແມ່ຍັງມີສານອາຫານຄົບຖ້ວນ, ສົມສ່ວນ, ພຽງພໍ່ສຳລັບເດັກເກີດໃໝ່ຈົນເຖິງອາຍຸ 6 ເດືອນ, ມີພູມຄຸ້ມກັນສູງຊ່ວຍປົກປ້ອງເດັກຈາກພະຍາດຊືມເຊື້ອຕ່າງໆ.
          ຜົນວິຈິດຂອງນັກວິທະຍາສາດ ຢັ້ງຢືນວ່າ: ເດັກອ່ອນ 0-5 ເດືອນ ຜູ້ທີ່ບໍ່ໄດ້ກິນນົມແມ່ ມີຄວາມສ່ຽງສູງຕໍ່ການຕາຍ ຍ້ອນພະຍາດຖອກທ້ອງ ແລະ ພະຍາດອັກເສບປອດ ເມື່ອທຽບໃສ່ເດັກທີ່ກິນນ້ຳນົມແມ່.

          ໃນແຕ່ລະປີ ມີແມ່ຍິງຕາຍຫລາຍກວ່າ 20 ພັນຄົນໃນທົ່ວໂລກ ຍ້ອນມະເຮັງເຕົ້ານົມ ແລະ ພະຍາດດັ່ງກ່າວ, ສາມາດຫລຸດຜ່ອນ ແລະ ປ້ອງກັນໄດ້ ໂດຍການລ້ຽງລູກດ້ວຍນ້ຳນົມແມ່ຢ່າງຖືກວິທີ.

No comments:

Post a Comment