Ad

Ad

22 August 2016

ທະນາຄານ ອາເຮັສບີ ລາວຈຳກັດ ຂະຫຍາຍສາຂາ 2 ຢູ່ບ້ານສີຖານເໜືອ

          ໃນວັນທີ 19 ສິງຫານີ້, ທະນາຄານ ອາເຮັສບີລາວຈຳກັດ ( RHB Bank Lao Limited ) ໄດ້ຈັດພິທີເປີດສາຂາທີ 2 ຂອງຕົນຂຶ້ນ ຢູ່ບ້ານສີຖານເໜືອ (ຖະໜົນສຸພານູວົງ), ເມືອງສີໂຄດຕະ ບອງ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ທ່ານ ດາໂຕ ທັນໄຕຮິງ ( Mr Dato Than Tai Hing ) ເອກອັກຄະລາຊະທູດມາເລເຊຍປະຈຳລາວ, ທ່ານ Tan Sri Azian Zainol ປະທານທະນາຄານດັ່ງກ່າວ, ພ້ອມພະນັກງານເຂົ້າຮ່ວມເປັນຈຳນວນຫຼາຍ.
          ທ່ານ Danny Ling ອຳນວຍການທະນາຄານອາເຮັສບີ ປະຈຳລາວໃຫ້ຮູ້ວ່າ: ທະນາຄານ Rhb ລາວຈຳກັດ ສ້າງຂຶ້ນໃນເດືອນ ມິຖຸນາ 2014 ພາຍໃຕ້ກົດໝາຍວ່າດ້ວຍທະນາ ຄານທຸລະກິດແຫ່ງ ສປປ
ລາວ ແລະ ອີງໃສ່ການຂະຫຍາຍຕົວທາງດ້ານເສດໃນ ສປປ ລາວ ຊຶ່ງເປັນໂອກາດດີໃນການດຳເນີນທຸລະກິດ ດັ່ງນັ້ນຈຶ່ງເຮັດໃຫ້ເພີ່ມສາຂາໃນນະຄອນຫຼວງວຽງຈັນເປັນແຫ່ງທີ 2 ເພື່ອໃຫ້ບໍລິການທີດີສະດວກວ່ອງໄວ ແລະ ໂດຍທະນາຄານມີການບໍລິການທີ່ຫລາກຫລາຍ ເຊັ່ນ: ເງິນຝາກ, ເງິນໂອນ, ບໍລິການເອທີເອັມ, ຜະລິດຕະພັນເງິນກູ້ ແລະ ການແລກປ່ຽນເງິນຕາຕ່າງປະເທດ, ຊຶ່ງພ້ອມທີ່ຈະໃຫ້ບໍລິການແກ່ລູກຄ້າລາຍຍ່ອຍ, ທຸລະກິດຂະໜາດນ້ອຍ-ກາງ, ວິສາຫະກິດ ແລະ ທຸລະກິດທົ່ວໄປ, ລວມເຖິງລູກຄ້າສ່ວນບຸກຄົນ,ພິເສດຫາກລູກຄ້າມາເປີດບັນຊີເງິນຝາກປະຢັດ, ຝາກກະແສລາຍວັນ ຫຼື ຝາກມີກຳນົດໃນໄລຍະ 3 ເດືອນຂຶ້ນໄປຈະໄດ້ຮັບຂອງຂັວນຈາກທະນາຄານທັນທີ.

          ທ່ານອຳນວຍການກ່າວວ່າ: ທະນາຄານ RHB ເປັນທະນາຄານໃຫຍ່ອັນດັບ 4 ຂອງປະເທດມາເລເຊຍ, ມີຫຼາຍກວ່າ 300 ສາຂາພາຍໃນປະເທດ ແລະ ມີສາຂາຕັ້ງຢູ່ຫຼາຍປະເທດເຊັ່ນ: ສິງກະໂປ, ໄທ, ກຳປູເຈຍ, ລາວ ແລະ ອື່ນໆ.

No comments:

Post a Comment