Ad

Ad

22 August 2016

ປະທານາທິບໍດີສະຫະລັດອາເມລິກາ ບາຣັກ ໂອບາມາ ຈະຢ້ຽມຢາມ ສປປ ລາວ

    ທູດສະຫະລັດອາເມລິກາ ໃຫ້ຮູ້ວ່າ: ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ ທ່ານ ບາຣັກ ໂອບາມາ ຈະໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນວັນທີ 2-9 ກັນຍາທີ່ຈະມາເຖິງນີ້ ເຊິ່ງເປັນປະທາ ນາທິບໍດີສະຫະລັດອາເມລິກາຄົນທຳອິດທີ່ເດີນທາງມາຢ້ຽມຢາມລາວ ເພື່ອເຂົ້າຮ່ວມກອງປະຊຸມຂອບການຮ່ວມມືສະຫະລັດອາເມລິກາບບັນດາປະເທດອາຊຽນ ແລະ ກອງປະຊຸມສຸດຍອດອາຊີຕາເວັນອອກສຽງໃຕ້ (ອາຊຽນ).
     ນອກນັ້ນ, ທ່ານຍັງຈະໄດ້ພົບປະກັບບັນດາການນຳຂັ້ນສູງຂອງລາວຫລາຍທ່ານ ເພື່ອເສີມຂະ ຫຍາຍການຮ່ວມມືລະຫວ່າງສະຫະລັດອາເມລິກາ ແລະ ສປປ ລາວ ທາງດ້ານເສດຖະກິດ, ການພັດທະນາ ແລະ ຂະແໜງການອື່ນໆ. ພ້ອມນີ້ ປະທານາທິບໍດີ ບາຣັກ ໂອບາມາ ຍັງຈະໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ
ໄວໜຸ່ມອາຊຽນ (Young Southeast Asian Leaders Initiative Summit) ເພື່ອພົບປະສົນທະນາກັບໄວໜຸ່ມລາວທີ່ເຄີຍໄດ້ຮັບທຶນໄປສຶກສາຢູ່ອາເມລິກາອີກດ້ວຍ.

     ສ່ວນໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ, ປະທານາທິບໍດີ ບາຣັກ ໂອບາມາ ຈະໄດ້ປຶກສາຫາລືເພື່ອເສີມຂະຫຍາຍການຮ່ວມມືທາງດ້ານເສດຖະກິດກັບບັນດາປະເທດອາຊີຕາເວັນອອກ ສຽງໃຕ້ ແລະ ບັນດາປະເທດໃນພາກພື້ນ ແລະ ເພື່ອປຶກສາຫາລືກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຕ່າງໆໃນໂລກ.

No comments:

Post a Comment