Ad

Ad

22 August 2016

ລາວຫາລືຄວາມພ້ອມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ

    ໃນວັນທີ 19 ສິງຫານີ້, ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມປຶກສາຫາລືເພື່ອກະ ກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ເຊິ່ງຈະຈັດຂຶ້ນໃນວັນທີ 6-8 ກັນຍານີ້ ໂດຍການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ເພື່ອກວດກາຄືນຄວາມຄືບໜ້າໃນການກະກຽມບັນດາໜ້າວຽກຕ່າງໆຂອງແຕ່ລະອະນຸກຳມະການ, ພ້ອມທັງປຶກສາຫາລືບັນຫາທີ່ຄົງຄ້າງ, ຂໍ້ສະເໜີ ແລະ ຂໍ້ຫຍຸ້ງຍາກດ້ານຕ່າງໆ ເພື່ອພ້ອມກັນແກ້ໄຂ ແນໃສ່ໃຫ້ຮັບປະກັນການດຳເນີນກອງປະຊຸມສຸດຍອດອາຊຽນຄັ້ງທີ 28, 29 ແລະ ກອງປະຊຸມສຸດຍອດອື່ນໆປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ໂດຍສະເພາະວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ, ເນື້ອໃນ, ພະລາທິການ, ສະຖານທີ່, ພິທີການ ແລະ ອື່ນໆ. ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແຕ່ງຕັ້ງບັນດາຄະນະກຳມະການທີ່ໄດ້ຕົກລົງກັນໃຫ້ສຳເລັດ, ສ່ວນງົບປະມານແມ່ນໃຫ້ຮີບຮ້ອນສະໜອງໃຫ້ພຽງພໍກັບບັນດາວຽກງານ ໂດຍສຸມໃສ່ວຽກງານທີ່ມີຄວາມຈຳເປັນຮີບດ່ວນຕ້ອງໄດ້ປະຕິບັດກ່ອນບົນຈິດໃຈປະຢັດມັດທະຍັດ ແລະ ສົມເຫດສົມຜົນຕາມທີ່ໄດ້ກຳນົດໃນແຜນການງົບປະມານ. ສຳຄັນແມ່ນອຳນາດການປົກຄອງທຸກຂັ້ນ ນັບແຕ່ນີ້ໄປຕ້ອງເອົາໃຈໃສ່ປຸກລະດົມ ແລະ ສ້າງຂະບວນການໃຫ້ພະນັກງານ, ປະຊາຊົນເປັນເຈົ້າການໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດງາມຕາ ແລະ ການປະດັບປະດາຕ່າງໆ. ພ້ອມດຽວກັນນີ້ ຕ້ອງໄດ້ມີການໂຄສະນາເຜີຍແຜ່ດ້ວຍຫລາຍຮູບແບບຜ່ານສື່ຕ່າງໆ ເປັນຕົ້ນໂທລະພາບ, ວິທະຍຸ ແລະ ສື່ສິ່ງພິມຕ່າງໆ ເພື່ອໃຫ້ປະຊາຊົນໄດ້ຮັບຮູ້, ເຂົ້າໃຈ ແລະ ເປັນເຈົ້າການຮ່ວມກັນເຮັດໃຫ້ກອງປະຊຸມຄັ້ງສຳຄັນນີ້ດຳເນີນໄປດ້ວຍຜົນສຳ ເລັດຈົບງາມ.

No comments:

Post a Comment