Ad

Ad

18 August 2016

ສະພາ ແລະ ກະຊວງກ່ຽວຂ້ອງຫາລືຫລາຍບັນຫາສຳຄັນໃນຂົງເຂດເສດຖະກິດ


        ໃນວັນທີ 17 ສິງຫານີ້, ທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ, ໄດ້ເປັນປະທານກອງປະຊຸມຮ່ວມ ປຶກສາຫາລືບັນຫາສຳຄັນໃນຂົງເຂດເສດຖະກິດ ລະຫວ່າງ ກໍາມາທິການເສດຖະກິດສະພາແຫ່ງຊາດ ກັບ ບັນດາກະຊວງໃນຂົງເຂດເສດ ຖະກິດເພື່ອຊຸກຍູ້ ແລະ ຕິດຕາມກວດ ກາການປະຕິບັດພາລະບົດບາດ ຂອງຂະແໜງການຕົນໃນບາງວຽກງານທີ່ພົ້ນເດັ່ນໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດກົດໝາຍ, ໂດຍສະເພາະການຄຸ້ມຄອງການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ການປະກອບສ່ວນໃນການຄຸ້ມຄອງການຂາຍໄມ້ ແລະ ທຸລະກິດໄມ້, ສະພາບການຜະລິດເປັນສິນຄ້າ ແລະ ການສົ່ງອອກສິນຄ້າຍຸດທະສາດຂອງຂະແໜງການກະສີກໍາ, ສະພາບການຄຸ້ມຄອງລາຄາສິນ ຄ້າກະສີກໍາ ເຊັ່ນ: ເຂົ້າ, ກາເຟ, ມັນຕົ້ນ, ຊີ້ນ ແລະ ການແກ້ໄຂສະ ພາບການປູກກ້ວຍຢູ່ເຂດພາກເໜືອ; ສະພາບການຄຸ້ມຄອງຈັດສັນດິນກະສີກໍາ ໂດຍສະເພາະການອອກໃບຕາດິນ ຫລື ສໍາມະໂນທີ່ດິນກະສີກໍາ ສໍາລັບ
ໂຄງການຜະລິດເປັນສິນຄ້າເພື່ອສົ່ງອອກ, ການຈັດຕັ້ງປະຕິ ບັດກົດໝາຍ ແລະ ການຜັນຂະຫຍາຍກົດໝາຍໃຫ້ເປັນນິຕິກໍາລຸ່ມກົດໝາຍ ແລະ ການຄຸ້ມຄອງມາດຕະ ຖານນໍາເຂົ້າ-ສົ່ງອອກສິນຄ້າ ໂດຍສະເພາະແມ່ນສິນຄ້າຮັບໃຊ້ໃນຂົງເຂດເສດຖະກິດ ເພື່ອຮັບປະກັນໃຫ້ ການຈັດຕັ້ງຜັນຂະຫຍາຍແຜນວຽກງານໄດ້ປະກົດຜົນເປັນຈິງ ແລະ ທັງເປັນຂໍ້ມູນລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ VIII ທີ່ຈະເປີດຂຶ້ນໃນເດືອນຕຸລາ 2016 ທີ່ຈະມາເຖິງນີ້.

No comments:

Post a Comment