Ad

Ad

18 August 2016

ລັດຖະມົນຕີ 2 ກະຊວງລົງຊຸກຍູ້ວຽກງານການຜະລິດຢູ່ເມືອງສັງທອງ


        ທ້າຍອາທິດທີ່ຜ່ານມາ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ແລະ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ໄດ້ລົງຊເຄື່ອນໄຫວຊຸກຍູ້ວຽກງານການຜະລິດຢູ່ເເມືອງ ສັງທອງ ນະຄອນຫຼວງວຽງຈັນ. ໂດຍການຕ້ອນຮັບຂອງທ່ານເຈົ້າເມືອງສັງທອງຢ່າງອົບອຸ່ນ.

          ໂອກາດນີ້ທ່ານເຈົ້າເມືອງສັງທອງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງໃນໄລຍະຜ່ານມາ,ຊຶ່ງໄດ້ສຸມໃສ່ວຽກງານເສດຖະກິດເປັນໃຈກາງ ແລະເປັນບູລິມະສິດອັນດັບໜຶ່ງ ໂດຍເນັ້ນໃສ່ການພັດທະນາພື້ນຖານໂຄງລ່າງຕິດພັນກັບການຍູ້ແຮງຂະບວນການຜະລິດ ປັດ ຈຸບັນມີເນື້ອ
ທີ່ນາປີທັງໝົດ 8.350 ເຮັກຕາ, ນາແຊງ 650 ເຮັກຕາ, ຜົນຜະລິດເຂົ້າທັງໝົດ 38,48 ໂຕນຕໍ່ປີ, ສະເລ່ຍ 1.227 ກິໂລ/ຄົນ/ປີ, ມີເນື້ອທີ່ປູກພືດອຸດສາຫະກໍາ 2.143 ເຮັກຕາ, ຊຸກຍູ້ສົ່ງເສີມປະຊາຊົນ 10 ບ້ານຜະລິດເຂົ້າອິນຊີ ໃນເນື້ອທີ່ 391,86ເຮັກຕາ ແລະ ມີ 17 ຄອບຄົວລ້ຽງສັດແບບເປັນຟາມ ແລະ ອັນພົ້ນເດັ່ນແມ່ນການພັດທະນາໂຄງການຊົນລະກະເສດ ລ່ອງນໍ້າຕອນ ຜັນຈາກນໍ້າສັງເພື່ອສາມາດສະໜອງນໍ້າໃຫ້ແກ່ການຜະລິດເຂົ້ານາແຊງ ກວມເອົາເນື້ອທີ 7.000 ເຮັກຕາ.

No comments:

Post a Comment