Ad

Ad

10 March 2015

ໂທລະຄົມລາວ (ETL) ສະຫຼອງວັນແມ່ຍິງສາກົນດ້ວຍບັນຍາກາດຟົດຟື້ນ



ວັນທີ 6 ມີນານີ້, ສະຫະພັນແມ່ຍິງຮາກຖານບໍລິສັດໂທລະຄົມລາວ ETL ມະຫາຊົນ, ໄດ້ຈັດພິທີສະເຫຼີມສະ ຫຼອງວັນ ແມ່ຍິງສາກົນຄົບຮອບ 105 ປີ ແລະ ສະຫຼຸບວຽກງານປະຈຳປີ 2014, ພ້ອມວາງທິດທາງປີ 2015 ຂຶ້ນ, ຢູ່ສຳ ນັກງານ ໃຫຍ່ບໍລິສັດ ດັ່ງກ່າວ, ບ້ານສາຍລົມ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງສະ ຫາຍເລຂາຄະນະພັກຮາກຖານ, ກຳມະບານ, ຊາວໜຸ່ມ ແລະ ແມ່ຍິ່ງພາຍໃນບໍລິສັດເຂົ້າ ຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານນາງ ສີລາວັນ ຄຳມະນີວົງ ປະທານສະຫະພັນແມ່ຍິງ ETL ໄດ້ລາຍງານຜົນຂອງກນຈັດຕັ້ງປະຕິ ບັດ ວຽກງານຂອງສະຫະພັນແມ່ຍິງອີທີແອລ ໃນໄລຍະໜຶ່ງປີຜ່ານມາ, ຊຶ່ງໄດ້ຍົກໃຫ້ເຫັນເຖິງບັນດາຜົນງານ ແລະ ຈຸດດີຕ່າງໆທີ່ ຈະຕ້ອງ ໄດ້ສົ່ງເສີມພ້ອມນັ້ນຍົກໃຫ້ເຫັນບາງຈຸດອ່ອນຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ, ຈາກນັ້ນບັນດາສະມາຊິກແມ່ຍິງ ອີທີແອລ ຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ຄຳຮຸ່ງ ສອນຄຳພັນ ເລຂາຄະ ນະພັກຮາກຖານບໍລິສັດດັ່ງກ່າວ, ຊຶ່ງໄດ້ຍົກໃຫ້ ເຫັນພາລະບົດ ບາດຂອງເອື້ອຍນ້ອງແມ່ຍິງໃນການປະກອບສ່ວນເຂົ້າໃນວຽກງານຂອງຕົນໄດ້ມີຜົນສຳເລັດ ແລະ ໄດ້ຮັບ
ການຍ້ອງຍໍສັນສະເສີມຄື: ໄດ້ຮັບໃບຍ້ອງບໍຈາກກະຊວງຈຳນວນ 87 ຄົນ, ໃບຍ້ອງຍໍຂອງບໍລິ ສັດຈຳນວນ 52 ຄົນ, ປະຕິບັດນະໂຍບາຍຕໍ່ພະນັກ ງານເວລາ ເຈັບປວຍ, ເກີດລູກ, ເສຍຊີວິດ ແລະ ອື່ນໆ, ໄປຄຽງ ຄູ່ກັນນັ້ນກໍໄດ້ປູກລະດົມ ເອື້ອຍນ້ອງແມ່ຍິງໃຫ້ມີ ຄວາມຕື່ນຕົວຍົກສູງສິດ ເປັນເຈົ້າ, ເອົາໃຈໃສ່ປະຕິບັດ ສິດ ແລະ ໜ້າທີ່ຂອງຕົນ, ໂດຍສະເພາະ ເນື້ອໃນຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວວາງອອກຮັກສາໄວ້ມູນເຊື້ອວັດທະນະທຳອັນດີງາມຂອງຊາດ ກໍຄືຂອງແມ່ຍິງ ລາວໂດຍສະເພາະວັດທະນະທຳການນຸ່ງຖື, ການເຂົ້າຮ່ວມທຸກຂະບວນການວຽກງານທີ່ພັກ-ລັດຖະ ບານໄດ້ມອບໝາຍໃຫ້, ເຮັດລ້ອນໜ້າທີ່ວິຊາສະເພາະ ຂອງຕົນດ້ວຍຄວາມຮັບຜິດ ຊອບສູງ, ເປັນເຈົ້າການເສີມຂະ ຫຍາຍຄວາມຮັບຜິດຊອບ, ສຸມທຸກສະຕິປັນຍາເຂົ້າໃນວຽກງານ, ເຮັດໃຫ້ແມ່ຍິງອີທີແອລມີການພັດທະນາມີຄວາມ ສອດຄ່ອງ ແລະ ເໝາະສົມກັບຄວາມຍືນຍົງ.
ໂອກາດນີ້ທ່ານປະທານສະຫະພັນແມ່ຍິງຮາກຖານບໍລິສັດ ETL ຍັງໄດ້ຮຽກຮ້ອງໃຫ້ສະມາຊຶກແມ່ຍິງທັງໝົດພາຍໃນ ບໍລິສັດ, ຈົ່ງເປັນເຈົ້າການຈັດຕັ້ງປະຕິບັດໜ້າທີ່ຂອງຕົນໃຫ້ດີ, ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້, ຈົ່ງເຊີດຊູຄວາມຮັບຜິດ ຊອບຂອງຕົນ ແລ ະເອົາໃຈໃສ່ສ້າງຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເພື່ອສ້າງ ຄວາມເຂັ້ມແຂງຂອງອົງການຈັດຕັ້ງສະ ຫະພັນແມ່ຍິງ ETL ຕະຫຼອດໄປ.

No comments:

Post a Comment