Ad

Ad

10 March 2015

ສານນະຄອນຫລວງຕັດສິນລົງໂທດແກ໋ງລັກລົດໃຫຍ່ອັນຕະລາຍ



    ເມື່ອບໍ່ດົນມານີ້, ສານປະຊາຊົນນະຄອນຫລວງໄດ້ຕັດສິນລົງໂທດທ້າວ ສຸກ ສະຫວັນ ອາຍຸ 22 ປີຢູ່ບ້ານທົ່ງພານທອງ ເມືອງສີ ສັດຕະນາກໃຫ້ຈຳຄຸກ 6 ປີເຄິ່ງພ້ອມປັບໃໝ 3 ລ້ານກີບ, ທ້າວ ເລ້ ອາຍຸ 30 ປີຢູ່ບ້ານໂພນສະຫວ່າງ ເມືອງຈັນ ທະບູລີ ຈຳຄຸກ 7 ປີພ້ອມປັບໃໝ 3,6 ລ້ານກີບ, ທ້າວ ສອນໄຊ ອາຍຸ 27 ປີຢູ່ບ້ານໂພນເຄັງ ເມືອງໄຊເສດຖາ ຈຳຄຸກ 6 ປີ 9 ເດືອນພ້ອມປັບໃໝ 4 ລ້ານກີບ ແລະ ທ້າວ ສອນສະນະ(ມ້ອນ) ອາຍຸ 24 ປີຢູ່ບ້ານນາໄຊ ເມືອງໄຊເສດຖາ ຈຳຄຸກ 4 ປີພ້ອມປັບໃໝ 3,6 ລ້ານກີບໃນ ຂໍ້ຫາລັກຊັບພົນລະເມືອງ, ນອກຈາກນີ້ຍັງຕັດສີນທ້າວ ຄຳ ສະຫວັນ ອາຍຸ 27 ປີຢູ່ ບ້ານນາທົ່ມ ເມືອງໄຊທານີຈຳຄຸກ 2 ປີ 6 ເດືອນພ້ອມປັບໄໝ 2,7 ລ້ານກີບ, ທ້າວ ເຄນ ອາຍຸ 37 ປີຢູ່ບ້ານຫົວຂົວ ເມືອງໄຊເສດຖາ ຈຳຄຸກ 2 ປີ 3 ເດືອນພ້ອມປັບໃໝ 3,5 ລ້ານກີບ, ທ້າວ ໄພວັນ (ຕຸ້ຍ) ອາຍຸ 32 ປີຢູ່ບ້ານໂພນຄຳ ເມືອງແປກ ແຂວງຊຽງຂວາງ ໃຫ້ຈຳຄຸກ 1 ປີ 6 ເດືອນພ້ອມປັບໃໝ 1,5 ລ້ານກີບ ໃນຂໍ້ຫາລັກຊັບພົນລະເມືອງ ແລະ ຊື້-ຂາຍຊັບບໍ່ຖືກກົດໝາຍ ແລະ ຕັດສີນລົງໂທດນາງ ອາລຸນີ ອາຍຸ 24 ປີພັກເຊົາ
ຢູ່ບ້ານນາໄຊ ເມືອງໄຊເສດຖາ ຈຳຄຸກ 6 ເດືອນພ້ອມປັບໃໝ 5 ແສນກີບໃນຂໍ້ຫາປິດບັງການກະທຳຜິດ, ເຊິ່ງນັບແຕ່ກາງປີ 2012 ເປັນຕົ້ນມາພວກກ່ຽວໄດ້ ຮ່ວມກັນເຄື່ອນໄຫວລັກລົດກະບະວີໂກ້ຄື: ຢູ່ແຂວງບໍລິຄຳໄຊຈຳນວນ 3 ຄັນ, ນະຄອນຫລວວຽງຈັນຈຳ ນວນ 5 ຄັນ ແລ້ວພາກັນເອົາໄປຂາຍຢູ່ແຂວງຊຽງຂວາງ ແລະ ຕົກມາຮອດທ້າຍປີ 2012 ຈຶ່ງຖືກເຈົ້າໜ້າທີ່ຈັບຕົວມາດຳເນີນຄະ ດີຕາມລະບຽບກົດໝາຍ.

No comments:

Post a Comment