Ad

Ad

10 March 2015

ຜົນສຳເລັດຂອງການພັດທະນາປະເທດຊາດລ້ວນແຕ່ມາຈາກການຊີ້ນຳ-ນຳພາຂອງພັກ



     ໃນໂອກາດທີ່ທ່ານ ສີສຸກ ພິລາວົງ ຮອງເລຂາຄະນະພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ ກ່າວປາຖະກະຖາກ່ຽວກັບວັນສ້າງຕັ້ງພັກປະຊາຊົນ ປະ ຕິວັດລາວຄົບຮອບ 60 ປີ (22 ມີນາ 1955-22 ມີນາ 2015) ໃຫ້ສະ ມາຄົມການ ສຶກສາ ພາກເອກະຊົນໄດ້ຮັບຮູ້ ແລະ ເຊື່ອມຊື່ມຄວາມໝາຍສຳຄັນຂອງວັນດັ່ງກ່າວ ເມື່ອວັນທີ 6 ມີນາຜ່ານ ມານີ້, ຢູ່ສູນເຝິກອົບຮົມ ແລະ ການຮ່ວມມືສາກົນ, ນະ ຄອນຫລວງວຽງຈັນນັ້ນ, ເຊິ່ງມີບາງຕອນທ່ານໄດ້ເນັ້ນວ່າ: ທຸກຜົນສຳເລັດຂອງການ ສ້າງສາພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນບັນດາເຜົ່າທົ່ວປະເທດ ໄດ້ມີຊີວິດການເປັນ ຢູ່ດີຂື້ນເທື່ອລະກ້າວນີ້ຄືດັ່ງ ປັດຈຸບັນນີ້, ກໍລ້ວນແຕ່ແມ່ນພາຍໃຕ້ການຊີ້ນຳ-ນຳພາຂອງພັກໃນໄລຍະ ຜ່ານມາ, ໂດຍພັກປະ ຊາຊົນປະຕິວັດລາວໄດ້ຮັບການສ້າງ ຕັ້ງຂຶ້ນໃນເງື່ອນໄຂສະພາບການລະອິດລະອ້ຽວຂ້ຽວຂາດໃນ ສະໝໍລະພູມສົງຄາມປົດ ປ່ອຍຊາດ ແລະ ໄດ້ດຳເນີນກອງປະຊຸມໃຫຍ່ ຄັ້ງທຳອິດໃນວັນທີ 22 ມີນາ 1955 ທີ່ບ້ານນາ ແມວ, ເມືອງວຽງໄຊ, ແຂວງ ຫົວພັນ, ຊຶ່ງເປັນເຂດທີ່ໝັ້ນຂອງການປະຕິວັດ ໃນເວ ລານັ້ນ ແລະ ໄດ້ເອີ້ນຊື້ວ່າ: ພັກປະຊາ ຊົນລາວ  ໂດຍແມ່ນປະທານ
ໄກສອນ ພົມວິຫານ ເປັນເລຂາທິການໃຫຍ່ຂອງ ຄະນະບໍ ລິຫານ ແລະ ໄດ້ກຳນົດອຸດົມການຈະແຈ້ງຄື: ນຳພາປະຊາຊົນລາວ ດຳເນີນການຕໍ່ສູ້ພວກຈັກກະພັດລ່າເມືອງຂຶ້ນເພື່ອນຳ ເອົາ ຄວາມເປັນເອກະລາດມາ ໃຫ້ແກ່ປະເທດຊາດ ແລະ ສິດເປັນເຈົ້າ ມາໃຫ້ປະຊາຊົນ, ສ້າງສາປະເທດຊາດສູ່ຈຸດໝາຍສັງຄົມ ນິຍົມ, ສະນັ້ນ, ຕະຫລອດໄລຍະຜ່ານມາພັກປະຊາຊົນປະຕິວັດ ລາວຈຶ່ງໄດ້ວາງແນວທາງອັນຖືກຕ້ອງເພື່ອສ້າງສາພັດທະນາປະເທດ ຈົນ ມີຜົນສຳເລັດເປັນກ້າວໆມາເວົ້າລວມ, ເວົ້າສະເພາະ ດ້ານການສຶກສາເວລາໃດພັກ ແລະ ລັດຖະບານ ໄດ້ຖືສຳຄັນໃນການພັດ ທະນາ ວຽກງານດັ່ງກ່າວໃຫ້ມີບາດກ້າວເຕີບໃຫຍ່ ຂະຫຍາຍຕົວນັບທັງດ້ານຄຸນນະພາບ ແລະ ປະລິມານ ເຊິ່ງສະແດງ ອອກຈະແຈ້ງຄື: ປັດຈຸບັນທົ່ວປະເທດມີໂຮງຮຽນອະ ນຸບານ-ລ້ຽງເດັກຫລາຍກວ່າ 1800 ແຫ່ງ,ໃນນັ້ນເອກກະຊົນ ເກືອບ 300 ແຫ່ງ, ປະຖົມສຶກ ສາຫລາຍກວ່າ  9 ພັນແຫ່ງ, ເອກກະຊົນ 290 ກວ່າແຫ່ງ, ມັດທະຍົມສຶກສາເກືອບ 5 ພັນແຫ່ງ, ລະດັບອາຊີວະສຶກສາ ແລະ ສູນອົບຮົມວິຊາຊີບ 90 ກວ່າແຫ່ງ, ມີມະຫາວິທະຍາໄລ 5 ແຫ່ງ ແລະ ວິທະຍາໄລ 133 ແຫ່ງ, ໃນນັ້ນພາກເອກກະຊົນ 73 ແຫ່ງ.
    ທ່ານຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ກ່າວວ່າ: ປັດຈຸບັນ, ຫລາຍເມືອງກໍພວມສຸມໃສ່ເປີດກອງປະຊຸມໃຫຍ່ ຂອງຕົນ, ຈາກນັ້ນກໍແມ່ນກະກຽມໃສ່ກອງປະຊຸມອົງຄະນະພັກແຂວງ, ກະຊວງ ເຊິ່ງຄາດວ່າຈະໃຫ້ສຳເລັດໃນເດືອນກັນຍານີ້ ແລະ ເພື່ອກະກຽມສູ່ການເປີດກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກທີ່ຈະ ຈັດຂຶ້ນໃນຕົ້ນປີ 2016 ແລະ ເປົ້າໝາຍໃຫຍ່ໃນການພັດທະນາ ປະເທດທີ່ພັກ ແລະ ລັດ ໄດ້ກຳນົດແມ່ນຕ້ອງຫລຸດພົ້ນອອກ ຈາກຄວາມທຸກຍາກໂດຍພື້ນຖານໃນປີ 2015, ຫລຸດພົ້ນອອກຈາກ ປະເທດດ້ອຍພັດທະນາໃນປີ 2020, ກາຍເປັນປະເທດ ພັດທະນາປານກາງມີລາຍຮັບຕ່ຳຫາກາງໃນປີ 2025 ແລະ ເປັນປະ ເທດພັດທະນາປານກາງທີ່ມີລາຍຮັບສູງ, ເຊິ່ງຢາກເຮັດ ໄດ້ຄືແນວນັ້ນພວກເຮົາກໍຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດເນື້ອໃນຈິດໃຈ 4 ບຸກທະລຸຂອງພັກຢ່າງແຂງແຮງ, ໂດຍສະເພາະ ແມ່ນບຸກທະລຸດ້ານການພັດທະນາຊັບພະຍາກອນມະນຸດ, ເຊິ່ງວຽກ ສຳຄັນ ນີ້ກໍແມ່ນຂະແໜງສຶກສາທີ່ຈະເປັນຜູ້ເຮັດ, ເປັນຜູ້ກໍ່ສ້າງຄົນໃຫ້ມີຄວາມຮູູ້ຄວາມສາມາດ, ມີຄຸນສົມບັດເພື່ອພັດ ທະນາປະເທດ ຊາດໃຫ້ມີຄວາມຈະເລີນສີວິໄລ.

No comments:

Post a Comment