Ad

Ad

10 March 2015

ໂຮງແຮມລາດຊະວົງພລາຊາຈະສຳເລັດທ່ວງທັນກັບການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ 2016



             ປັດຈຸບັນອາດເວົ້າໄດ້ວ່າໂຄງການກໍ່ສ້າງອາຄານໂຮງແຮມລາດຊະວົງ ພລາຊາ, ເຊິ່ງຕັ້ງສະຫງ່າຢູ່ແຄມຖະໜົນໃຫຍ່ ບໍ່ໄກ ຈາກໃຈກາງນະຄອນຫລວງ ວຽງຈັນ ເປັນອາຄານທີ່ມີຄວາມສູງ ແລະ ສວຍງາມທັນສະໄໝທີ່ສຸດໃນລາວ ແລະ ຄາດວ່າການກໍ່ ສ້າງ ຈະໃຫ້ສຳເລັດທັນກັບກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວໄດ້ຮັບກຽດເປັນເຈົ້າພາບໃນປີ 2016.
ຜູ້ຮັບຜິດຊອບໂຄງການກໍ່ສ້າງດັ່ງກ່າວ ໃຫ້ຮູ້ວ່າ: ລາດຊະວົງ ພລາຊາ ເປັນໂຮງແຮມ 5 ດາວ, ມີຫລາຍກວ່າ 30 ຊັ້ນ, ສູງ 138 ແມັດ, ເຊິ່ງໄດ້ຮັບການອອກແບບໃຫ້ມີຄວາມທັນສະ ໄໝປະສົມ ປະສານລະຫວ່າງເອກະ ລັກຂອງລາວ ແລະ ສາກົນ, ປະ ກອບມີສິ່ງອຳນວຍຄວາມສະດວກ ແລະ ມີລະບົບຄວາມປອດໄພ ມາດຕະຖານສູງ, ສ້າງຂຶ້ນໃນພື້ນທີ່ເໝາະສົມ, ກວ້າງຂວາງສະ ຫວາດສະເຫວີຍ, ມີທິວທັດສວຍງາມ ແລະພາຍໃນອາຄານຈະ ປະກອບ ມີສູນການຄ້າຄົບວົງຈອນ, ຫ້ອງການໃຫ້ເຊົ່າ, ໂຮງແຮມ ລະດັບຫລູ, ສະຖານທີ່ພັກເຊົາທີ່ສວຍງາມ, ເຊິ່ງມາຮອດ
ປັດຈຸບັນການກໍ່ສ້າງເຫັນວ່າມີຄວາມຄືບໜ້າໄວສົມຄວນໂດຍສະເພາະ ໂຄງຮ່າງອາຄານໄດ້ກໍ່ສ້າງສຳເລັດແລ້ວ 21 ຊັ້ນ ແລະ ຄາດວ່າການກໍ່ສ້າງຈະໃຫ້ສຳເລັດສົມບູນເພື່ອຮັບໃຊ້ຜູ້ນຳ ແລະ ແຂກ ທີ່ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 28 ທີ່ ສ ປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນປີ 2016 ແລະ ເປັນຈຸດໜຶ່ງທີ່ຈະ ດຶງດູດເອົານັກລົງທຶນເຂົ້າມາລົງທຶນ ຢູ່ລາວ ຫລາຍຂຶ້ນ, ເນື່ອງຈາກວ່າຫລາຍບໍລິສັດຕ້ອງການຊອກຫາສຳນັກງານຫ້ອງການທີ່ເໝາະ ສົມກັບຊື່ສຽງບໍລິສັດໃນ ການລົງທຶນ, ສະນັ້ນ ລາດຊະວົງ ພລາຊາ ຈຶ່ງຈະເປັນທາງເລືອກທີ່ດີທີ່ສຸດ.

No comments:

Post a Comment