Ad

Ad

27 August 2015

ບໍລິສັດ ຜະລິດພະລັງງານ ແສງອາທິດ ໄດ້ສ້າງຕັ້ງຂຶ້ນ

ບໍລິສັດ ເຕັກນິກ ກລີນ ຊີຕີ ລາວ ຈຳກັດ ໄດ້ນຳສະເໜີບໍລິສັດ ຂອງຕົນຢ່າງເປັນທາງການຂຶ້ນໃນວັນທີ 25 ສິງຫານີ້ຢູ່ໂຮງແຮມ ດອນຈັນ ພາເລດ   ໂດຍການເຂົ້າ ຮ່ວມຂອງ ທ່ານ ສຈ. ດຣ. ສຸກກົງ ແສງ ໄຊຍະເລີດ ອະທິ ການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານລັດຖະມົນຕີວ່າການກະຊວງວິທະຍາສາດ ແລະ ເຕັກໂນໂລຊີ,   ທ່ານ ປະທານເຕັກນິກ ກລີນ ຊີຕີລາວ ຈຳກັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານປະທານບໍລິສັດ ເຕັກນິກ ກລີນ ຊິດຕີລາວ ຈຳກັດ ກ່າວວ່າ: ບໍລິສັດຂອງຕົນຕັ້ງຢູ່ຖະໜົນ 13 ໃຕ້, ຢູ່ບ້ານສະພັງມຶກ, ເມືອງໄຊທານີ ນະຄອນຫລວງວຽງຈັນ, ຊຶ່ງເປັນບໍລິສັດໜຶ່ງທີ່ຜະລິດພະລັງງານແສງອາທິດ, ໂດຍຜ່ານ ບໍລິສັດ ເຕັກນິກ ພະລັງງານແສງອາທິດ ຢວນຟາງ ຫຸ້ນສ່ວນ ຢູ່ປັກກິ່ງ ເປັນຜູ້ອຳນວຍດ້ານເຕັກນິກ, ພ້ອມກັນນີ້ບໍລິສັດຍັງໄດ້ຈຳໜ່າຍດອກ ໄຟແສງອາທິດ, ດອກໄຟນ້ຳໃຊ້ ພະລັງງານລົມ, ການປັ່ນໄຟໂດຍ
ຜ່ານຕາໜ່າງອື່ນໆ ເຊິ່ງທີ່ຜ່ານມາຜະລິດຕະພັນຕ່າງໆໄດ້ຖືກນຳໃຊ້ເຂົ້າໃນໂຄງການຜັງເມືອງຕ່າງໆເປັນຕົ້ນສັນຍະລັກຈະລາຈອນ, ເຄື່ອງໝາຍຊີ້ບອກທາງ, ຂຸດຄົ້ນບໍ່ແຮ່, ຂຸດເຈາະອຸມົງ, ການກໍ່ສ້າງຢູ່ສະໜາມ, ການຕົກແຕ່ງເຮືອນ, ຫ້ອງການ ແລະ ອື່ນໆ. ນອກ ຈາກນີ້ການນຳໃຊ້ໄຟຈາກພະລັງງານແສງອາທິດຍັງຖືເປັນເສດຖະກິດ ແລະ ເປັນມິດຕໍ່ສິ່ງແວດລ້ອມ, ມີຄຸນນະພາບດີ,   ສະດວກ ແລະ ປະຢັດພະລັງງານນຳອີກ.
ບໍລິສັດດັ່ງກ່າວໄດ້ອອກ ແບບການຜະລິດ, ການຈຳໜ່າຍ ແລະ ລະບົບການຄຸ້ມຄອງຄຸນນະພາບຢ່າງເຂັ້ມງວດ, ຜະລິດຕະພັນ ຕ່າງໆແມ່ນໄດ້ຈຳໜ່າຍຢູ່ 90 ປະ ເທດ ແລະ ເຂດແຄວ້ນໃນທົ່ວໂລກ ແລະ ໄດ້ຮັບການຍ້ອງຍໍຈາກບັນ ດາວິສາຫະກິດທັງພາຍໃນ ແລະ ຕ່າງປະເທດ, ພ້ອມກັນນີ້ ບໍລິສັດ ດັ່ງກ່າວຍັງມີພື້ນຖານທາງດ້ານ ເຕັກນິກທີ່ແຂງແກ່ນ, ມີປະສົບການຫລາຍສົມຄວນທາງດ້ານການອອກແບບ ແລະ ການຕິດຕັ້ງ, ມີຄຸນວຸດທິຮັບເໝົາຕິດຕັ້ງກົນຈັກ ຕ່າງໆ, ເຄື່ອງແສງສະຫວ່າງໃຊ້ສະເພາະເສັ້ນທາງ, ຈັດລວມລະບົບດອກໄຟພະລັງງານແສງອາທິດ, ລະບົບປັ່ນໄຟຢ່າງເອກກະ ລາດດ້ວຍພະລັງງານແສງອາທິດ ແລະ ລະບົບໄຟສຳລັບອຸດສາຫະກຳພິເສດ. ຄຽງຄູ່ກັນນີ້ ຍັງສາ ມາດສ້າງແບບແຜນເຕັກນິກສະ ເພາະພະລັງງານທີ່ສ້າງຄືນໄດ້ໃຫ້ ເທດເໝາະ, ໂດຍອີງໃສ່ຄວາມ ຕ້ອງການຂອງລູກຄ້າ ແລະ ລະບົບ ດັ່ງກ່າວນີ້ ຍັງສາມາດນຳໃຊ້ EPC ໄດ້. ສະນັ້ນ ຈຶ່ງເວົ້າໄດ້ວ່າ ບໍລິສັດ ດັ່ງກ່າວເປັນບໍລິສັດທີ່ນຳເອົາເຕັກ ນິກສະໄໝໃໝ່ ແລະ ຍັງເປັນມິດກັບ ສິ່ງແວດລ້ອມເຂົ້າມາຮັບໃຊ້ຊີວິດ ປະຈຳວັນ ແລະ ສ້າງອານາຄົດທີ່ ສະຫງ່າງາມໃຫ້ການພັດທະນາ ແບບຍືນຍົງຂອງມະນຸດໄດ້ນໍາອີກ.

ບໍລິສັດ ເຕັກນິກ GREEN CITY ລາວ ຈຳກັດເປັນບໍລິສັດ ຈີນທຳອິດທີ່ສ້າງຕັ້ງຂຶ້ນຢູ່ລາວທີ່ສາມາດອຳ ນວຍແຜນງານການແກ້ໄຂລະບົບປັ່ນໄຟໂດຍບໍ່ຜ່ານໄຟຟ້າສາຍກົງເພື່ອເຂົ້າໃນຕະຫລາດລາວແລະ ສະໜອງບໍລິການໃຫ້ແກ່ລູກ ຄ້າລາວໂດຍຜ່ານວິທີຈັດຕັ້ງຫ້ອງສະແດງສິນຄ້າ, ເຕັກນິກ ແລະ ທີມອຳນວຍການໂຄງການ, ໂຮງງານຕິດຕັ້ງເປັນຕົ້ນ, ຍັງອຳນວຍເຕັກໂນໂລຊີໃໝ່ແບບຍືນຍົງ, ແລະ ບໍລິການພາຍຫລັງການຂາຍເພື່ອ ປະກອບສ່ວນເຂົ້າໃນການພັດທະນາດ້ານອຸສາຫະກິດພະລັງງານແສງອາທິດ ແລະ ໂຄງການແສງສະຫວ່າງຕົວເມືອງຂອງປະເທດລາວໄດ້ດີນຳອີກ.

No comments:

Post a Comment