Ad

Ad

27 August 2015

ນາເລົ່າບ້ານແບບຢ່າງປອດຄະດີ

ທ່ານ ຈຸລັງ ອົ້ນມະນີ ນາຍບ້ານນາເລົ່າ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນໃຫ້ສຳພາດນັກຂ່າວພວກເຮົາເມື່ອບໍ່ດົນ ນີ້ວ່າ: ບ້ານນາເລົ່າຕັ້ງຢູ່ເຂດເທສະ ບານເມືອງສີໂຄດຕະບອງຫ່າງ ຈາກນະຄອນຫລວງວຽງຈັນໄປທາງທິດເໜືອປະມານ 9 ກິໂລ ແມັດ, ມີຊາຍແດນທິດເໜືອຕິດກັບບ້ານໜອງໜ້ຽວ, ທິດໃຕ້ຕິດກັບບ້ານທົ່ງປົ່ງ, ທິດຕາເວັນອອກຕິດກັບສະໜາມບິນສາກົນວັດໄຕ ແລະ ທິດຕາເວັນຕົກຕິດກັບບ້ານໂພນສະຫວາດເໜືອ, ມີເນື້ອທີ່ປະມານ 620 ພັນຕາແມັດ, ມີ 45 ໜ່ວຍຄຸ້ມຄອງ, ມີ 486 ຄອບຄົວ, 642 ຫລັງຄາເຮືອນ, ພົນລະເມືອງທັງ ໝົດ 2.754 ຄົນ, ຍິງ 1.412 ຄົນ, ມີ 3 ຊົນເຜົ່າໃຫຍ່ ຄື: ເຜົ່າລາວ, ມົ້ງ ແລະ ຂະມຸ, ປະຊາຊົນມີມູນເຊື້ອ ດຸໝັ່ນຂະຫຍັນພຽນມີຄວາມສາມັກຄີ, ມີທາງເລກທີ 13 ເໜືອຜ່ານ, ມີເສັ້ນທາງປູຢາງເຂົ້າບ້ານ 2 ເສັ້ນ, ເສັ້ນທາງພາຍໃນບ້ານ ແລະ ອອກ ສູ່ບ້ານອ້ອມຂ້າງປູດ້ວຍດິນແດງ, ພື້ນຖານໂຄງລ່າງມີໂຮງຮຽນປະຖົມສົມບູນ, ຫ້ອງການ-ສະໂມ ສອນປົກຄອງບ້ານ, ວັດວາອາ ຮາມ, ຕາຄ່າຍໄຟຟ້າ, ທຸກຄອບຄົວ ໄດ້ນຳໃຊ້ນ້ຳປະປາ, ມີຕາຂ່າຍໂທ ລະໂຄ່ງເພື່ອຮັບໃຊ້ສັງຄົມ ແລະ ສື່ສານຕ່າງໆ. ນອກນີ້ຍັງມີການ ຜະລິດກະສິກຳ-ຫັດຖະກຳຕ່ຳຫູກ, ປູກເຫັດ, ລ້ຽງຈີ່ຫລໍ່, ເພາະພັນສັດ ນ້ຳເປັນສິນຄ້າຂາຍອອກສູ່ຕະຫລາດ ແລະ ການບໍລິການຄ້າຂາຍ ອື່ນໆ.

ທ່ານນາຍບ້ານດັ່ງກ່າວໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດໜ້າທີ່ການເມືອງ, ໂດຍສະເພາະຖືເອົາວຽກງານປ້ອງກັນຊາດ- ປ້ອງກັນຄວາມສະຫງົບໃຫ້ເປັນຂອງທົ່ວປວງຊົນຮອບດ້ານຈຶ່ງ ສຸມໃສ່ບັນຫາສຄັນຄື: ໄດ້ນຳພາ ໜ່ວຍງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເຄື່ອນໄຫວເປັນປົກກະຕິ ແລະ ເຝິກແອບຍຸດທະວິທີ, ຍົກລະດັບວິຊາສະເພາະໃຫ້ມີຄຸນນະພາບສູງຂຶ້ນເລື້ອຍໆ, ເອົາໃຈໃສ່ສຶກສາອົບຮົມອ້າຍນ້ອງກຳລັງ ປກຊ-ປກສ ໃຫ້ກຳແໜ້ນແນວ ທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ມີຄວາມຈົງຮັກພັກດີຕໍ່ການຈັດຕັ້ງຮັບໃຊ້ປະຊາຊົນ, ມີຄວາມເສຍສະລະ ແລະ ປະຕິບັດສຳເລັດໜ້າທີ່ຕາມການມອບໝາຍ, ນຳພາສຳຫລວດກວດກາ, ສະຫລຸບຖອດຖອນບົດຮຽນ, ປະຕິບັດລະບອບສ່ອງແສງຢ່າງເປັນປົກກະຕິໃນແຕ່ລະອາທິດໃຫ້ ປກສ ກຸ່ມ ແລະ ເມືອງ, ຈັດປະເພດກຳລັງ ປກຊ-ປກສ ສາມາດ ຕີລາຄາໄດ້ 95%, ວຽກງານແກ້ ໄຂປາກົດການຫຍໍ້ທໍ້ພາຍໃນບ້ານມີຈຳນວນເປົ້າໝາຍມົ້ວສຸມຢາເສບ ຕິດ, ໄປທ່ຽວຫລິ້ນເດິກ, ລັກເລັກຂະໂມຍນ້ອຍ ແລະ ອື່ນໆທັງໝົດ 26 ຄົນ, ຍິງ 2 ຄົນ, ປະເພດ I ມີ 17 ຄົນ, ຍິງ 2 ຄົນ, ປະເພດ II ມີ 9 ຄົນ. ໃນນີ້, ຈຳນວນໜຶ່ງໄດ້ສຶກສາອົບຮົມແລ້ວສົ່ງໃຫ້ຜູ້ປົກຄອງ, ສ່ວນໜຶ່ງສົ່ງໄປສູນບຳບັດສົມສະ ຫງ່າ, ໄປດອນທ້າວ-ດອນນາງ ແລະ ສົ່ງໄປດຳເນີນຄະດີຢູ່ກອງ ບັນຊາການ ປກສ ເມືອງ, ປັດຈຸບັນ ຍັງເຫລືອເປົ້າໝາຍອີກຈຳນວນ ໜຶ່ງທີ່ພວມຕິດຕາມການເຄື່ອນໄຫວ.

ທ່ານນາຍບ້ານນາເລົ່າກ່າວວ່າ: ຕະຫລອດໄລຍະຜ່ານມາ, ເຫັນວ່າການປະຕິບັດໜ້າທີ່ຂອງກຳລັງ ປກຊ-ປກສ ບ້ານພວກເຮົາໄດ້ມີຄຸນນະພາບດີ, ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ມີຄວາມເຂັ້ມແຂງທາງດ້ານການຈັດຕັ້ງ, ວິຊາສະເພາະ ແລະ ຍຸດທະວິທີເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຕົ້ນການປ້ອງກັນເວນຍາມ, ການປະຈຳການ, ລາດຕະເວນກວດກາຈຸດຫລໍ່ແຫລມໃນແຕ່ລະຄືນເພື່ອສະກັດກັ້ນກຸ່ມຄົນບໍ່ດີຂີ້ລັກ-ງັດແງະບໍ່ໃຫ້ເຄື່ອນໄຫວໄດ້, ເຮັດໃຫ້ບັນດາຄະດີຕ່າງໆຫລຸດລົງ ແລະ ອັນພົ້ນເດັ່ນກຳລັງ ປກຊ- ປກສບ້ານໄດ້ເຮັດສຳເລັດໜ້າທີ່ວິຊາສະເພາະຂອງຕົນພາຍໃຕ້ການຊີ້ນຳ-ນຳພາຂອງຄະນະໜ່ວຍພັກ, ສະມາຊິກພັກເຮັດໃຫ້ຂະບວນການປ້ອງກັນເວນຍາມວັນສຳຄັນຕ່າງໆຂອງຊາດ-ຂອງພັກມີຄວາມສະຫງົບປອດໄພ, ພາຍໃນບ້ານມີຄວາມສະຫງົບໂດຍພື້ນຖານ ແລະ ນັບແຕ່ປີ 2005 ມາຮອດປັດຈຸບັນບ້ານນາເລົ່າຂອງພວກເຮົາແມ່ນໄດ້ສຳເລັດການສ້າງບ້ານພັດທະນາ ຕາມ 4 ເນື້ອໃນ 4 ຄາດໝາຍ, ສ້າງໄດ້ຄອບຄົວປ້ອງກັນຄວາມສະຫງົບດີ 484 ຄອບຄົວ, ຄອບຄົວ ປອດຄະດີ 484 ຄອບຄົວ ແລະ ເປັນຄອບຄົວພັດທະນາ. ນອກນີ້ຍັງເປັນບ້ານເປົ້າໝາຍຂອງເມືອງໃນການກະກຽມເຮັດທົດລອງ 3 ສ້າງ ແລະ ເປັນບ້ານອັນດັບໜຶ່ງໃນ 60 ບ້ານຂອງເມືອງສີໂຄດຕະບອງທີ່ ໄດ້ຮັບໃບຢັ້ງຢືນຕ້ານດ້ານຕ່າງໆເປັນຕົ້ນ: ໃບຢັ້ງຢືນໜ່ວຍພັກເຂັ້ມ ແຂງ-ຮູ້ນຳພາຮອບດ້ານ 8 ສະ ໄໝ, ບ້ານແບບຢ່າງສາທາລະນະສຸກ, ບ້ານປອດຄະດີ, ບ້ານປອດຢາເສບຕິດ, ບ້ານປ້ອງກັນຄວາມສະຫງົບສຸກດີ, ບ້ານວັດທະນະທຳ, ບ້ານປະຕິບັດ 6 , ບ້ານ 3 ດີ, ບ້ານພັດ ທະນາຮອບດ້ານ. ນອກຈາກໄດ້ຮັບໃບຢັ້ງຢືນບ້ານແບບຢ່າງຕ່າງໆແລ້ວ, ຍັງໄດ້ຮັບການຍ້ອງຍໍຜົນງານໃນຫລາຍໆດ້ານຈາກປະທານປະເທດ, ລັດຖະບານ, ສະພາແຫ່ງຊາດ, ນະຄອນຫລວງວຽງຈັນເຊັ່ນ: ຫລຽນໄຊແຮງງານຊັ້ນ I ໜຶ່ງໜ່ວຍ, ຫລຽນໄຊແຮງງານຊັ້ນ II ໜຶ່ງໜ່ວຍ, ຫລຽນໄຊແຮງງານຊັ້ນ III ໜຶ່ງໜ່ວຍ, ຫລຽນກາແຮງງານສອງ ໜ່ວຍ, ໃບຍ້ອງຍໍລັດຖະບານ 3 ໃບ, ໃບຍ້ອງຍໍສະພາແຫ່ງຊາດ 1 ໃບ, ໃບຍ້ອງຍໍນະຄອນຫລວງ 5 ໃບ ແລະ ເມືອງສີໂຄດຕະບອງ 12 ໃບ.

No comments:

Post a Comment