ປັດຈຸບັນຊັ້ນຄົນຕ່າງໆບໍ່ວ່າຈະຢູ່ຕາມກຸ່ມບ້ານ
ແລະ ສະຖານທີ່ບໍລິການອື່ນໆໄດ້ມີການລັກລອບເປີດໂຕະການພະນັນ(ໂຕະຮັບລົງບານ) ຢ່າງແຜ່ຫຼາຍ, ໂດຍບໍ່ຢ້ານ ກົວຕໍ່ເຈົ້າໜ້າທີ່ ແລະ ເປັນການລະ ເມີດຕໍ່ກັບລະບຽບກົດໝາຍບ້ານເມືອງ.
ຖ້າຫາກຍັງຖືກປ່ອຍປະລະເລີຍບໍ່ມີມາດຕະການແກ້ໄຂບັນຫາດັ່ງກ່າວຈະກາຍເປັນໜໍ່ແໜງໜຶ່ງ ໃນຂະ
ບວນການກໍ່ໃຫ້ເກີດປະກົດ ການການຫຍໍ້ທໍ້ໃນສັງຄົມເຮົາປັດຈຸບັນບັນຫາທີ່ມັກພົບເຫັນໃນແຕ່ລະ
ວັນແມ່ນການການ ຫລິ້ນຫວຍ ເຖື່ອນບໍ່ວ່າຈະເປັນຫວຍພາຍໃນ ແລະ
ຕ່າງປະເທດ, ລົງບານ, ຫຼິ້ນ ໄພ້,
ຕີໄກ່, ສະນຸກເກີ້, ຫລິ້ນເກມ ແລະ ອື່ນໆ ປາກົດມີຫລາຍ ແລະ ເກີດຂຶ້ນເກືອບທຸກບ້ານ ແລະ ຕາມ
ຕະຫລາດຕ່າງໆ, ໂດຍສ່ວນໃຫຍ່ ແມ່ນຜູ້ຫວ່າງງານ, ກຸ່ມຂັບລົດ ຕຸກໆຈຳໂບ້ຕະຫຼອດຮອດຊາວຄ້າຂາຍຈຳນວນໜຶ່ງໂດຍເຂົາເຈົ້າ
ເຫລົ່ານີ້ ຈະຖືເອົາການຫລິ້ນການ ພະນັນເປັນອາຊີບກໍວ່າໄດ້ຕົວຢ່າງ:
ຢູ່ຕາມຕະຫລາດຕ່າງໆນັບແຕ່ເຊົ້າຈົນຮອດແລງຈະເຫັນກຸ່ມຄົນເຫລົ່ານີ້ນັ່ງຈຸ້ມກັນຕັ້ງວົງຫລິ້ນໄພ້ຢູ່ຈຸດໃດໜຶ່ງທີ່ລັບຕາຄົນ,
ໂດຍໃຊ້ຮູບການຫລັງເປັນແມ່ຄ້າທາງໜ້າຫລິ້ນ
ການພະນັນໂດຍບໍ່ເອົາຫົວຊາກັບ ລະບຽບກົດໝາຍແຕ່ຢ່າງໃດ, ເຊັ່ນດຽວກັບຢູ່ຕາມຄຸ້ມບ້ານຕ່າງໆພໍຕື່ນເຊົ້າມາຜູ້ບໍ່ມີວຽກເຮັດງານທຳກໍໄດ້ຊັກຊວນອວນເອີ້ນກັນຕັ້ງວົງຫລິ້ນໄພ້,
ສະນຸກເກີ້, ໝາກກຸ້ງໄກ່, ຕີໄກ່, ລົງຕີມວຍ, ລົງເຕະບານ
ແລະ ອື່ນໆທີ່ເປັນການພະນັກ, ບາງ ບ່ອນມີທັງເດັກນ້ອຍເຂົ້າມາມີສ່ວນຮ່ວມໃນຮ້ານສະນຸກເກີ້,
ຮ້ານເກມ, ໂດຍເຈົ້າຂອງຮ້ານກໍປ່ອຍປະບໍ່ເອົາຫົວຊາຕໍ່ລະບຽບກົດໝາຍ
ແລະ ໄລ ຍະນີ້ຍິ່ງໃກ້ຈະເປີດສົກຮຽນໃໝ່ຍິ່ງ ເປັນໂອກາດໃຫ້ກຸ່ມຄົນບໍ່ດີດັ່ງກ່າວຕົວະຍົວະ,
ເບື່ອເມົານັກຮຽນນັກສຶກສາຫາລາຍໄດ້ເຂົ້າຕົນເອງ ແລະ
ຮ້າຍແຮງໄປກວ່ານັ້ນໃນປັດ ຈຸບັນນີ້ພໍຮອດມື້ອອກຫວຍກໍຈະ
ເຫັນແມ່ເລກທັງຫລາຍໄດ້ແຂ່ງຂັນກັນຊອກຂາຍເລກຂາຍເບີໄປແຕ່ ລະກຸ່ມບ້ານບາງຄັ້ງຢູ່ຕາມສຳນັກ
ງານອົງການກໍປະກົດມີຢູ່ເລື່ອຍໆ, ໂດຍບໍ່ມີການທັກທ້ວງຕັກເຕືອນ
ກັນແຕ່ປະການໃດ ແລະ ສັງເກດ ເຫັນວ່າບັນຫາດັ່ງກ່າວນັບມື້ຍິ່ງແຜ່ຫຼາຍ ແລະ
ຖ້າຫາກພາກສ່ວນ ກ່ຽວຂ້ອງຍັງຖືເບົາ ແລະ ຂາດ ການເອົາໃຈໃສ່ໃນການແກ້ໄຂຈະພາໃຫ້ສະພາບຫຍໍ້ທໍ້ຢູ່ໃນທົ່ວສັງຄົມຍິ່ງແຜ່ຫລາຍເຮັດໃຫ້ບ້ານເມືອງຂາດຄວາມເປັນລະບຽບຮຽບຮ້ອຍ
ແລະ ຄວາມສະຫງົບດັ່ງທີ່ ເປັນຢູ່ໃນປັດຈຸບັນມີການປຸ້ນຈີ້ຊີງຊັບ, ຂີ້ລັກງັດແງະ, ຂ້າເຈົ້າເອົາຂອງຕ່າງໆກີດຂຶ້ນເລື້ອຍໆ,
ເຮັດໃຫ້ເສຍພາບພົບໜ້າຕາຂອງປະເທດ.
No comments:
Post a Comment