Ad

Ad

26 August 2015

ຜົນ​ກອງ​ປະຊຸມລັດຖະບານ ປະຈຳ​ເດືອນ​ສິງຫາ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ສິງຫາ 2015 ໄດ້ມີຂຶ້ນ ໃນວັນທີ 25 ສິງຫານີ້​ ໂດຍ​ການເປັນປະທານຂອງ ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ​ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.ໂດຍໄດ້ ຮັບຮອງ ບົດລາຍງານກ່ຽວກັບ ຜົນຂອງການຈັດຕັ້ງກອງປະຊຸມແລກປ່ຽນບົ ດຮຽນ ດ້ານການພັດທະນາສັງຄົມ ແລະ ຫຼຸດຜ່ອນຄວາມທຸກຍາກ ອາຊຽນ+ຈີນ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ ພາຍໃຕ້ຫົວຂໍ້ ນະວະຕະກໍາ ດ້ານການເງິນເພື່ອແກ້ໄຂຄວາມທຸກຍາກ ຕໍ່ຜົນສໍາເລັດດັ່ງກ່າວ. ກອງ​ປະຊຸມຄັ້ງນີ້​ ໄດ້ມີທິດ​ຊີ້​ນໍາ​​ໃຫ້ພາກສ່ວນກ່ຽວຂ້ອງ ແລະ ຂະແໜງການຕ່າງໆ ເອົາ​ໃຈ​ໃສ່​ຄົ້ນຄວ້າ ໃຫ້ເລິກເຊິ່ງ, ລະອຽດເພື່ອ​ເຮັດໃຫ້​ປະຊາຊົນທີ່ທຸກຍາກ ​ໄດ້​ເຂົ້າ​ເຖິງ​ແຫຼ່ງທຶນ​ຕົວ​ຈິງ​ໃຫ້ຫຼາຍຂຶ້ນ ພ້ອມທັງ ກໍານົດລະບຽບການລວມ ທີ່ຊັດເຈນ, ຈະແຈ້ງ ເພື່ອຄວາມເປັນເອກະພາບ ໃນການຄຸ້ມຄອງ ແລະ ນໍາໃຊ້ກອງທຶນຕ່າງໆ ໃຫ້ມີປະສິດທິຜົນ ໂດຍຕິດພັນກັບທະນາຄານ ທີ່ປ່ອຍສິນເຊື່ອ. ພ້ອມດຽວນັ້ນ, ໃຫ້ສືບຕໍ່ຍາດ​ແຍ່ງ​ການ​ຊ່ວຍເຫຼືອ​ຈາກອົງການ ຈັດຕັ້ງຕ່າງໆ ທັງພາຍໃນ ແລະ ຕ່າງປະເທດ ​ໃຫ້ຫຼາຍຂຶ້ນ; ຕໍ່ການກະກຽມຄວາມພ້ອມ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີ ພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກອາຊຽນ ຄັ້ງທີ 9 ກອງ
ປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ແລະ ຂະແໜງການຕ່າງໆ ເອົາໃຈໃສ່ກະກຽມ, ປະສານ​ສົມທົບ ​ແລະ ​ແບ່ງ​ຄວາມ​ຮັບຜິດຊອບ​ຢ່າງ​ຈະ​ແຈ້ງ ​​ເພື່ອ​ໃຫ້​ມີ​ຜົນ​ສໍາ​ເລັດ​ ​ແລະ ດໍາ​ເນີນ​ໄປ​ດ້ວຍບັນຍາກາດ​ດີ ທັງຮັບປະກັນໃຫ້ໄດ້ຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ. ນອກນັ້ນ, ກອງປະຊຸມ ຍັງເຫັນດີໂຄງການເລືອກຕົວແບບຮ່ວມມືລາວ-ຈີນ ຈໍານວນ 2 ບ້ານ ຄື: ບ້ານ ຊໍ້, ເມືອງສັງທອງ, ນະຄອນຫຼວງວຽງຈັນ ແລະ ບ້ານ ຊຽງລ້ອມ, ເມືອງ ແລະ ແຂວງຫຼວງພະບາງ. ສໍາລັບການຄັດເລືອກຕົວແທນປະຊາຊົນ ສປປ  ລາວ ໄປຮັບລາງວັນອາຊຽນ ທີ່ມາເລເຊຍ ໃນເດືອນພະຈິກ 2015 ກອງປະຊຸມໄດ້ເນັ້ນໜັກ ຄັດເລືອກໄດ້ຕົວແບບ ທີ່ມີຄວາມຍືນຍົງ ແລະ ສາມາດຖອດຖອນບົດຮຽນ ໃຫ້ບັນດາຕົວແບບອື່ນໃນວົງກວ້າງ.
1.    ຕໍ່ຮ່າງກົດໝາຍ ວ່າ​ດ້ວຍ​ການຕ້ານການຄ້າມະນຸດ. ກອງປະຊຸມເຫັນດີຮັບຮອງທາງດ້ານຫຼັກການ ແລະ ໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ປັບປຸງ ຕາມການປະກອບຄໍາເຫັນຂອງສະມາຊິກລັດຖະ ບານ ​ເປັນ​ຕົ້ນ: ການ​ກໍານົດ​ບັນດາຄໍາ​ສັບ, ບາງມາດຕາ ຕ້ອງ​ມີ​ຄວາມ​ຈະ​ແຈ້ງ, ຖືກຕ້ອງ, ຊັດເຈນ ​ແລະ ຮັດກຸມ ​ເພື່ອ​ບໍ່​ໃຫ້​ເກີດ​ຊ່ອງ​ຫວ່າງ​ໃນ​ເວລາ​ນໍາ​ໃຊ້​. ສໍາ​ຄັນ​ແມ່ນຕ້ອງ​ໃຫ້​ສອດຄ່ອງ​ກັບ​ກົດໝາຍ ຫຼື ສົນທິສັນຍາ​ຂອງ​ສາກົນ ທີ່ ສປປ ລາວ ເປັນພາຄີ.
2.    ກອງປະຊຸມ ໄດ້ປະກອບ​ຄໍາ​ຄິດ​ຄໍາ​ເຫັນດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ຮັບຮອງຕໍ່ຮ່າງດໍາລັດ ວ່າດ້ວຍການຈັດ​ຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ ສົກ​ປີ 2015-2016 ຕໍ່ບັນຫາດັ່ງກ່າວ ກອງ​ປະຊຸມ​ ໄດ້​ຊີ້​ນໍາ​​ໃຫ້ພາກສ່ວນກ່ຽວຂ້ອງ ​ນໍາໄປປັບປຸງ​ຕື່ມ​ ຕາມ​ການ​ປະກອບ​ຄໍາ​ເຫັນ​ ຂອງ​ສະມາຊິກ​ລັດຖະບານ ເປັນຕົ້ນ: ເອົາໃຈໃສ່ຄຸ້ມຄອງການລົງທຶນຂອງລັດ ເພື່ອໃຫ້ມີປະສິດທິຜົນ, ຄຸ້ມຄອງ, ກວດກາລາຍຮັບ-ລາຍຈ່າຍ ໃຫ້ເຂັ້ມງວດ ທັງເອົາໃຈໃສ່ແກ້ໄຂໜີ້ສິນໃຫ້ຫຼຸດລົງ ແລະ ບໍ່ໃຫ້ສ້າງໜີ້ ໃໝ່ ຫຼື ໂຄງການນອກແຜນ, ພ້ອມນັ້ນ ໃຫ້ເອົາໃຈໃສ່ ເກັບລາຍຮັບເຂົ້າງົບປະມານ ຜ່ານລະບົບທັນສະໄໝ ໃຫ້ນັບມື້ນັບເພີ່ມຂຶ້ນ ອັນນີ້ເພື່ອຫຼີກລ້ຽງບັນຫາຫຍໍ້ທໍ້ ໃນຖັນແຖວພະນັກງານ ແລະ ໃຫ້ງົບປະມານບໍ່ໃຫ້ຮົ່ວໄຫຼ.
​ໃນຕອນ​ທ້າຍ​ກອງ​ປະຊຸມ ທ່ານ​ນາຍົກລັດຖະມົນຕີ​ ໄດ້ຊີ້ນໍາໃຫ້ສະມາຊິກ​ລັດຖະບານ ນໍາ​ເອົາ​ເນື້ອ​ໃນ​ຈິດ​ໃຈທີ່​ໄດ້​ຕົກລົງ​ເປັນ​ເອກະ​ພາບ​ ໃນ​ກອງປະຊຸມ​ຄັ້ງ​ນີ້ ລວມທັງ​ ບັນດາວຽກ​ງານທີ່​ເປັນຈຸດ​ສຸມ​ໃນເດືອນກັນຍາ2015 ໄປ​ຈັດ​ຕັ້ງ​ຜັນ​ຂະຫຍາຍ ​ແລະ ຈັດຕັ້ງປະຕິບັດ​ດ້ວຍ​ຄວາມ​ຮັບຜິດຊອບສູງ ດັ່ງນີ້:
1).ໃນທ້າຍປີ 2015 ນີ້ ຈະມີຫຼາຍກິດຈະກຳທີ່ສຳຄັນ ເປັນຕົ້ນແມ່ນ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ ສະນັ້ນຈະມີການກະກຽມສວນສະໜາມ, ການວາງສະແດງສິນຄ້າ, , ການປະດັບປະດາຕົວເມືອງແລະ ການສ້າງຂະບວນການ ໃນວຽກງານດ້ານຕ່າງໆເພື່ອຂ່ຳນັບຮັບຕ້ອນວັນສຳຄັນດັ່ງກ່າວ. ຊຶ່ງນອກຈາກນັ້ນ, ກໍຍັງມີກອງປະຊຸມໃຫຍ່ຂອງບັນດາກະຊວງ, ແຂວງພາກສ່ວນກ່ຽວຂ້ອງ ຕ້ອງກະກຽມໃຫ້ດີ ຊຶ່ງບັນຫາດັ່ງກ່າວນີ້ພວກຄົນບໍ່ດີກໍມີແຜນມ້າງເພທຳລາຍ, ຈະເຮັດດ້ວຍທາງກົງ ຫຼື ທາງອ້ອມກໍຕາມ ຖ້າຫາກມັນເກີດແນ່ນອນກໍ່ມີອັນເສັຽຫາຍ. ສະນັ້ນ, ຈຶ່ງສະເໜີໃຫ້ເອົາໃຈໃສ່​​ລົງເລິກຊີ້ນຳຕື່ມກ່ຽວກັບ ວຽກງານປ້ອງກັນຊາ-ປ້ອງກັນຄວາມສະຫງົບຕ້ອງເຮັດໃຫ້ດີກວ່າເກົ່າ ເພື່ອຮັບປະກັນບໍ່ໃຫ້ເຫດການບໍ່ດີເກີດຂຶ້ນ; ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດ, ມີຄວາມຮັບຜິດຊອບ, ການປະຕິບັດລະບຽບວິໃນ, ຂອງພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນເຮົາຕໍ່ວຽກງານດັ່ງກ່າວ, ພ້ອມນັ້ນ ຕ້ອງມີມາດຕະການຕອບໂຕ້ຢ່າງທັນການ ຕໍ່ກຸ່ມຄົນບໍ່ດີທີ່ໂຄສະນາໃສ່ຮ້າຍປ້າຍສີ ການນຳພັກ-ລັດເຮົາ ແລະ ບັນຫາອື່ນໆ ໂດຍມີການຊີ້ແຈງໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ.
- ສໍາລັບການມອບ-ຮັບໜ້າທີ່ການນໍາ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ພາຍຫຼັງທີ່ສະພາແຫ່ງຊາດໄດ້ຮັບຮອງແລ້ວນັ້ນ ແມ່ນໃຫ້ຮີບຮ້ອນຈັດຕັ້ງປະຕິບັດໂດຍໄວ ເພື່ອບໍ່ໃຫ້ເກີດຊ່ອງວ່າງ.
2). ເອົາໃຈໃສ່ຈັດເກັບລາຍຮັບເຂົ້າງົບປະມານ ໂດຍມີມາດຕະການ ແລະ ຈຸດສຸມໃນການຈັດເກັບລາຍຮັບ ເພື່ອໃຫ້ບັນລຸໄດ້ຕາມລະດັບຄາດໝາຍ.
2).ໃຫ້ກະຊວງອຸດສາຫະກຳແລະ ການຄ້າ, ກະຊວງການຕ່າງປະເທດ ແລະ ພາກສ່ວນກ່ຽວຂ້ອງ ອື່ນໆສືບຕໍ່ເອົາໃຈໃສ່ກະກຽມຄວາມພ້ອມດ້ານຕ່າງໆ ໃນການເຂົ້າເປັນສະມາຊິກປະຊາຄົມເສດຖະກິດອາຊຽນໃນທ້າຍປີນີ້, ເພາະວ່າເວລາກໍຍັງບໍ່ພໍເທົ່າໃດເດືອນຂ້າງໜ້ານີ້. ພ້ອມນັ້ນແມ່ນສືບຕໍ່ກະກຽມການເຄື່ອນໄຫວຕ່າງປະເທດຂອງການນຳພັກ-ລັດເຮົາ ຕາມແຜນການ ກໍ່ຄື ການຕ້ອນຮັບການມາຢ້ຽມຢາມແລະເຮັດວຽກຂອງແຂກຕ່າງປະເທດຢູ່ ສປປ ລາວ.
3).ໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສືບຕໍ່ແກ້ໄຂບັນຫາຕັກແຕນ ແລະ ໜູຂີ ທີ່ລະບາດຢູ່ບາງແຂວງ, ຊຶ່ງຜ່ານມາກໍເຮັດໄດ້ດີແລ້ວ ແຕ່ສະເໜີໃຫ້ເອົາໃຈໃສ່ຕື່ມ.
- ສະເໜີກະຊວງສາທາລະນະສຸກສືບຕໍ່ຕິດຕາມເຝົ້າລະວັງແລະແກ້ໄຂພະຍາດຕິດຕໍ່ຕ່າງໆທີ່ເກີດຶ້ໃນລະດູການເພື່ອບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດແລະ ສ້າງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ພົນລະເມືອງເປັນຕົ້ນພະຍາດໄຂ້ຍຸງລາຍ, ຄໍຕີບ, ​ໄຂ້ທໍລະພິດແລະ ອື່ນໆ ໃຫ້ເອົາໃຈໃສ່ແກ້ໄຂຢ່າງມີແຜນການຄັກແນ່.

- ສະເໜີໃຫ້ບັນດາກະຊວງໂດຍສະເພາະກະຊວງໂຍທາທິການ ແລະ ຂົນສົ່ງກວດກາ ແລະ ແກ້ໄຂບັນຫາເສັ້ນ ທາງທີ່ຈໍາເປັນທີ່ເປ່ເພເສັຽຫາຍໃນຊ່ວງລະດູຝົນຕ້ອງໄດ້ສ້ອມແປງກ່ອນ ເພື່ອໃຫ້ສາມາດນຳໃຊ້ໄດ້ເປັນປົກກະຕິ. ພ້ອມກັນນັ້ນກໍໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຕິດຕາມເບິ່ງກ່ຽວກັບສະພາບດິນຟ້າອາກາດເຫັນວ່າຊ່ວງນີ້ບໍ່ມີຝົນແຕ່ໃນເດືອນກັນຍາອາດຈະມີຝົນທ້າຍລະດູ. ສະນັ້ນ, ຕ້ອງເອົາໃຈໃສ່ແຈ້ງເຕືອນໃຫ້ປະຊາຊົນຮັບຮູ້ເປັນປົກກະຕິ ແລະ ມີແຜນກະກຽມຕ້ານແລ້ງຕ້ານຖ້ວມຕື່ມ.

No comments:

Post a Comment