Ad

Ad

26 August 2015

ວາງສະ​ແດງ​ຮູບ​ພາບ 70 ປີ ຂອງ​ວຽກ​ງານ​ຕ່າງປະ​ເທດ​ຫວຽດນາມ​ທີ່​ວຽງ​ຈັນ

      ງານວາງສະແດງຮູບພາບ 70 ປີ ຂອງວຽກງານການຕ່າງປະເທດແຫ່ງ ສສ ຫວຽດນາມໄດ້ຈັດຂຶ້ນໃນວັນທີ 24 ສິງຫານີ້ ທີ່ນະຄອນຫລວງວຽງຈັນໂດຍສະຖານເອກອັກຄະລັດຖະທູດ ສສ ຫວຽດນາມ ຮ່ວມກັບສູນກາວັດທະນະທຳຫວຽດນາມປະຈຳລາວເປັນຜູ້ຈັດຂຶ້ນເຊິ່ງມີທ່ານ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ສປປ ລາວແລະ ທ່ານ ຫງວຽນແມ໋ ຮຸ່ງເອກອັກຄະລັດຖະທູດ ສສຫວຽດນາມປະຈຳລາວ ພ້ອມທູຕານຸທູດບັນດາປະເທດອາຊຽນປະຈຳລາວ, ຜູ້ຕາງໜ້າກະຊວງຂະແໜງການຕ່າງໆຂອງລາວແລະ ຊາວຫວຽດນາມຜູ້ທຳມາຫາກິນຢູ່ລາວເຂົ້າຮ່ວມເປັນຈຳນວນຫລາຍ.
       ຮູບພາບທີ່ນຳມາວາງສະແດງດັ່ງກ່າວມີຈຳນວນ 60 ຮູບດ້ວຍກັນທີ່ເປັນເອກະສານບົ່ງບອກເຖິງການເຄື່ອນໄຫວແລະ ພັດທະນາວຽກງານການພົວພັນຕ່າງປະເທດຫວຽດນາມຕະຫລອດໄລຍະ 2 ສະໄໝຂອງ 70 ປີຜ່ານມາ (28/
8/1945 - 28/8/2015) ຄືໄລຍະທີ I ​ແມ່ນໄລຍະຕໍ່ສູ້ປົດປ່ອຍຊາດແລະ ປະກາດເອກະລາດປອງດອງຊາດ (1945-1975) ​ແລະໄລຍະທີ II ​ແມ່ນໄລຍະຈັດຕັ້ງປະຕິບັດແນວທາງການຕ່າງປະເທດເອກະລາດ, ກຸ້ມຕົນເອງ, ສັນຕິພາບ, ການຮ່ວມມືແລະ ພັດທະນາ, ຮ່ວມມືແບບຫລາຍຝ່າຍແລະ ຫລາຍທິດຂອງການພົວພັນ, ​ເປັນເຈົ້າການຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.
       ທ່ານຮອງນາຍົກລັດຖະມົນຕີໄດ້ມີຄຳເຫັນໃນພິທີວ່າ: 70 ປີຜ່ານມາ, ຂະແໜງການຕ່າງປະເທດຫວຽດນາມໄດ້ປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດເພື່ອຄວາມອິດສະຫລະພາບຂອງປະຊາຊົນຫວຽດນາມໃນກ່ອນໜ້ານີ້ ກໍຄືພາລະກິດປ່ຽນແປງໃໝ່, ການເຊື່ອມໂຍງແລະ ປົກປັກຮັກສາປະເທດຊາດໃນປັດຈຸບັນແລະໄດ້ປະກອບສ່ວນສຳຄັນໃນການຍົກສູງຖານະບົດບາດຂອງຫວຽດນາມໃນເວທີສາກົນ.

      ທ່ານຮອງນາຍົກ ກ່າວວ່າ: ຕະຫລອດໄລຍະ 70 ປີຜ່ານມາ, ບໍ່ພຽງແຕ່ໄລຍະຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນເທົ່ານັ້ນເຊິ່ງນັບທັງໄລຍະປະຕິບັດພາລະກິດປົກປັກຮັກສາແລະ ສ້າງສາພັດທະນາປະເທດຊາດປັດຈຸບັນ, ຂະແໜງການຕ່າງປະເທດ ລາວ-ຫວຽດນາມ ຍາມໃດກໍໄດ້ພົວພັນຮ່ວມມືແລກປ່ຽນບົດຮຽນເຊິ່ງກັນແລະ ກັນຕະຫລອດມາໃນການພົບປະເຈລະຈາດ້ານການຕ່າງປະເທດຢ່າງມີປະສິດທິຜົນແລະ ສາມາດຍາດໄດ້ໄຊຊະນະທີ່ໜ້າພາກພູມໃຈແລະໃນໂອກາດນີ້, ຕາງໜ້າພັກ, ລັດຖະບານ, ຮອງນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ​​ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ພັກ, ລັດຖະບານແລະ ປະຊາຊົນຫວຽດນາມ ກໍຄືກະຊວງການຕ່າງປະເທດຫວຽດນາມເຊິ່ງຍາມໃດກໍໃຫ້ການສະໜັບສະໜູນ, ຮ່ວມມືຊ່ວຍເຫລືອອັນປະເສີດແລະ ລ້ຳຄ່າຢ່າງທັນການຕະຫລອດມານັ້ນ.

No comments:

Post a Comment