Ad

Ad

26 August 2015

ອພບ ຊີ້ ສ ສະອາດໄປຝືດຍ້ອນຂາດຫລາຍປັດ​ໄຈ

ໃນກອງປະຊຸມຄັ້ງທີ V ຂອງອົງຄະນະພັກນະຄອນຫລວງວຽງຈັນ, ໄດ້ກຳນົດນະໂຍບາຍ 6 ຄື: ສະຫງົບ, ສະອາດ, ສີຂຽວ, ສະຫວ່າງ, ສະເໜ່ ແລະ ສີວິໄລ, ເພື່ອເປັນບ່ອນອີງໃນການພັດທະນາໃນຕົວເມືອງນະ ຄອນຫລວງວຽງຈັນ ເປັນຕາໜ້າຢູ່ອາໄສ, ໃຫ້ສົມເປັນສູນກາງທາງດ້ານການເມືອງ, ເສດຖະກິດຂອງປະ ເທດ ແລະ ຜ່ານການຈັດຕັ້ງນະໂຍບາຍດັ່ງກ່າວໃນໄລຍະຜ່ານມາ, ໂດຍສະເພາະແມ່ນ ສີຂຽວ, ສະອາດເຫັນວ່າຍັງເຮັດບໍ່ທັນໄດ້ດີ ແລະ ດຳເນີນໄປຊັກຊ້າຫລາຍ.
             ທ່ານ ຄຳປ່ຽນ ອິນທະລືຊາ ຮອງປະທານອົງການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ (ອພບ) ໃຫ້ຮູ້ວ່າ: ສຳລັບ ອພບ ແມ່ນໄດ້ລົງເລິກປະຕິບັດຕົວຈິງມີ ສີຂຽວ ແລະ ສະອາດ ແລະ ເຫັນວ່າການຈັດຕັ້ງປະຕິບັດໃນຜ່ານມາຍັງພົບຄວາມຫຍຸ້ງຍາກຫລາຍດ້ານຈາກຫລາຍປັດໄຈຄື: ພວກເຮົາຍັງຂາດນິຕິກຳໃຫ້ຄົນຢູ່ຕົວເມືອງປະກອບພັນທະຮັກສາຄວາມສະອາດຂອງຕົວເມືອງ, ການຄຸ້ມຄອງ, ຕິດຕາມກວດກາລົດຂົນສົ່ງຫີນ-ຊາຍ, ວັດສະດຸເຂົ້າ-ອອກສະຖານທີ່ກໍ່ສ້າງ
ຕ່າງໆທີ່ເປັນສາເຫດຕົ້ນຕໍ່ພາໃຫ້ເສັ້ນທາງເປີະເປື້ອນຍັງບໍ່ທັນເຮັດໄດ້ດີ, ກຳລັງແຮງງານອະນາ ໄມທາງສ່ວນຫລາຍແມ່ນຜູ້ມີອາຍຸສູງ, ພາຫະນະຂົນສົ່ງຂີ້ເຫຍື້ອມີຈຳນວນຈຳກັດ ແລະ ສ່ວນຫລາຍແມ່ນບໍ່ໄດ້ມາດຕະ ຖານ, ຈຸດດູດນ້ຳມາຮັບໃຊ້ການສີດລ້າງທາງ, ຫົດດອກໄມ້ແມ່ນພົບຄວາມຫຍຸ້ງຍາກໃນລະດູແລ້ງ, ຂະນະດຽວກັນກໍບໍ່ມີຈຸດດູດນ້ຳຖາວອນ, ປັດຈຸບັນມີພຽງໜອງນ້ຳສວນສີໂຄດບ່ອນດຽວແຕ່ມີສະພາບບັນຫາກິນເໝັນ, ນອກຈາກນີ້ງົບປະ ມານໃນການນຳໃຊ້ເຂົ້າໃນວຽກງານດັ່ງກ່າວແມ່ນມີຈຳກັດ, ນອກຈາກນີ້, ຄວາມເຂົ້າໃຈຂອງພະນັກງານຍັງບໍ່ທັນສູງ ແລະ ຂາດຄວາມຮັບຜິດຊອບຕໍ່ຄວາມສະອາດຂອງຕົວເມືອງ, ສ່ວນຫລາຍພາກັນເຂົ້າໃຈວ່າວຽກງານຮັກສາຄວາມສະອາດຂອງຕົວເມືອງເປັນຄວາມຮັບຜິດຊອບຂອງພາກລັດຝ່າຍດຽວ, ເຊິ່ງສະແດງອອກຄື: ປະຊາຊົນທີ່ອາໄສຢູ່ຕາມແຄມທາງ, ແຄມຮ່ອງລະບາຍນ້ຳມີຫລາຍຄອບຄົວຍັງບໍ່ທັນມີຄວາມຕື່ນຕົວໃນການອະນາໄມເສັ້ນທາງ ແລະ ຮ່ອງລະບາຍນ້ຳໃຫ້ສະອາດດີ. ແນວໃດກໍຕາມ ເພື່ອເຮັດໃຫ້ນະໂຍບາຍ ສະອາດ ແລະ ສີຂຽວ ໄດ້ຮັບການປະຕິບັດຢ່າງເປັນຮູບປະທຳດີຂຶ້ນໃນຕໍ່ໜ້າ, ເຮັດໃຫ້ນະຄອນຫລວງເປັນຕົວເມືອງສະອາດ, ຖະໜົນສະອາດ, ບໍ່ມີຂີ້ຝຸ່ນ, ຂີ້ເຫຍື້ອ, ບໍ່ເປະເປື້ອນ, ບໍ່ມີສິ່ງກີດຂວາງ ແມ່ນຈະສູ້ຊົນເຮັດອະນາໄມຄວາມສະອາດ ແລະ ຂີ້ເຫຍື້ອ ຕາມສາຍທາງຫລັກໃນຕົວເມືອງ, ສືບຕໍ່ເຮັດສັນຍາເກັບມ້ຽນຂີ້ເຫຍື້ອໃຫ້ບັນລຸ 100% ໃນຂອບເຂດ 4 ເມືອງໃນ ແລະ ກວມເປັນສ່ວນຫລາຍໃນ 5 ຕົວເມືອງນອກ, ຍາດແຍ່ງໂຄງການຊ່ວຍເຫລືອດ້ານວິຊາການໃນການຄຸ້ມຄອງຂີ້ເຫຍື້ອເພື່ອປູກຈິດສຳນຶກໃຫ້ສັງຄົມ, ຊຸມຊົນ ແລະ ສະຖາບັນການສຶກສາຕ່າງໆ, ຊຸກຍູ້ດຶງດູດການລົງທຶນພາກເອກະຊົນໃນການສ້າງຕັ້ງໂຮງງານຫັນ ປ່ຽນຂີ້ເຫຍື້ອເປັນພະລັງານໃຫ້ສຳເລັດ, ປັບປຸງຮ່ອງລະບາຍນ້ຳ, ບຶງໜອງໃນເຂດຊຸມຊົນບໍ່ໃຫ້ມີກິ່ນເໝັນ ແລະ ມີສະພາບແວດລ້ອມທີ່ດີ, ສ້າງສວນສາທາລະນະໃນຕົວເມືອງ, ໃນຊຸມຊົນຕ້ອງມີຕົ້ນໄມ້ສີຂຽວສວຍງາມຮົ່ມເຢັນກາຍເປັນຕົວເມືອງທີ່ມີສະພາບແວດລ້ອມ ແລະ ອາກາດຊົດຊື່ນດີ.

No comments:

Post a Comment