Ad

Ad

26 August 2015

ໂຄງການ​ສຳ​ປະທານ​ໂຮງ​ແຮມ​ເລກ 1 ເມືອງ​ວຽງ​ໄຊ

     ​ໂຮງ​​ແຮມເລກ 1 ຢູ່ເມືອງວຽງໄຊແຂວງຫົວພັນເປັນໂຮງແຮມທີ່ເກົ່າແກ່ຊຸດໂຊມມາຫລາຍສິບປີ. ສະນັ້ນ ມາຮອດປີ 2011 ພາກລັດຈຶ່ງໄດ້ຈັດຫາຜູ້ມາສຳປະທານເພື່ອປັບປຸງສ້ອມແປງແລະ ດຳເນີນທຸລະກິດຕາມລະບຽບກົດໝາຍເຊິ່ງບໍລິສັດຮວ້າງຟຸກ ລ້າງ​​ເຊີນ ສສ ຫວຽດນາມໄດ້ຮັບການສຳປະທານເປັນໄລຍະເວລາ 50 ປີ. ຜ່ານການດຳເນີນທຸລະກິດໂຮງແຮມເປັນໄລຍະເວລາ 2 ປີກວ່າຜ່ານມາ ນັບແຕ່ປີ 2012 ມາເຖິງປັດຈຸບັນ ຜູ້ສຳປະທານໄດ້ສືບຕໍ່ຂະຫຍາຍກິດຈະການຕື່ມເປັນຕົ້ນແມ່ນໄດ້ປັບປຸງເຂດພັກຜ່ອນຢູ່ດ້ານຫລັງຂອງໂຮງແຮມເຊັ່ນ: ​ເຂດໜອງນ້ຳບ່ອນພັກຜ່ອນ, ​ເຂດເວທີກາງແຈ້ງເພື່ອຮອງຮັບງານລ້ຽງ, ການແຕ່ງດອງແລະເຂດຖ້ຳຢູ່ດ້ານຫລັງທີ່ຢູ່ໃນຂອບເຂດຂອງໂຮງແຮມເປັນຮ້ານກາເຟແລະ ບ່ອນຟັງເພງ-ຮ້ອງເພງເປັນມູນຄ່າການລົງທຶນທັງໝົດ 1 ລ້ານ 6 ​ແສນກວ່າໂດລາເພື່ອກະກຽມຮອງຮັບແຂກພາຍໃນ
ແລະ ຕ່າງປະເທດໃນອະນາຄົດ, ພ້ອມທັງໄດ້ເປີດນຳໃຊ້ບັນດາກິດຈະການຂ້າງເທິງໃນມື້ວັນທີ 21/8/2015 ຢ່າງເປັນທາງການແລະ ກໍໄດ້ມີແຂກພາກສ່ວນລັດ, ​ເອກະຊົນ, ​ແຂກພາຍໃນແລະ ຕ່າງປະເທດເຂົ້າຮ່ວມໂດຍສະເພາະແມ່ນແຂກທີ່ມາຈາກຫວຽດນາມແລະ ກໍໄດ້ມີການສະແດງສິລະປະ, ຟ້ອນລຳວົງ, ຮ້ອງເພງ​-ຟັງເພງແລະໃນຂະນະດຽວກັນນີ້ ຢູ່ພາຍໃນຖ້ຳກໍໄດ້ມີແຂກຂອງບໍລິສັດຜູ້ລົງທຶນຈຳນວນໜຶ່ງຂຶ້ນໄປເຕັ້ນລຳຢູ່ໃນສະຖານທີ່ຖ້ຳດັ່ງກ່າວເຊິ່ງເຫັນວ່າບໍ່ຖືກຕ້ອງຕາມການອະນຸຍາດຂອງພາກສ່ວນກ່ຽວຂ້ອງ. ຕໍ່ບັນຫານີ້ ພະແນກຖະແຫລງຂ່າວ, ວັດທະນະທຳແລະ ທ່ອງທ່ຽວແຂວງແລະເມືອງວຽງໄຊ ກໍໄດ້ແນະນຳໃຫ້ປັບປຸງແກ້ໄຂສິ່ງທີ່ບໍ່ຖືກຕ້ອງແລະ ສັ່ງໃຫ້ຢຸດເຊົາພຶດຕິກຳດັ່ງກ່າວໄປແລ້ວ.

       ສຳລັບແຜນການຂະຫຍາຍກິດຈະການ ຢູ່ຂອບເຂດ​​ໂຮງແຮມດັ່ງກ່າວໃນອະນາຄົດ, ບໍລິສັດຈະມີແຜນສ້າງຕື່ມເຊັ່ນ: ​ເດີ່ນກິລາຟຸດຊໍ, ​ເດີ່ນເຕັນນິດ, ບ່ອນນັ່ງຫລິ້ນສຳລັບຄອບຄົວແລະເດັກນ້ອຍ (ສວນສະໜຸກ), ສະລອຍນ້ຳ. ສະນັ້ນ ຈຶ່ງ​​ແຈ້ງຂ່າວມາຍັງທຸກພາກສ່ວນຮັບຊາບເພື່ອບໍ່ໃຫ້ສັງຄົມເຂົ້າໃຈຜິດຕໍ່ການສຳປະທານເຂດໂຮງແຮມດັ່ງກ່າວ.

       ຖ້າຫາກທ່ານ​​ໃດຍັງມີຄວາມສົນໃຈກໍເຊີນຊວນມາສຳຜັດເບິ່ງຕົວຈິງດ້ວຍຕົນເອງ.

No comments:

Post a Comment