Ad

Ad

26 August 2015

ຮ້ານຄ້າໂລກໃໝ່ແຫ່ງວຽງຈັນເປີດໃຫ້ລູກຄ້າຈັບຈອງແລ້ວ

ໂຄງການກໍ່ສ້າງຮ້ານຄ້າໂລກໃໝ່ແຫ່ງວຽງຈັນ, ຊຶ່ງຕັ້ງຢູ່ແຄມແມ່ນ້ຳຂອງຕອນເໜືອ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ ໄດ້ເປີດໃຫ້ລູກຄ້າຈັບຈອງຫ້ອງແລ້ວ ພາຍຫລັງການກໍ່ສ້າງສຳເລັດແລ້ວເປັນສ່ວນຫລາຍ ໂດຍພິທີເປີດຮ້ານຄ້າດັ່ງກ່າວໄດ້ມີຂຶ້ນໃນຕອນເຊົ້າວັນທີ 25 ສິງຫານີ້ ໂດຍການເຂົ້າຮ່ວມຂອງທ່ານ ດຣ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ກວນ ຮົວ ປິງ ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈຳລາວ, ຄະນະອຳນວຍການບໍລິສັດ ຊີເອເອັມອີຊີ (CAMEC) ອີນເວສເມັນ, ພ້ອມດ້ວຍແຂກ ແລະ ລູກຄ້າເຂົ້າຮ່ວມຈຳນວນຫລາຍ.
            ທ່ານອຳນວຍການບໍລິສັດ CAMEC ຈ້າວ ລີ ຈື ກ່າວວ່າ: ບໍລິສັດພວກເຮົາ, ໄດ້ເຂົ້າມາດຳເນີນທຸລະກິດຢູ່ລາວຫລາຍກວ່າ 20 ປີແລ້ວ ແລະ ມີໂຄງການກໍ່ສ້າງຂະໜາດໃຫຍ່ຫລາຍແຫ່ງຢູ່ນະຄອນຫລວງວຽງຈັນ, ພົ້ນເດັ່ນກວ່າໝູ່ແມ່ນໂຄງການອາເຊັມວິນລາຈຳນວນ 50 ຫລັງຢູ່ແຄມແມ່ນ້ຳຂອງໃນປີ 2012 ແລະ ສຳລັບຮ້ານຄ້າແຫ່ງນີ້ໄດ້ເລີ່ມກໍ່ສ້າງມາແຕ່ປີ 2013 ເພື່ອສ້າງເປັນເຂດອະສັງຫາລິມາຊັບໃນເນື້ອທີ່ 42 ເຮັກຕາ, ຊຶ່ງປະກອບມີໂຮງແຮມ,

ອາພາດເມັນ, ສະຖານບັນເທີງ, ຮ້ານຄ້າ, ຖະໜົນ ແລະ ສິ່ງອຳນວຍຄວາມສະດວກທີ່ທັນສະໄໝອື່ນໆ, ເປັນເຂດການຄ້າ, ການລົງທຶນ, ສ້າງວຽກເຮັດງານທຳ ແລະ ເປັນສະຖານທີ່ພັກຜ່ອນທີ່ສວຍງາມອີກແຫ່ງໜຶ່ງໃນຕົວເມືອງວຽງຈັນ ແລະ ທັງເປັນການປະກອບສ່ວນສຳຄັນໃນການພັດທະນາເສດຖະກິດ-ສັງຄົມຂອງນະຄອນຫລວງໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ມີໃບໜ້າໃໝ່ງົດງາມຂຶ້ນເທື່ອລະກ້າວ ແລະ ປັດຈຸບັນກໍມີນັກລົງທຶນ, ຜູ້ປະກອບການດ້ານບໍລິການນັບທັງພາຍໃນ ແລະ ຕ່າງປະເທດໄດ້ໃຫ້ຄວາມສົນໃຈ ແລະ ຈັບຈອງຫ້ອງຢູ່ສະຖານທີ່ແຫ່ງນີ້ເພື່ອກຽມພ້ອມເປີດບໍລິການທຸລະກິດຂອງເຂົາເຈົ້າເປັນຈຳນວນຫລາຍແລ້ວ.

            ຮອງເຈົ້າຄອງນະຄອນຫລວງວຽງຈັນ ແກ້ວພິລາວັນ ອາໄພລາດ ໄດ້ຂຶ້ນມີຄຳເຫັນວ່າ: ໂຄງການແຫ່ງນີ້, ແມ່ນການພັດທະນາຂະໜາດໃຫຍ່ທີ່ຈະປະກອບສ່ວນຊຸກຍູ້ໃຫ້ນະຄອນຫລວງວຽງຈັນມີໂສມໜ້າອັນໃໝ່ຈະເລີນຂຶ້ນກວ່າເກົ່າ, ທັງຈະເປັນແບບຢ່າງການພັດທະນາທີ່ດີໃນການລົງທຶນທາງດ້ານອະສັງຫາລິມາຊັບໃນລາວນຳດ້ວຍ.

No comments:

Post a Comment