Ad

Ad

27 August 2015

ລາວ ແລະ ສາກົນແລກປ່ຽນບົດຮຽນການກະກຽມເປັນປະທານອາຊຽນ

ກະຊວງການຕ່າງປະເທດຂອງລາວຮ່ວມກັບສະຖານທູດອັງກິດປະຈຳລາວ, ໄດ້ຈັດກອງປະຊຸມ ສຳມະນາແບບໂຕະມົນເພື່ອແລກປ່ຽນຄຳຄິດຄຳເຫັນໃນຫົວຂໍ້ ທັດສະນະຂອງອັງກິດ ແລະ ສະ ຫະພາບເອີຣົບ (EU) ຕໍ່ອາ ຊຽນ ແລະ ບູລິມະສິດຂອງ ສປປ ລາວ ໃນ ການເປັນປະທານອາຊຽນໃນປີ 2016” ຂຶ້ນໃນວັນທີ 26 ສິງຫານີ້, ທີ່ນະຄອນຫລວງວຽງຈັນ, ໂດຍ ການເປັນປະທານຂອງທ່ານ ພົງສະຫວັນ ສີສຸລາດ ຫົວໜ້າກົມອາຊຽນກະຊວງການຕ່າງປະເທດ ແລະ ທ່ານ ຮີວ ອີວານສ໌ ເອກ ອັກຄະຣາຊະທູດວິສາ ມັນຜູ້ມີອຳນາດເຕັມແຫ່ງຣາຊະອານາຈັກອັງກິດປະຈຳລາວ, ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມຈໍານວນຫລາຍ.

ກອງປະຊຸມຄັ້ງນີ້, ເປັນການປຶກສາຫາລືເພື່ອກະກຽມໃຫ້ແກ່ ການເປັນເຈົ້າພາບ ແລະ ເປັນປະທານອາຊຽນຂອງ
ສປປ ລາວ ໃນປີ 2016 ແລະ ແລກປ່ຽນບົດ ຮຽນ, ທັດສະນະຂອງອັງກິດ ແລະ ອີຢູຕໍ່ອາຊຽນກໍຄືແຜນການຮ່ວມມືກັບອາຊຽນໃນໄລຍະຍາວ, ໂດຍອີງໃສ່ບົດຮຽນຈາກອີຢູລວມທັງບູລິມະສິດ, ກາລະໂອກາດ ແລະ ສິ່ງທ້າທາຍສຳລັບອາຊຽນໃນທັດສະນະຂອງອີຢູແນໃສ່ສ້າງຄວາມເຂົ້າໃຈກ່ຽວກັບຄວາມແຕກຕ່າງລະ ຫວ່າງອາຊຽນ ແລະ ອີຢູ ໃນການເຊື່ອມໂຍງພາກພື້ນ ແລະ ໃນວັນທີ 27 ສິງຫານີ້, ກໍຈະມີການສຳມະນາແລກປ່ຽນຄຳຄິດເຫັນໃນຫົວຂໍ້ທັກສະໃນການເປັນປະທານກອງປະຊຸມເພື່ອກະກຽມໃຫ້ແກ່ການ ເປັນປະທານອາຊຽນຂອງ ສປປ ລາວໃນປີ 2016 ” ໂດຍໄດ້ຮັບ ການສະໜັບສະໜູນຈາກສະຖານທູດອັງກິດປະຈໍາລາວ.

No comments:

Post a Comment