ນີ້ແມ່ນຄຳຖາມຂອງຜູ້ອາໃສ່ຢູ່ເຂດໃກ້ຄຽງ
ແລະ ຜູ້ສັນຈອນຜ່ານໄປມາໃນເສັ້ນທາງດົງໂດກ ແລະ ຍັງບໍ່ມີຄຳຕອບຈາກພາກ ສ່ວນກ່ຽວຂ້ອງເທື່ອ, ຈຶ່ງເຮັດໃຫ້ ເສັ້ນທາງດັ່ງກ່າວຊຸດໂຊມເພ່ເປຫລາຍຄືເຫັນນຳກັນດັ່ງທຸກວັນນີ້.
ເສັ້ນທາງດົງໂດກມີຄວາມສຳຄັນຕໍ່ການສັນຈອນຂອງພາຫະນະເຂົ້າ-ອອກລະຫວ່າງຊານເມືອງ
ແລະ ຕົວເມືອງ,
ເປັນເສັ້ນທາງເຊື່ອມຕໍ່ການລຳລຽງຂົນສົ່ງສິນຄ້າລະຫວ່າງພາກໃຕ້ຫາພາກເໜືອ,
ສະນັ້ນ ຈຶ່ງມີພາຫະນະຂະໜາດຕ່າງໆສັນຈອນຜ່ານໄປມາເປັນຈຳນວນຫລວງຫລາຍໃນແຕ່ລະວັນ
ແລະ ເຮັດໃຫ້ເສັ້ນທາງສາຍນີ້ມີສະພາບເປ່ເພເລື້ອຍໆ, ຜ່ານມາເຖິງວ່າພາກສ່ວນກ່ຽວຂ້ອງໄດ້ປັບປຸງສ້ອມແປງຕາບຈູນບາງຈຸດທີ່ເປັນບວກເປັນຂຸມເພື່ອ
ໃຫ້ການສັນຈອນມີຄວາມໂລ່ງລຽນ, ແຕ່ກໍຍັງບໍ່ຮັບປະກັນໄດ້
ດ້ານມາດຕະຖານ, ຈຶ່ງເຮັດໃຫ້ບາງຈຸດ, ບາງຍ່ານເປ່ເພຄືນໃໝ່ອີກ ແລະ ເຮັດໃຫ້ສີ້ນເປື້ອງງົບປະມານບໍ່ໜ້ອຍໃນການປົວແປງໃນຫລາຍຄັ້ງຜ່ານມາ
ແລະ ມາຮອດປັດຈຸບັນ, ເສັ້ນທາງດັ່ງກ່າວ ຍິ່ງມີການຊຸດໂຊມເປ່ເພຫລາຍອັນໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການສັນຈອນບໍ່ໜ້ອຍ,
ເນື່ອງຈາກວ່າເມື່ອມີຝົນຕົກກໍເປັນບວກຂຸມເປີະເປືອນ, ເວລາແດດອອກກໍເປັນຂີ້ຝຸ່ນປິວໄຫງລອຍໄປເປັນບໍລິເວນກວ້າງ, ສ້າງຄວາມລຳບາກໃຫ້ ແກ່ການດຳລົງຊີວິດຂອງຜູ້ອາໄສຢູ່ໃກ້ຄຽງລວມທັງຜູ້ສັນຈອນຜ່ານໄປມານຳດ້ວຍ ແລະ ຕໍ່ສະພາບທີ່ ຫຍຸ້ງຍາກດັ່ງກ່າວກໍຍັງບໍ່ມີຄຳຕອບແນ່ນອນຈາກພາກສ່ວນກ່ຽວຂ້ອງວ່າເສັ້ນທາງດັ່ງກ່າວຈະມີແຜນກໍ່ສ້າງສ້ອມແປງໃຫ້ດີອີກດົນປານ ໃດ ແລະ ໃນອີກບໍ່ດົນນີ້, ປະເທດພວກເຮົາກໍຈະມີຫລາຍກິດຈະກຳສະຫລອງວັນສຳຄັນຂອງຊາດ ເຊັ່ນ: ສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ, ກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ແລະ ການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ, ສະນັ້ນ ຫວັງວ່າຫລາຍເສັ້ນທາງໃນຕົວເມືອງຄົງຈະໄດ້ຮັບການປັບປຸງຍົກລະດັບໃຫ້ມີມາດຕະຖານ ແລະ ສວຍງາມດີຂຶ້ນ.
No comments:
Post a Comment