Ad

Ad

27 August 2015

ລາວຈັດກອງປະຊຸມກະກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນຄັ້ງທີ 12 ທີ່ນະຄອນໜານນິງ

 ວັນທີ 25 ສິງຫານີ້, ທີ່ນະຄອນຫລວງວຽງຈັນ, ກົມສົ່ງເສີມ ແລະ ພັດທະນາສິນຄ້າ (ກອງເລ ຂາ CAEXPO) ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ຈັດກອງປະຊຸມກະກຽມເຂົ້າຮ່ວມງານວາງສະແດງຈີນ-ອາຊຽນ ຄັ້ງທີ 12 ທີ່ນະຄອນໜານນິງ ໂດຍມີທ່ານວ່າການຫົວໜ້າກົມສົ່ງເສີມ ແລະ ພັດ ທະນາສິນຄ້າກະຊວງອຸດສາຫະ ກຳ ແລະ ການຄ້າ ທັງເປັນຫົວໜ້າ ກອງເລຂາ CAEXPO ລາວ, ທ່ານຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ຜູ້ຕາງໜ້າ 71 ບໍລິສັດໃນ ຂອບເຂດທົ່ວປະເທດເຂົ້າຮ່ວມນຳດ້ວຍ.
ທ່ານຫົວໜ້າກອງເລຂາ CAEXPO ກ່າວວ່າ: ກອງປະຊຸມ ນີ້ກໍເພື່ອແຈ້ງຂໍ້ມູນລະບຽບການ ແລະ ຂໍ້ຫ້າມຕ່າງໆສຳລັບງານວາງສະແດງດັ່ງກ່າວໃຫ້ແກ່ບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມຮັບຊາບເພື່ອກະກຽມຄວາມພ້ອມ ຕ່າງໆໃຫ້ດີພ້ອມຈະໄດ້ມອບເອກະສານທີ່ກ່ຽວຂ້ອງໃນການອຳນວຍຄວາມສະດວກໃຫ້ແກ່ນັກທຸລະກິດ. ງານວາງ ສະແດງຈີນ-ອາ
ຊຽນ 2015 ນີ້ ມີຫົວຂໍ້ວ່າ: ການຮ່ວມມືກັນສ້າງເສັ້ນທາງສາຍໄໝແຫ່ງສະຕະວັດທີ 21, ເສັ້ນທາງໃໝ່ ແຫ່ງການຮ່ວມມືເຊິ່ງມີກຳນົດຈະຈັດຂຶ້ນໃນລະຫວ່າງວັນທີ 18-21 ກັນຍາ 2015 ທີ່ນະຄອນໜານນິງ ເຂດປົກ ຄອງຕົນເຜົ່າຈ້ວງກວາງຊີ ສປ ຈີນ.

ທ່ານຫົວໜ້າກອງເລຂາ CAEXPO ກ່າວອີກວ່າ: ມາ ຮອດປັດຈຸບັນສາມາດຄັດໄດ້ຫົວໜ່ວຍທຸລະກິດທີ່ມີມາດຕະຖານ, ມີສິນຄ້າທີ່ມີຄຸນນະພາບທັງໝົດ 71 ບໍລິສັດຈາກຮ້ອຍກວ່າບໍລິສັດໃນ ຂອບເຂດທົ່ວປະເທດທີ່ຈະເປັນຕົວແທນໃຫ້ແກ່ຫົວໜ່ວຍທຸລະກິດລາວເຂົ້າຮ່ວມວາງສະແດງຄັ້ງນີ້ ເຊິ່ງປະກອບມີ 6 ໝວດຜະລິດຕະພັນ ຄືເຟີນີເຈີ, ໄມ້ແກະສະຫລັກ, ຫັດຖະກຳ, ເຄື່ອງປະດັບ, ໂຄສະນາການທ່ອງທ່ຽວ, ອາຫານ ແລະ ເຄື່ອງດື່ມ.

No comments:

Post a Comment