Ad

Ad

27 August 2015

ລັດຖະບານລາວປະດັບຫລຽນໄຊແຮງງານໃຫ້ບໍລິສັດ Cienco4 ສສ ຫວຽດນາມ

ວັນທີ 24 ສິງຫາ 2015, ຄະນະຜູ້ແທນກະຊວງໂຍທາທິການ ແລະ ຂົນສົ່ງນຳໂດຍທ່ານ ດຣ. ບຸນ ຈັນສິນທະວົງລັດຖະມົນຕີວ່າການກະຊວງໂຍທາທິການ ແລະ ຂົນສົ່ງໄດ້ທຳການຢ້ຽມຢາມຫວຽດນາມແລະປະດັບຫລຽນໄຊແຮງງານ ເຊິ່ງເປັນຂອງຂວັນອັນລ້ຳຄ່າຂອງລັດຖະບານລາວໃຫ້ແກ່ບໍລິສັດກໍ່ ສ້າງຄົມມະນາຄົມເລກ 4 (Cien co4). ແລະ ໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກທ່ານເລດິ່ງເຖາະລັດຖະມົນຕີຊ່ວຍວ່າການກະຊວງຄົມມະນາຄົມຂົນສົ່ງ ສສ ຫວຽດນາມ.
ຕາງໜ້າໃຫ້ພະນັກງານ ແລະການນຳ Cienco 4, ທ່ານ ຫງວຽນ ຕ໋ວນຮວິ່ງ ຜູ້ອຳນວຍການໃຫຍ່ໄດ້ສະແດງຄວາມຂອບ ໃຈຢ່າງຈິງໃຈຕໍ່ການນຳພັກ-ລັດ ຖະບານລາວທ່ີໄດ້ມອບຂອງຂວັນອຳລ້ຳຄ່າຂອງລັດຖະບານລາວ ໃຫ້ແກ່ບໍລິສັດກໍ່ສ້າງຄົມມະນາຄົມ ເລກ 4. ພ້ອມນີ້ທ່ານຫງວຽນ ຕ໋ວນຮວິ່ງ ຜູ້ອຳນວຍການໃຫຍ່ ໄດ້ສະເໜີຄວາມເປັນມາ ແລະ ຜົນງານທ່ີບໍລິສັດຍາດມາໄດ້ໃນໄລຍະຜ່ານມາໃຫ້ທ່ານລັດຖະມົນຕີວ່າ ການກະຊວງໂຍທາທິການ ແລະ ຂົນສົ່ງພ້ອມຄະນະ
ໄດ້ຮັບຊາບວ່າ: ບໍລິສັດ Cienco 4 ແມ່ນຜູ້ສືບທອດ ຂອງບໍລິສັດຄົມມະນາຄົມຂົນສົ່ງ ສສ ຫວຽດນາມ ເຊິ່ງໄດ້ຮັບການ ສ້າງຕັ້ງຂຶ້ນເມື່ອວັນທີ 27 ກຸມພາ 1962 ຢູ່ນະຄອນຫລວງຮ່າໂນ້ຍ. ຜ່ານໄລຍະເວລາ 53 ປີແຫ່ງການ ເຕີບໃຫຍ່ຂະຫຍາຍຕົວຂອງບໍລິສັດແລະໃນໄລຍະຜ່ານມາບໍລິສັດ Cienco 4 ໄດ້ຮັບກຽດເປັນຢ່າງ ສູງໃນການປະຕິບັດພັນທະສາກົນຢູ່ລາວເມື່ອປີ 1974 ເພື່ອຊ່ວຍລາວກໍ່ ສ້າງເສັ້ນທາງແຕ່ທາງຫລວງເລກ 8A ຈາກຫວຽດນາມມາສູ່ເມືອງ ປາກຊັນແຂວງບໍລິຄຳໄຊ, ໄດ້ ສ້າງຂົວຢູ່ແຂວງຄຳມ່ວນ ແລະ ແຂວງຊຽງຂວາງອີກຈຳນວນ ໜຶ່ງ.
ທ່ານ ດຣ. ບຸນຈັນ ສິນທະວົງ ໄດ້ຕາງໜ້າພັກ-ລັດ ແລະ ປະຊາຊົນລາວໄດ້ຕີລາຄາສູງຕໍ່ການປະກອບສ່ວນຂອງບໍລິສັດ Cienco 4 ແລະ ກະຊວງຄົມມະນາຄົມຂົນ ສົ່ງຂອງຫວຽດນາມໃນໄລຍະຜ່ານມາເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມ, ການພັດ ທະນາເສດຖະກິດ ແລະ ສັງຄົມຢູ່ລາວ.

ໃນໂອກາດນີ້ ບໍລິສັດ Cien co 4 ແລະ ບໍລິສັດຈິດຈະເລີນ ແຫ່ງ ສປປ ລາວ ໄດ້ລົງນາມຂໍ້ຕົກ ລົງຮ່ວມມືສອງຝ່າຍໂດຍບໍລິສັດ Cienco 4 ແລະ ບໍລິສັດຈິດຈະເລີນຈະຮ່ວມມືກັນໃຫ້ກາຍເປັນຄູ່ ຮ່ວມມືທ່ີໝັ້ນຄົງບົນພື້ນຖານເສີມຂະຫຍາຍທ່າແຮງລະຫວ່າງສອງຝ່າຍໃຫ້ສູງສຸດໃນການສ້າງທຸລະກິດ ແລະ ການແກ້ງແຍ້ງໃນຕະຫລາດຢ່າງມີປະສິດທິຜົນ ແລະ ໃນຕໍ່ໜ້ານີ້, ທັງສອງຝ່າຍຈະພ້ອມກັນ ສຳຫລວດການສ້າງທາງດ່ວນລະຫວ່າງນະຄອນຫລວງວຽງຈັນ- ປາກຊັນ (ສປປ ລາວ) ຫາແທງຖຸຍ ນະຄອນຫລວງຮ່າໂນ້ຍແຫ່ງ ສສ ຫວຽດນາມ.

No comments:

Post a Comment