Ad

Ad

10 March 2015

ວາງສີລາລຶກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນ



     ພິທີວາງສີລາລຶກໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຫີນບູນໄດ້ມີຂຶ້ນຢ່າງເປັນທາງ ການ ໃນເຊົ້າວັນທີ 6 ມີນານີ້, ຢູ່ບ້ານທົ່ງລົມ, ເມືອງຄູນຄໍາ, ແຂວງຄໍາມ່ວນ, ໂດຍ ການ​ເຂົ້າ​ຮ່ວມຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳ ວຽກງານເສດ ຖະກິດຂົງເຂດການຜະລິດ ແລະ ຈໍລະຈອນ. ມີບັນດາລັດ ຖະມົນຕີ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
     ໂຄງການດັ່ງກ່າວກໍ່ສ້າງແບບຝາຍນ້ຳລົ້ນເພື່ອຜະລິດກະແສໄຟຟ້າໃນຊ່ວງລະດູແລ້ງເປັນຫຼັກໂດຍນຳໃຊ້ນ້ຳທີ່ໄຫຼມາຈາກ ທ້າຍໂຮງງານຜະລິດໄຟຟ້າພະລັງງານນ້ຳເທີນ-ຫີນບູນ. ​ໂດຍ​ແມ່ນລັດຖະບານລົງທຶນ 100%  ​ແລະ ມອບໃຫ້ລັດວິສາ ຫະກິດໄຟຟ້າລາວ ຮັບຜິດຊອບຈັດຕັ້ງປະຕິບັດ ແລະ ຮັບເໜົາກໍ່ສ້າງ ແມ່ນບໍລິສັດJV - ACAS & SSC. LTD ​ໃນມູນ ຄ່າທັງໝົດ 89 ລ້ານກວ່າໂດລາສະຫະລັດ ໂດຍໄດ້ຮັບການສະໜັບສະໜູນເງິນກູ້ຈາກທະນາຄານກຸງໄທ, ມີໄລຍະການກໍ່ສ້າງ
36 ເດືອນ  ເລີ່ມຕັ້ງແຕ່ວັນທີ 1 ກໍລະກົດ 2013 ຫາ 30 ມີຖຸນາ 2016. ລັກສະນະຂອງເຂື່ອນ ເປັນປະເພດຫີນຖົມອັດ ແໜ້ນ, ມີຄວາມສູງປະມານ 27ແມັດ, ຍາວ 120,27  ແມັດ, ລະດັບນ້ຳສູງສຸດຂອງອ່າງເກັບນ້ຳ 155 ແມັດ ທຽບໃສ່ລະດັບ ນ້ຳທະເລ ແລະ ເນື້ອທີ່ອ່າງໂຕ່ງນ້ຳ 9.759 ກວ່າກິໂລຕາແມັດ, ກວ້າງປະມານ 1ກິໂລແມັດ, ຍາວ 30 ກິໂລແມັດ, ກຳລັງ ຕິດຕັ້ງ 30 ເມກາວັດ ແລະ ມີເຄື່ອງຈັກ 2 ໜ່ວຍ, ມີລະບົບສາຍສົ່ງ 155 ກິໂລໂວນ ​ເຊື່ອມຕໍ່ໃສ່ສະຖານີຄອນສົງ ຢູ່ ບ້ານຄອນສົງ ເມືອງປາກກະດິງ ແຂວງບໍລິຄຳໄຊ.
     ຖ້າຫາກໂຄງການກໍ່ສ້າງສຳເລັດ  ຈະສາມາດຜະລິດກະແສໄຟຟ້າໄດ້ທັງໜົດ155.23 ລ້ານກິໂລວັດໂມງຕໍ່ປີ ໂດຍຈະສະ ໜອງກະແສໄຟຟ້າໃຫ້ພາຍໃນປະເທດ ໂດຍສະເພາະແມ່ນຢູ່ບັນດາແຂວງພາກກາງຂອງລາວ. ເນື່ອງຈາກ​ແຫ່ງ​ນີ້ ມີນໍ້າພຽງພໍ ໃນລະດູແລ້ງຈຶ່ງສາມາດຜະລິດ​ໄຟຟ້າທົດແທນໃຫ້ເຂື່ອນອື່ນໄດ້ເປັນຢ່າງດີ.
     ນອກຈາກນັ້ນ. ຍັງສາມາດນໍາໃຊ້້ນໍ້າໜ້າອ່າງສະໜອງໃຫ້ຊົນລະກະເສດ ໃນເນື້ອທີ່ຕອນລຸ່ມຂອງເຮືອນຈັກປະມານ 2.500 ເຮັກຕາ ໂດຍຈະປ່ອຍນໍ້າ​ໄດ້ 5 ແມັດກ້ອນຕໍ່ວິນາທີ ຕະຫຼອດໄລຍະເວລາການຜະລິດກະເສດ, ທັງນີ້ ກໍເພື່ອ ຕອບສະໜອງການພັດທະນາກະສິກຳຂອງເຂດດັ່ງກ່າວເພື່ອປະກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເທື່ອລະກ້າວ.

No comments:

Post a Comment