Ad

Ad

11 March 2015

ປະກາດຫາຍາດພີ່ນ້ອງຜູ້ເສຍຊີວິດຢູ່ຖະຫນົນເລກ 13 ເຫນືອເຂດບ້ານນາຊາຍທອງ



ເຈົ້າໜ້າທີ່ຈະລາຈອນ ນະ ຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ໃນ ເວລາປະມານ 11:50 ຂອງວັນທີ 26 ກຸມ ພາຜ່ານມາ, ໄດ້ເກີດອຸປະ ຕິເຫດລົດຈັກເວບ 100 ຂັບຂີ່ໂດຍ ທ້າວ ສີສຸພັນ ອາຍຸ 15 ປີ, ນັກຮຽນ ຢູ່ບ້ານດ່ານຊີ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ, ໄດ້ໄປ ຕຳເອົາຄົນຍ່າງຢູ່ແຄມທາງເບື້ອງຂວາເຮັດໃຫ້ເສຍຊີວິດ. ຕາມການ ກວດຄົ້ນເອກະສານທີ່ຕິດໂຕຮູ້ວ່າຜູ້ຕາຍຊື່ ສົມດີ ອາຍຸ 66 ປີ, ຢູ່ບ້ານ ນາມອນ ສັນປາຕອງ 516 ເມືອງ ລ້ອງຊານ ແຂວງໄຊສົມບູນ ເຊິ່ງ ລັກສະນະຂອງຜູ້ກ່ຽວເປັນຄົນ ຈ່ອຍ, ສູງປະມານ 1,60 ຊັງຕີ ແມັດ. ປັດຈຸບັນສົບຂອງຜູ້ກ່ຽວໄດ້ ເກັບໄວ້ໂຮງເຢັນໂຮງໝໍມະໂຫສົດ, ເພື່ອລໍຖ້າຍາດພີ່ນ້ອງມາຮັບເອົາ. ດັ່ງນັ້ນ ຖ້າໃຜເປັນພີ່ນ້ອງ ຫລື ຮູ້ຈັກ ຜູ້ເສຍຊີວິດດັ່ງກ່າວແມ່ນສາມາດ ຕິດຕໍ່ເອົາສົບນຳເຈົ້າໜ້າທີ່ຈະລາ ຈອນນະຄອນຫລວງວຽງຈັນຕະ ຫລອດເວລາ ຫລື ໂທ 020 99369089.

No comments:

Post a Comment