Ad

Ad

11 March 2015

ລະວັງພະຍາດທີ່ມັກລະບາດໃນລະດູຮ້ອນ



ເພື່ອເຕືອນໃຫ້ສັງຄົມມີສະຕິໃນການຮັກສາສຸຂະພາບ ແລະ ປ້ອງກັນພະ ຍາດທີ່ມັດຈະລະບາດຂຶ້ນໃນລະ ດູການ, ໃນວັນທີ 10 ມີນານີ້ ທ່ານ ດຣ ຈັນທະ ໄລ ໄຊຍະວົງ ຫົວໜ້າຂະແໜງລະບາດ ວິທະຍາ, ພະແນກສາທາລະ ນະສຸກນະ ຄອນຫຼວງວຽງຈັນໄດ້ອອກມາ ເຕືອນ ຜ່ານໜັງສືພິມລາວພັດທະນາ ຂອງ ພວກເຮົາວ່າ: ປັດຈຸ ບັນສະ ພາບອາກາດ ຮ້ອນເອົ້າໄດ້ແຜ່ກະຈາຍໄປທົ່ວປະເທດ ຊຶ່ງເປັນໂອກາດໃຫ້ເກີດການລະບາດ ຂອງພະຍາດຕ່າງໆໄດ້ງ່າຍໂດຍ ສະ ເພາະ 4 ພະຍາຕົ້ນຕໍຄື: ພະຍາດຖອກ ທ້ອງ, ໄຂ້ຫວັດ-ໄຂ້ ອອກຕຸ່ມ, ພະຍາດ ຈາກສັດສູ່ຄົນ (ພະ ຍາດວໍ້) ແລະ ພະ ຍາດໄຂ້ຍຸງລາຍ, ດັ່ງນັ້ນ ຈຶ່ງເຕືອນໃຫປະຊາຊົນເອົາໃຈໃສ່ປະຕິບັດຫຼັກ ການອະນາໄມ້ 3 ສະອາດ, ເປັນ ຕົ້ນແມ່ນລ້າງມືທຸກຄັ້ງກ່ອນ ແລະ ຫຼັງກິນອາຫານ, ກິນອາຫານ ທີ່ສະອາດ ແລະ ສຸກດີ, ບໍ່ຄວນກິນ ອາຫານສຸກໆດິບໆ ແລະ ຕ້ອງເກັບ ມ້ຽນອາຫານການກິນໃຫ້ດີບໍ່ໃຫ້ດີ, ໝັ່ນທຳຄວາມສະອາດຮ່າງກາຍ ແລະ ທີ່ຢູ່ອາໄສໃຫ້ສະອາດຢູ່ສະ ເໝີ, ບໍ່ຄວນຕາກແດງເປັນເວ ລາດົນ ແລະ ຖ້າຫາກເກີດເປັນໄຂ້ ໃຫ້ໄປພົບໝໍ, ສຳລັບພະຍາດຈາກ ສັດສູ່ຄົນ(ພະຍາດວໍ້)ໃນສະພາບ ປົກກະຕິໃຫ້ເອົາໃຈໃສ່ນຳສັດລ້ຽງຂອງທ່ານໄປສັກຢາວັກແຊັງກັບ ສັດຕະວະແພດເປັນປະຈຳຕາມກຳນົດແລະຖ້າບັງເອີນຖືກສັດກັດໃຫ້ ອະນາໄມບາດແຜ່ໂດຍໄວ້ ແລະ
ໄປສັກຢາວັກແຊັງກັບວໍ້ຢູ່ໂຮງໝໍ ໃຫ້ທ່ວງທັນ, ສ່ວນພະຍາດ ໄຂ້ຍຸງ ລາຍ (ໄຂ້ເລືອດອອກ) ແມ່ນໃຫ້ ເອົາໃຈໃສ່ປະຕິບັດຕາມ ຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກ ວາງອອກຢ່າງເຂັ້ມງວດຄື : ປ1. ປິດຝາພາຊະນະທີ່ມີນ້ຳໃນ ເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງ ມາໄຂ່ໃສ່, 2. ປ່ຽນນ້ຳ ແລະ ຜັດຖູພາຊະນະ ເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້, ຖານຮອງຈອກ  ນ້ຳ, 3. ປ່ອຍປາຫາງນົກຍຸງ ເພື່ອ ກິນໜອນນ້ຳຍຸງລາຍ, 4. ປັບ ປຸງບໍ່ໃຫ້ມີນ້ຳຄ້າງ ຂັງກະໂປະ, ກະ ປ໋ອງ, ຮາງ ລິນ, ຢາງຕີນລົດເກົ່າ, 5. ປະຕິບັດເປັນປະຈຳທຸກອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປິ່ນປົວຢູ່ ໂຮງໝໍ ຫຼື ສຸກສາລາໃກ້ບ້່ານພຽງ ເທົ່ານີ້ທ່ານກໍຈະສາມາດປ້ອງກັນ ຕົນເອງຈາກພະຍາດທີ່ມັກເກີດ ຕາມລະດູການໄດ້ແລ້ວ.

No comments:

Post a Comment