Ad

Ad

11 March 2015

ຜະລິດຕະພັນອາຫານເສີມ D24 ມີຈຳໜ່າຍແລ້ວໃນລາວ



ພິທີເປີດໂຕຜະລິດຕະພັນອາຫານເສີມ D24, ໄດ້ຈັດຂຶ້ນໃນວັນ ທີ 6 ມີນາ ນີ້, ຢູ່ນະຄອນຫຼວງວຽງຈັນໂດຍການເຂົ້າຮ່ວມຂອງທ່ານ ຮອງປະທານບໍລິ ຫານບໍລິສັດສະຫຍາມອິນເຕີ ແລະ ທ່ານນາງ ຮັດຖາ ໂພງາມ ເຈົ້າຂອງຜະລິດຕະ ພັນອາຫານເສີມດັ່ງກ່າວ.
ທ່ານນາງ ຮັດຖາ ໂພງາມ ໃຫ້ຮູ້ວ່າ: D24 ເປັນຜະລິດຕະພັນ ເສີມອາ ຫານເພື່ອຊ່ວຍຫຼຸດ ແລະ ຄວບຄຸມນ້ຳໜັກຂອງຮ່າງກາຍ ຜະລິດທີ່ມາຈາກທຳ ມະຊາດ   100 %,  ສາມາດຫລຸດ ແຄລໍຣີ ໃນການຮັບປະທານອາຫານແຕ່ລະມື້ເຊັ່ນ:  ຮັບປະທານເຂົ້າໄປ 100 KCAL, D24 ຈະເຂົ້າໄປດັກຈັບ ແປ້ງໄຂມັນ ແລະ ຂັບອອກ 70 KCAL  ເຫຼືອໃນຮ່າງກາຍດູດຊຶມ ເຂົ້າໄປໃຊ້ພຽງແຕ່ 30 KCAL, ເຮັດໃຫ້ຮ່າງກາຍດຶງໄຂມັນທີ່ສະ ສົມຕາມສ່ວນຕ່າງໆມາໃຊ້ເປັນພະລັງງານ ແລະ ມີສ່ວນປະສົມທີ່ຊ່ວຍ ເພີ່ມລະບົບການ
ເຜົາຜານໄຂມັນ ເກົ່າໃນຮ່າງກາຍໄດ້ຢ່າງມີປະສິດທິພາບ, ເຮັດໃຫ້ນ້ຳໜັກໂຕຂອງຄົນ ເຮົາຄ່ອຍໆຫຼຸດລົງ, ຊ່ວຍກຳຈັດ ແປ້ງ, ດູດຊຶມໄຂມັນ, ຊ່ວຍໃຫ້ອິ່ມ ໂຕດົນ, ບໍ່ຫິວ, ເພາະວ່າໄຟເບີຂະ ຫຍາຍຕົວ ແລະ ຊ່ວຍລົດລະດັບ ຄໍເຣສເຕີໂຣໃນເລືອດ, ລົດອາການ ເຈັບທ້ອງຊ່ວຍໃຫ້ຄັບຖ່າຍສະດວກ, ແລະ ເປັນສານຕ້ານອະນຸ ມູນອິດສະຫຼະເຮັດໃຫ້ຜິວສົດໃສຂຶ້ນນຳອີກ.
ອາຫານເສີມ D24 ນີ້ບໍ່ມີ ສ່ວນປະສົມຂອງຢາຫຼຸດນ້ຳໜັກ ໃດໆ, ດັ່ງນັ້ນຈຶ່ງຈຳກັດ ບໍ່ໃຫ້ຮ່າງ ກາຍຕຸ້ຍຄືນ ແລະ ປອດໄພ      100%. ເມື່ອກິນ D24 ແລ້ວຈະ ເລີ່ມເຫັນຜົນແຕ່ແຜງທຳອິດ, ສັດ ສ່ວນຈະລົດໜ້າທ້ອງກ່ອນ ແລະ ຮູ້ສຶກໂຕເບົາ, ແຜງທີ 2 ນ້ຳ ໜັກ ໂຕຈະເລີ່ມຫລຸດລົງເລື້ອຍໆ ແລະ ກິນ D24 ພາຍຫຼັງຮັບປະທານອາ ຫານແລ້ວພຽງ 1-2 ເມັດເທົ່ານັ້ນ ໃຜສົນໃຈສາມາດຕິດຕໍ່ໄດ້ທີ່ເບີ 02055597555.

No comments:

Post a Comment