Ad

Ad

24 August 2016

ຫລາຍເມືອງຂອງແຂວງຫລວງພະບາງໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ


           ແຫລ່ງຂ່າວທ້ອງຖິ່ນລາຍງານໃຫ້ຮູ້ວ່າ: ພາຍຫລັງເກີດມີສະພາບຝົນຕົກໜັກຕິດຕໍ່ກັນເປັນເວລາຫລາຍມື້ນັບແຕ່ວັນທີ 16-20 ສິງຫານີ້, ໄດ້ເຮັດໃຫ້ສາຍນໍ້າໃຫຍ່-ນ້ອຍຢູ່ບັນດາເມືອງໃນແຂວງຫລວງພະບາງເພີ່ມຂຶ້ນຢ່າງໄວວາ ແລະ ໄຫລຊຸທັ່ງແຮງລົງສູ່ແມ່ນໍ້າສາຍຕ່າງໆຢ່າງແຮງ, ໂດຍສະເພາະແມ່ນໍ້າເຊືອງ ແລະ ນໍ້າແຊງຢູ່ເມືອງປາກແຊງໄດ້ຍຶ່ງສູງຂຶ້ນໄວວາແລ້ວໄຫລເຂົ້າຖ້ວມເຮືອນຊານປະຊາ ຊົນທີ່ຢູ່ລຽບຕາມແຄມແມ່ນໍ້າດັ່ງກ່າວໄດ້ຮັບຜົນກະທົບເສຍຫາຍຫລາຍກວ່າຮ້ອຍຫລັງຄາໃນຈໍານວນ 15 ບ້ານ.
              ທ່ານຮອງເຈົ້າເມືອງປາກແຊງ ສຸກດາວັນ ພັນຈັກຂັນ ໄດ້ໃຫ້ຮູ້ວ່າ: ຈາກການເກັບກໍາຂໍ້ມູນເບື້ອງຕົ້ນພົບວ່າເຫດ ການ ນໍ້າຖ້ວມຄັ້ງນີ້ໄດ້ສ້າງຜົນເສຍຫາຍໜັກໜ່ວງ, ໂດຍສະເພາະເຮືອນ ຊານບ້ານຊ່ອງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ ລວມເຖິງຜົນຜະລິດ ແລະ ສັດລ້ຽງຂອງປະຊາຊົນຖືກເສຍຫາຍຢ່າງຫລວງຫລາຍ, ນອກຈາກນີ້ເສັ້ນທາງຫລາຍສາຍກໍໄດ້ຮັບຜົນເສຍຫາຍເປ່ເພ ເປັນ ຕົ້ນ: ເສັ້ນທາງເຊື່ອມຕໍ່ລະຫວ່າງເມືອງວຽງຄໍາເຂົ້າຫາບ້ານປະຊາຊົນແມ່ນຖືກຕັດຂາດ.

              ສ່ວນຢູ່ເມືອງໂພນໄຊ ກໍໄດ້ຮັບຜົນກະທົບໜັກໜ່ວງຈາກໄພນໍ້າຖ້ວມຄັ້ງນີ້ເຊັ່ນກັນຄື: ມີເຮືອນປະຊາຊົນ 166 ຫລັງຄາຖືກນໍ້າຖ້ວມ,ໃນນັ້ນມີ 10 ຫລັງຄາຖືກກະແສນໍ້າພັດຊຸໄຫລ່ເສຍຫາຍ, ພ້ອມນີ້ຍັງມີພື້ນຖານໂຄງລ່າງ ເຊັ່ນ: ໄຟຟ້າ, ນໍ້າປະປາ, ນໍ້າລິນ, ຊົນລະປະທານ ແລະ ອື່ນໆເປ່ເພຫລາຍສົມຄວນ.
            ສໍາລັບຢູ່ເມືອງຊຽງເງິນ ແລະ ເມືອງຫລວງພະບາງ, ປະຊາຊົນທີ່ອາໃສຢູ່ລຽບແຄມແມ່ນໍ້າປາ ແລະ ນໍ້າຄານ ໂດຍສະເພາະເຂດບ້ານຜາວຽງ, ຜາແດງ ກໍໄດ້ຮັບຜົນກະທົບໜັກໜ່ວງ, ເຊິ່ງມີເຮືອນ ຊານບ້ານຊ່ອງ, ລະບົບນໍ້າປະປາ ແລະ ເນື້ອທີ່ການຜະລິດຂອງປະຊາຊົນເສຍຫາຍເປັນບໍລິເວນກວ້າງ.  

            ຕໍ່ກັບສະພາບທີ່ເກີດຂຶ້ນ, ອໍານາດການປົກຄອງແຂວງຫລວງພະບາງໄດ້ປະສານສົມທົບກັບພະແນກການຕ່າງໆຂອງແຂວງລົງຊ່ວຍເຫລືອປະຊາຊົນທີ່ໄດ້ຮັບຜົນກະທົບຢ່າງຮີບດ່ວນ ເປັນ ຕົ້ນ: ການນໍາເອົາສະບຽງອາຫານ, ເຄື່ອງນຸ່ງຫົ່ມ, ເຄື່ອງອຸປະໂພກ-ບໍລິໂພກ ທີ່ຈໍາເປັນຈໍານວນໜຶ່ງໄປແຈກຢາຍໃຫ້ຜູ້ປະສົບໄພ ແລະ ຂຶ້ນແຜນຟື້ນຟູລະບົບພື້ນຖານໂຄງລ່າງທີ່ເປ່ເພເສຍຫາຍໃຫ້ກັບຄືສູ່ສະພາບປົກກະຕິໂດຍໄວ. ພ້ອມທັງປູກລະດົມການປະກອບສ່ວນຊ່ວຍເຫລືອຈາກບັນດາສໍານັກງານ, ອົງການ, ຜູ້ປະກອບການ ແລະ ນັກທຸລະກິດພາຍໃນແຂວງທຸກພາກສ່ວນໃຫ້ການປະກອບສ່ວນທາງດ້ານວັດຖຸປັດໃຈ, ເຂົ້າສານອາຫານແຫ້ງ ແລະ ເຄື່ອງຂອງຕ່າງໆຊ່ວຍປະຊາຊົນຜູ້ທີ່ປະສົບໄພທໍາມະຊາດຄັ້ງນີ້ດ້ວຍ.   

No comments:

Post a Comment