Ad

Ad

9 August 2016

ເຜີຍແຜ່ຂໍ້ຕົກລົງກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການຄວບຄຸມຢາສູບໃຫ້ບັນດາແຂວງພາກກາງ.

ໃນວັນທີ 8 ສິງຫາ 2016 ນີ້ ທີ່ສະຖາບັນສາທາລະນະສຸກ ກົມອະນາໄມສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃນນາມກອງເລຂາຄະນະກຳມະການແຫ່ງຊາດ ເພື່ອການຄວບຄຸມຢາສູບ ຮ່ວມກັບ ອົງການອະນາໄມໂລກ ແລະ ສະມາພັນຄວບຄຸມຢາສູບອາຊຽນ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງ ກ່ຽວກັບການຈັດຕັ້ງປະຕິບັດ ກົດໝາຍຄວບຄຸມຢາສູບ ໂດຍມີ ທ່ານ ພູທອນເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ມີບັນດາຫົວໜ້າພະແນກສາທາລະນະສຸກ, ອຸດສາຫະກຳ-ການຄ້າ ແລະ ຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຈາກ 5 ​ແຂວງພາກກາງ ຄື: ແຂວງບໍລິຄຳໄຊ, ຄຳມ່ວນ, ວຽງຈັນ, ໄຊສົມບູນ ແລະ ນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈຳນວນຫລາຍ.

ທ່ານຮອງລັດຖະມົນຕີກ່າວວ່າ: ການເຜີຍແຜ່ຂໍ້ຕົກລົງດັ່ງກ່າວ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ກ່ຽວກັບຄວາມຄືບໜ້າການປະຕິບັດກົດໝາຍແລະ ພັນທະສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບ, ຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບ, ຄູ່ມືແນະນໍາຂອງສົນທິສັນຍາສາກົນ ວ່າດ້ວຍການຄວບຄຸມຢາສູບກ່ຽວກັບການປົກປ້ອງນະໂຍບາຍສາທາລະນະສຸກ ຈາກການແຊກແຊງອຸດສາຫະກໍາຢາສູບ ພ້ມນີ້ ບັນດາຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນ ກ່ຽວກັບການຈັດຕັ້ງປະຕິບັດການພິມຄໍາເຕືອນສຸຂະພາບເປັນຮູບໃສ່ຊ່ອງແລະ ຕຸດຢາສູບ, ການຈັດເຂດປອດຄວັນຢາສູບແລະ ການຫ້າມໂຄສະນາຢາສູບ .


ສຳລັບ ສປປ ລາວ, ຂໍ້ຕົກລົງກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ການຄວບຄຸມ ຢາສູບ ໄດ້ກຳນົດໃຫ້ຜູ້ດຳເນີນທຸລະກິດຜະລິດ ແລະ ນໍາເຂົ້າຢາສູບ ຕ້ອງພິມ ຄຳເຕືອນ ສຸຂະພາບ ເປັນຮູບພາບຂະໜາດ 75% ໃສ່ດ້ານໜ້າ ແລະ ຫລັງ ຂອງຊອງຢາສູບ ນັບແຕ່ວັນທີ 1 ຕຸລາ 2016 ນີ້ ເປັນຕົ້ນໄປ ເພື່ອຜູ້ຊົມໃຊ້ເຫັນໄດ້ຜົນຮ້າຍທີ່ເກີດຈາກ ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ຜ່ານຮູບພາບ ແລະ ຄໍາເຕືອນດັ່ງກ່າວ ເຮັດໃຫ້ ເດັກ ແລະ ໄວໜຸ່ມ ບໍ່ລິເລີ່ມສູບຢາ ໃຫ້ຜູ້ສູບຢາ ຫລຸດຜ່ອນລົງເທື່ອລະກ້າວ ນໍາໄປສູ່ການອອກຢາສູບໃນທີ່ສຸດ, ເຮັດໃຫ້ຄົນລາວ ມີສຸຂະພາບແຂງແຮງ ແລະ ອາຍຸຍືນຍາວ

No comments:

Post a Comment