Ad

Ad

9 August 2016

ອາຊຽນຈັດກອງປະຊຸມບັນນາທິການຄັ້ງທີ 5



      ອາຊຽນ ແລະ ບັນດາຄູ່ຮ່ວມງານຂອງອາຊຽນ ຄື: ຈີນ, ຍີ່ປຸ່ນ, ນິວຊີແລນ ແລະ ຣັດເຊຍ, ໄດ້ຈັດກອງປະຊຸມບັນນາທິການຄັ້ງທີ 5 ຂອງສະຖາບັນຄົ້ນຄວ້າເສດຖະກິດຂອງອາຊຽນ ແລະ ອາຊີຕາເວັນອອກ ເພື່ອແລກປ່ຽນບັນດາທັດສະນະໃນຫົວຂໍ້ " ຫັນວິໃສທັດໃຫ້ເປັນຈິງ ເພື່ອເຮັດໃຫ້ປະຊາຄົມອາຊຽນເປັນໜຶ່ງດຽວ" ຂຶ້ນໃນວັນທີ 8 ສິງຫາ ນີ້ ທີ່ນະຄອນຫລວງວຽຈັນ. ໂດຍມີທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງການຄ້າ ແລະ ອຸດສະຫະກໍາ, ທ່ານ ລີ ລຸງ ມິນ ເລຂາທິການໃຫຍ່ອາຊຽນເຂົ້າຮ່ວມນຳດ້ວຍ.

        ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ກ່າວໃນໂອກາດເຂົ້າຮ່ວມກອງປະຊຸມວ່າ: ກອງປະຊຸມນີ້ ໄດ້ມີຄວາມສໍາຄັນຫລາຍຕໍ່ການນໍາ
ພາຂອງບັນດາບັນນາທິການ ແລະ ນັກຂ່າວອາວຸໂສ ຂອງສະມາຊິກອາຊຽນ ແລະ ບັນດາຄູ່ຮ່ວມງານຂອງອາຊຽນ ໄດ້ຮ່ວມກັນແລກປ່ຽນບັນດາທັດສະນະ ຫັນວິໃສທັດໃຫ້ເປັນຈິງ ເພື່ອເຮັດໃຫ້ປະຊາຄົມອາຊຽນເປັນໜຶ່ງດຽວ. ເຊິ່ງແມ່ນຈຸດປະສົງພື້ນຖານຂອງວິໃສທັດປະຊາຄົມອາຊຽນ ປີ 2025 ແລະ ບັນດາແຜນແມ່ບົດໃໝ່ອາຊຽນທາງດ້ານການເມືອງຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາສັງຄົມ ທີ່ໄດ້ຖືກຮັບຮອງເອົາຢ່າງເປັນທາງການ ໂດຍບັນດາຜູ້ນໍາປະເທດອາຊຽນ ທີ່ປະເທດມາເລເຊຍໃນປີຜ່ານມາ. ເພື່ອຮັບປະກັນວ່າບັນດາແຜນງານບູລິມະສິດ ຈະໄດ້ຖືກສະໜັບສະໜູນຢ່າງແຂງແຮງ ໃນການເຊື່ອມໂຍງຂອງອາຊຽນ ໂດຍສະເພາະແມ່ນການນໍາເອົາປະຊາຊົນອາຊຽນ ໄດ້ດໍາລົງຊີວິດດ້ວຍຄວາມສັນຕິພາບ, ເສດຖະກິດໜັ້ນຄົງມັ່ງຄັ້ງ, ຫລຸດຜ່ອນຄວາມທຸກຍາກ ໂດຍສະເພາະການພັດທະນາຫລຸດຊ່ອງຫວ່າງ ຄວາມແຕກໂຕນ ລະຫວ່າງສະມາຊິກໃໝ່ ແລະ ເກົ່າຂອງອາຊຽນ ເຊັ່ນດຽວກັນ ກັບປະຊາຊົນທີ່ດໍາລົງຊີ ວິດແບບປະຖົມປະຖານ ແລະ ສູນກາງ, ຄວາມຮັບຜິດຊອບຕໍ່ສັງຄົມ, ຄວາມມັກຄີ ແລະ ຄວາມເປັນເອ ກະພາບໃນໝູ່ປະຊາຊົນຂອງປະຊາຄົມອາຊຽນ ທີ່ມູ້ງຫວັງໃຫ້ປະຊາຊົນມີຄຸນນະພາບຊີວິດທີ່ດີ ແລະ ໄດ້ຮັບຜົນປະໂຫຍດຕ່າງໆໃນການສ້າງປະຊາຄົມອາຊຽນ.

No comments:

Post a Comment