Ad

Ad

9 August 2016

ອາຊຽນ ແລະ ຄູ່ຮ່ວມມືເຫັນດີເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ

     ກອງປະຊຸມຮ່ວມລະຫວ່າງລັດຖະມົນເສດຖະກິດອາຊຽນ ແລະ ບັນດາປະເທດຄູ່ຮ່ວມພັດທະນາ ເຊັ່ນ: ອົດສະຕາລີ, ສປຈີນ, ອິນເດຍ, ຍີປຸ່ນ, .ເກົາຫລີ, ນິວຊີແລນ, ຣັດເຊຍ ແລະ ສະຫະລັດອາເມລິກາຄັ້ງທີ 4 ທີ່ຈັດຂຶ້ນໃນວັນທີ 5 ສິງຫາຜ່ານມາທີ່ນະຄອນຫລວງວຽງຈັນ, ໂດຍການເປັນປະທານຂອງທ່ານລັດຖະ ມົນຕີກະຊວງອຸດສະຫະກໍາ ແລະ ການຄ້າລາວ ເຂັມມະນີ ພົນເສນາ, ໄດ້ຕົກລົງເຫັນດີເປັນເອກະພາບການໃນຫລາຍບັນຫາຄື: ການສ້າງຕັ້ງປະຊາຄົມເສດຖະກິດອາຊຽນໃນປີ 2015 ແມ່ນບາດກ້າວສໍາຄັນໃນຂະບວນການເຊື່ອມໂຍງເສດຖະກິດໃນພາກພື້ນ ແລະ ເຊື່ອໝັ້ນວ່າເສດຖະກິດຂອງອາຊຽນຮອດປີ 2025 ຈະມີການເຕີບໃຫຍ່ ແລະ ມີການແຂ່ງຂັນສູງຫລາຍ ແລະ ຢືນຢັນວ່າຈະພະຍາຍາມເສີມຂະຫຍາຍການເຊື່ອມໂຍງທາງດ້ານເສດຖະກິດພາຍໃນພາກພື້ນອາຊີຕາເວັນອອກ, ໂດຍສະເພາະແມ່ນຮັບຮູ້ຜົນການ
ເຈລະຈາສັນຍາການຄ້າເສລີຂອງຄາບມະຫາສະມຸດປາຊີຟິກ ແລະ ຄວາມຄືບໜ້າການຮ່ວມມືເສດຖະກິດຮອບດ້ານພາຍໃນພາກພື້ນ, ພ້ອມທັງຕີລາຄາສູງຕໍ່ຜົນກອງປະຊຸມລັດຖະມົນຕີການຄ້າຂອງອົງການການຄ້າໂລກຄັ້ງທີ 10 ທີ່ໄນໂຣບີທີ່ຈັດຂຶ້ນໃນທ້າຍປີ 2015 ຊຶ່ງຈະນໍາຜົນປະໂຫຍດໃຫຍ່ຫລວງໃຫ້ແກ່ສະມາຊິກທີ່ເປັນປະເທດດ້ອຍພັດ ທະນາໃນການອໍານວຍຄວາມສະດວກທາງດ້ານການຄ້າກະສິກໍາ ແລະ ອື່ນໆ.

   ກອງປະຊຸມໄດ້ແລກປ່ຽນຄໍາຄິດເຫັນຢ່າງກົງໄປກົງມາຕໍ່ສະພາບການພັດທະນາເສດຖະກິດຂອງບັນດາປະເທດອາຊີຕາເວັນອອກທີ່ມີມູນຄ່າເຖິງ 41,67 ພັນຕື້ໂດລາສະຫະລັດ, ມູນຄ່າການຄ້າລວມຂອງອາຊຽນກັບປະເທດທີ່ບໍ່ໄດ້ເປັນສະມາຊິກມີປະມານ 1,05 ພັນຕື້ ໂດລາສະຫະລັດ ແລະ ມູນຄ່າການຄ້າລະຫວ່າງອາຊຽນກັບປະເທດຄູ່ຮ່ວມມີເຖິງ 46,3%ໃນປີ 2015 ແລະ ຄາດວ່າຈະມີຄ່າການຄ້າ ແລະ ການລົງທຶນເພີ່ມຂື້ນໃນແຕ່ລະປີ

No comments:

Post a Comment