Ad

Ad

20 September 2016

ເກືອບຊາວວັນຂອງເດືອນກັນຍາ ຢູ່ນະຄອນຫລວງ ມີຜູ້ເສຍ ຊີວິດຈາກອຸປະຕິເຫດ 12 ຄົນ


        ເຈົ້າໜ້າທີ່ກອງຄະດີອຸປະຕິເຫດ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1-19 ກັນ ຍານີ້, ທົ່ວນະຄອນຫລວງວຽງຈັນ ມີອຸປະຕິເຫດເກີດຂຶ້ນຫລາຍກວ່າ 70 ກໍລະນີ, ໃນນັ້ນມີຜູ້ໄດ້ຮັບບາດເຈັບຫລາຍກວ່າ 50 ຄົນ, ພາຫະນະເປ່ເພເກືອບຮ້ອຍຄັນ ແລະ ສົ່ງຜົນໃຫ້ມີຜູ້ເສຍຊີວິດ 12 ຄົນ, ອຸປະຕິເຫດ ສ່ວນໃຫຍ່ແມ່ນເກີດຈາກການລະເມີດລະ ບຽບຈະລາຈອນເປັນຕົ້ນ ເມົາແລ້ວຂັບ ບວກກັບສະພາບຖະໜົນຫົນທາງບາງເສັ້ນບໍ່ຮັບ ປະກັນດີຄື: ເສັ້ນທາງເປ່ເພ ເປັນຂຸມເປັນບວກ, ໄຟເຍືອງ ທາງບໍ່ຮຸ່ງດີ ແລະ ອື່ນໆ, ພ້ອມນີ້ ໃນໄລຍະເດືອນກັນຍານີ້ ໄດ້ມີຝົນຕົກຕິດຕໍ່ຫລາຍວັນ ເຮັດໃຫ້ເສັ້ນ ທາງປຽກໝື່ນ ແລະ ອື່ນໆຈົນພາໃຫ້ເກີດອຸປະຕິເຫດຕາມມາ.

          ຕໍ່ບັນຫາດັ່ງກ່າວເຈົ້າໜ້າທີ່ ໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນ ກໍຄືນັກຂັບຂີ່ທຸກຄົນ ຈົ່ງມີສະຕິລະວັງໃນເວລາຂັບຂີ່ພາຫະນະ, ພ້ອມທັງ ກວດເຊັກສະພາບເຕັກນິກລົດເປັນ ປະຈຳ ເປັນຕົ້ນ ໄຟຕາທ້າຍ, ໄຟລ້ຽວ, ໄຟໜ້າ ແລະ ລະບົບອື່ນໆໃຫ້ຢູ່ໃນສະພາບປົກ ກະຕິ, ເພື່ອເຮັດໃຫ້ຄູ່ຮ່ວມທາງ ກໍຄືຜູ້ໃຊ້ລົດໃຊ້ຖະໜົນດ້ວຍກັນ ສາມາດສັງເກດເຫັນລົດ ຂອງເຮົາເປັນຢ່າງດີ, ທັງ ເປັນການປ້ອງກັນອຸປະ ຕິເຫດໃຫ້ຫລຸດຜ່ອນລົງນຳອີກ.

No comments:

Post a Comment